ສ ເກົາຫຼີ ຊ່ວຍເຫຼືອເຄື່ອງຜ່າຕັດສະຫຼາຍແກ່ນຕາຂຸ້ນ ແກ່ໂຮງໝໍແຂວງອັດຕະປື

ພິທີມອບເຄື່ອງຜ່າຕັດສະຫຼາຍແກ່ນຕາຂຸ້ນ ມູນນິທິສີລົມເພື່ອຄົນຕາບອດ ສ ເກົາຫຼີ ໃຫ້ໂຄງການຮັກສາສຸຂະພາບຕາລາວ ຈັດຂຶ້ນວັນທີ 8 ຕຸລາ 2019 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ) ກ່າວມອບໂດຍທ່ານ ດອງຈີ ຊອຍ ປະທານມູນນິທິສີລົມ ເພື່ອຄົນຕາບອດ ສ ເກົາຫຼີ ແລະ ກ່າວຮັບໂດຍທ່ານ ບຸນທະວີ ຈະເລີນຜົນ ອຳນວຍການໂຮງໝໍແຂວງອັດຕະປື ມີທ່ານ ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ທ່ານ ຊຸງຊຸນຊິນ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ທ່ານ ຄຳພົ້ວ ສຸດທິສົມບັດ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ດອງຈິ ຊອຍ ໄດ້ກ່າວວ່າ: ເຄື່ອງຜ່າຕັດສະຫຼາຍແກ່ນຕາຂຸ້ນ ພ້ອມດ້ວຍອຸປະກອນການແພດ ແລະ ແກ່ນຕາທຽມທີ່ມາຊ່ວຍເຫຼືອຄັ້ງນີ້ ລວມມູນຄ່າ 46,400 ໂດລາສະຫະລັດ ຫຼື ປະມານ 409 ລ້ານກີບ ທີ່ນຳມາມອບໃຫ້ຂະແໜງປິ່ນປົວຕາໂຮງໝໍແຂວງອັດຕະປື ເປັນການປະກອບສ່ວນທຶນຮອນຂອງປະຊາຊົນເກົາຫຼີທີ່ໄດ້ມອບຜ່ານມູນນິທິສີລົມເພື່ອຄົນຕາບອດ ເພື່ອນຳມາຊື້ອຸປະກອນດັ່ງກ່າວມາມອບໃຫ້ລາວ ໂດຍສະເພາະ ໂຮງໝໍແຂວງອັດຕະປື ເພື່ອປະກອບສ່ວນຊ່ວຍເຫຼືອໃນການປິ່ນປົວ ແລະ ຮັກສາສຸຂະພາບຕາ .
ທ່ານ ບຸນທະວີ ຈະເລີນຜົນ ໄດ້ກ່າວວ່າ: ການຊ່ວຍເຫຼືອຂອງປະຊາຊົນເກົາຫຼີຄັ້ງນີ້ ເປັນການຊ່ວຍເຫຼືອທີ່ສຳຄັນໃນການປິ່ນປົວ ແລະ ຮັກສາສຸຂະພາບຕາ ໂດຍສະເພາະ ການເພີ່ມເຄື່ອງມືທັນສະໄໝໃນການຜ່າຕັດສະຫຼາຍແກ່ນຕາຂຸ້ນ ເພາະພະຍາດດັ່ງກ່າວເປັນພະຍາດທີ່ເກີດຂຶ້ນຫຼາຍຢູ່ລາວ ຜ່ານການສຳຫຼວດປີ 2017 ເຫັນວ່າ ມີຄົນເຈັບທີ່ເປັນພະຍາດແກ່ນຕາຂຸ້ນເພີ່ມຂຶ້ນເຖິງ 75% ເພື່ອໃຫ້ເຄື່ອງດັ່ງກ່າວໄດ້ນຳໃຊ້ໄດ້ຍາວນານ ທາງໂຮງໝໍແຂວງພວກເຮົາໃຫ້ຄຳໝັ້ນສັນຍາວ່າຈະຮັກສາ ແລະ ນຳໃຊ້ໃຫ້ເກີດປະສິດທິຜົນສູງສຸດ ພ້ອມນັ້ນ ໂຮງໝໍແຂວງອັດຕະປືຍັງສະເໜີໃຫ້ ສ ເກົາຫຼີ ສືບຕໍ່ຊ່ວຍເຫຼືອໃນການຍົກລະດັບພະນັກງານແພດໝໍແຂວງໃຫ້ສາມາດຮູ້ນຳໃຊ້ເຄື່ອງດັ່ງກ່າວຢ່າງມີປະສິດທິ ພາບນຳອີກດ້ວຍ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມວຽງຈັນໃໝ່