ສ່ອງພາບຄອບຄົວອົບອຸ່ນ "ແອັບເປິ້ນ-ຟຸກ" ກ່ອນເຫັນໜ້າຂອງສາວນ້ອຍທີ່ຈະມືນຕາມາເບິ່ງໂລກໃນໄວໆນີ້

ໃກ້ມື້ເກີດລູກເຂົ້າມາເລື້ອຍໆແລ້ວ ສຳລັບວ່າທີ່ແມ່ "ແອັບເປິ້ນ - ສີວະຫງຽນ ສີຫາລາດ" ຫວານໃຈຂອງດາລາໜຸ່ມໄທ "ຟຸກ - ຈິຣະ ດ່ານບະວອນກຽດ" ທີ່ນັບມື້ຕັ້ງຕາລໍຖ້າເບິ່ງໜ້າລູກສາວທີ່ກຳລັງຈະມືນຕາເບິ່ງໂລກ.
ແລະ ຫຼ້າສຸດ ແອັບເປິ້ນ-ຟຸກ ກໍໄດ້ອອກງານດອງໄປເມື່ອບໍ່ດົນມານີ້ ພ້ອມທັງໄດ້ຖ່າຍຮູບຄູ່ຄອບຄົວອົບອຸ່ນພ້ອມໜ້າພໍ່ແມ່ລູກ. ແອັບເປິ້ນໄດ້ເຜີຍໃຫ້ເຫັນພາບທ້ອງທີ່ໃຫຍ່ຊັດເຈນຫຼາຍ ຄວງຄູ່ກັບສາມີ.
ມື້ນີ້ເຮົາເລີຍປະມວນຮູບພາບຄອບຄົວອົບອຸ່ນ ແອັບເປິ້ນ-ຟຸກ ແລະ ລູກນ້ອຍໃນທ້ອງມາຝາກກັນ ອຸ່ນເຄື່ອງກ່ອນພົບກັບໜ້າລູກນ້ອຍຂອງທັງສອງໃນໄວໆນີ້.
ຂໍຂອບໃຈ
ພາບ : IG: appleminiberry , IG: fluke_jira