ທ່ານ ບຸນໂຮມ ຊົງປະດິດ ຄົນລາວຜູ້ປູກ “ຜັກປອດສານພິດ” ສົ່ງອອກຂາຍໃຫ້ປະເທດຍີ່ປຸ່ນ

ປະຈຸບັນ ການປູກຜັກປອດສານພິດ ເປັນສິນຄ້າສົ່ງອອກໄປຂາຍຢູ່ປະເທດຍີ່ປຸ່ນ ຂອງທ່ານ ບຸນໂຮມ ຊົງປະດິດ ທີ່ເປັນຄົນລາວ ເຊື້ອຊາດລາວ ທີ່ກັບຄືນມາດໍາລົງຊີວິດຢູ່ລາວ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ລະປີສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ຫລາຍສົມຄວນ ສະຖານທີ່ປູກຜັກຢູ່ບ້ານໂພນໄຮ່ຄໍາ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ທ່ານ ບຸນໂຮມ ຊົງປະດິດ ເກີດຢູ່ເມືອງຫີນບູນ ແຂວງຄໍາມ່ວນ ອອກຈາກລາວໄປອາໄສຢູ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ປີ 1969 ໃຫ້ສໍາພາດວ່າ: ການປູກຜັກປອດສານພິດໄດ້ເລີ່ມເຮັດມາແຕ່ປີ 2004 ເມື່ອກ່ອນທ່ານເປັນພໍ່ຄ້າຄົນກາງ ຮັບຊື້ຜັກຈາກປະເທດໃກ້ຄຽງ ເພື່ອໄປຂາຍປະເທດຍີ່ປຸ່ນ ແລະ ໄດ້ມີໂອກາດພົບປະກັບການນໍາຂັ້ນສູງຂອງລາວ ຢູ່ສະຖານທູດລາວ ປະຈໍານະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ, ໄດ້ຮັບຄໍາແນະນໍາທີ່ດີ ແລະ ຄວາມເອົາໃຈໃສ່ຈາກບັນດາການນໍາຂັ້ນສູງຂອງລາວໃຫ້ກັບມາດໍາເນີນທຸລະກິດ ກໍຄືການຜະລິດກະສິກໍາເປັນສິນຄ້າຢູ່ລາວ ແລະ ໄດ້ຮັບການຕ້ອນຮັບຈາກປະຊາຊົນເປັນຢ່າງດີ ເຊິ່ງເບື້ອງຕົ້ນ ທ່ານ ບຸນໂຮມ ໄດ້ເລີ່ມປູກຫົວສິງໄຄ ແລະ ໄດ້ຂະຫຍາຍໄປປູກພືດຊະນິດຕ່າງໆ ເປັນຕົ້ນ: ຫົວຂ່າ, ກ້ວຍ, ໃບຂີ້ຫູດ, ຫອມເປ, ຜັກອີ່ເລີດ, ຫອມບົ່ວ, ໃບເຕີຍ ແລະ ໝາກຫຸ່ງ ໃນເນື້ອທີ່ 9 ເຮັກຕາ ເຫັນວ່າປະສົບຜົນສໍາເລັດເປັນຢ່າງດີ ປະຈຸບັນພືດຜັກຕ່າງໆໄດ້ສົ່ງອອກຂາຍທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດຍີ່ປຸ່ນ ອາທິດໜຶ່ງສົ່ງ 1 ຄັ້ງ ໃນນັ້ນມີ ຫົວສີໄຄ 200 ກິໂລກຼາມ, ຫົວຂ່າ 80 ກິໂລກຼາມ, ຕອງກ້ວຍ 20 ກິໂລກຼາມ ແລະ ຫອມເປ 40ກິໂລກຼາມ.
ທ່ານບຸນໂຮມ ຊົງປະດິດ ໃຫ້ຮູ້ຕື່ມວ່າ ພາຍໃຕ້ການຊີ້ນໍາ ນໍາພາຂອງພັກ ແລະ ລັດຖະບານ ປະຈຸບັນພື້ນຖານໂຄງລ່າງຕ່າງໆຂອງລາວ ເປັນຕົ້ນ: ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໄຟຟ້າ, ນໍ້າປະປາ ໄດ້ຊົມໃຊ້ຢ່າງສະດວກສະບາຍ ສໍາຄັນທີ່ສຸດປະເທດລາວ ສັງຄົມມີຄວາມສະຫງົບປອດໄພ, ຍຸດຕິທໍາ ແລະສີວິໄລ, ມີລັດຖະທໍາມະນູນ ແລະ ກົດໝາຍເພື່ອຮອງຮັບການດໍາເນີນທຸລະກິດດ້ານຕ່າງໆຢ່າງສອດຄ່ອງເໝາະສົມ ຖ້າສົມທຽບໃສ່ເມື່ອກ່ອນ. ທ່ານບຸນໂຮມ ຊົງປະດິດ ໄດ້ຮຽກຮ້ອງໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນຂອງຕົນ ເພາະປະເທດລາວໃນປະຈຸບັນ ມີຄວາມສະຫງົບປອດໄພ, ຈະເລີນຮຸ່ງເຮືອງຫລາຍ ຖ້າສົມທຽບໃສ່ເມື່ອກ່ອນ, ພ້ອມທັງເຊີນຊວນນັກທຸລະກິດຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ໃຫ້ກັບຄືນມາດໍາເນີນທຸລະກິດຢູ່ລາວໃຫ້ຫລາຍຂຶ້ນ ເຊິ່ງພັກ ແລະ ລັດຖະບານ ໄດ້ມີນະໂຍບາຍຮອງຮັບການດໍາເນີນທຸລະກິດຢ່າງເໝາະສົມ ເພື່ອພ້ອມກັນພັດທະນາເສດຖະກິດ-ສັງຄົມ ກໍຄືປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.
(ເດດອາລຸນ ແກ້ວວິໄລ)