ລາວຊຳຊຸງອີເລັກໂທຣນິກ ຈັບມື ອົງການອາຫານໂລກ ສ້າງໂອກາດການຮຽນຮູ້ໃຫ້ນັກຮຽນພິການຫູ ແລະ ປາກ

ຍ້ອນການສຶກສາ ແລະ ອາຫານທີ່ມີປະໂຫຍດນັ້ນ ເປັນສິ່ງທີ່ສຳຄັນຂອງທຸກໆຄົນ ໃນສັງຄົມ ແລະ ທຸກຄົນມີສິດທີ່ຈະເຂົ້າເຖິງສິ່ງດັ່ງກ່າວໄດ້ ເຊັ່ນດຽວກັນກັບນັກຮຽນ 90 ກວ່າຄົນທີ່ມີບັນຫາເລື່ອງການເວົ້າ ແລະ ການໄດ້ຍິນທີ່ ໂຮງຮຽນພິເສດນະຄອນຫຼວງແຫ່ງນີ້.
ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ (Lao Samsung Electronics Sole Co.,Ltd) ໄດ້ຮ່ວມມືກັບ ອົງການອາຫານໂລກ ປະຈຳ ສປປ ລາວ (World Food Programme) ສ້າງກິດຈະກຳອາສາສະໝັກຂອງພະນັກ ງານຂຶ້ນ (Employee Volunteer Program) ໃນຕອນເຊົ້າຂອງວັນທີ 17 ຕຸລາ 2019 ທີ່ຜ່ານມາ. ເຊິ່ງມີພະນັກງານຈາກ ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ, ອົງການອາຫານໂລກ ແລະ ພະນັກງານຈາກຕົວແທນຈຳໜ່າຍຂອງຊໍາຊຸງເຊັ່ນ: ຮ້ານ LTH, ຮ້ານ Lao AC Telecom, ຮ້ານ SCE ໄດ້ລົງພື້ນທີ່ເຮັດກິດຈະກຳຮ່ວມກັບນັກຮຽນພິການຫູ ແລະ ປາກ ເຊັ່ນ: ການສອນພາສາມືໂດຍນຳໃຊ້ແອັບພລິເຄຊັັນ ໃນ Samsung Tablet, ຈັດປຶ້ມເຂົ້າຫ້ອງສະໝຸດ ແລະ ການແຂ່ງຂັນປຸງແຕ່ງອາຫານ.
ທີ່ຜ່ານມາ, ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ໄດ້ປັບປຸງຫ້ອງເປົ່າຫວ່າງໃຫ້ກາຍເປັນຫ້ອງສະໝຸດໃຫ້ກັບໂຮງຮຽນ. ພ້ອມດຽວກັນນັ້ນ ກໍ່ໄດ້ບໍລິຈາກປື້ມແບບຮຽນຫຼາຍກວ່າ 400 ຫົວ ເພື່ອເພີ່ມໂອກາດການຮຽນຮູ້ໃຫ້ກັບນ້ອງໆ.
ນອກຈາກນັ້ນ, ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຍັງໄດ້ມອບ Samsung Tablet ໃຫ້ໂຮງຮຽນຈຳນວນ 6 ເຄື່ອງ ເພື່ອທີ່ຈະເປັນເຄື່ອງມືໃນການຊ່ວຍການຮຽນການສອນພາສາມືໃຫ້ກັບອາຈານແລະນັກຮຽນ ໂດຍໃຊ້ Samsung Tablet ແລະ ແອັບ HANDME ເຊິ່ງເປັນແອັບພາສາມືສ້າງໂດຍຄົນລາວ ແລະ ໄດ້ຖືກນຳມາພັດທະນາຕໍ່ໂດຍບໍລິສັດ Bizgital.
ໃນຂະນະດຽວກັນນັ້ນ, ເພື່ອເປັນການສົ່ງເສີມໂພສະນາການທາງດ້ານອາຫານໃຫ້ແກ່ນັກຮຽນ ອົງການອາຫານໂລກ ໄດ້ໃຫ້ການຊ່ວຍເຫຼືອໂຄງການລ້ຽງອາຫານ (School Meal Program) ສາມຄາບຕໍ່ມື້ໃຫ້ກັບນັກຮຽນ ເຊິ່ງແຕ່ລະຄາບປະກອບມີ ເຂົ້າ 300 ກຣາມ, ຖົ່ວເຫຼືອງ 120 ກຣາມ, ນໍ້າມັນທັນຍາພືດ 30 ກຣາມ ແລະ ປາກະປ໋ອງ 90 ກຣາມ ເຊິ່ງໂຄງການດັ່ງກ່າວນີ້ແມ່ນໄດ້ຖືກຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2018.
ນອກຈາກນັ້ນ, ຕົວແທນຈຳໜ່າຍຂອງຊໍາຊຸງ ນັ້ນກໍ່ຄືຮ້ານ LTH ໄດ້ມອບກະເປົາເປ້, ກະເປົາພາຍ ແລະ ເສື້ອກີລາ ມອບໃຫ້ກັບນັກຮຽນຂອງໂຮງຮຽນດັ່ງກ່າວເພື່ອໃຊ້ເຂົ້າໃນການຮໍ່າຮຽນ ແລະ ຮ້ານ SCE ຫຼື ກຸ່ມບໍລິສັດໂຊກໄຊໄດ້ ບໍລິຈາກນໍ້າດື່ມໃຫ້ກັບທາງໂຮງຮຽນຈຳນວນ 20 ແກັດເຊັ່ນດຽວກັນ.
ການເຮັດວຽກອາສາສະໝັກໃນຄັ້ງນີ້, ອາສາສະໝັກທຸກຄົນໄດ້ໃຫ້ຮຽນຮູ້ເຊິ່ງກັນ ແລະ ກັນຫຼາຍຢ່າງ ໂດຍສະເພາະ ແມ່ນການໃຊ້ຊີວິດຂອງນັກຮຽນພິການຫູ ແລະ ປາກ ທີ່ມີຂໍ້ຫຍຸ້ງຍາກຫຼາຍດ້ານໃນສັງຄົມເຊັ່ນ: ການສື່ສານກັບສັງ ຄົມພາຍນອກ