"ສຸດາ ວັນທອງທິບ" ຖ່າຍແບບໃນຄອນເຊັບ "ເຈົ້າສາວກັບດອກໄມ້" ງາມຫວານປານເຈົ້າສາວມາເອງ

ສຸດາ ວັນທອງທິບ ສາວງາມທີ່ໃນອີກບໍ່ດົນນີ້ກໍຈະສະຫຼະໂສດເຂົ້າພິທີວິວາແລ້ວ ເຊິ່ງກ່ອນທີ່ຈະຮອດມື້ນັ້ນ ເຮົາກໍມີອີກໜຶ່ງຜົນງານຂອງສາວຄົນນີ້ມາອັບເດດກັນ ເປັນການຖ່າຍແບບໃຫ້ກັບເວດດິ້ງສະຕູດີໂອຊື່ດັງຢ່າງ "ດອກຮັກ ເວດດິ້ງ" ໃນຄອນເຊັບ "ເຈົ້າສາວກັບດອກໄມ້".
ຖືວ່າເປັນການຖ່າຍແບບທີ່ເນັ້ນຄວາມເປັນເຈົ້າສາວ ແນມເບິ່ງແລ້ວອ່ອນຫວານ ແລະ ດ້ວຍຄວາມທີ່ອີກບໍ່ດົນສາວຄົນນີ້ກໍຈະເຂົ້າພິທີວິວາຂອງຕົນເອງ ກໍຍິ່ງສົ່ງໃຫ້ເຫັນເຖິງອິນເເນີຂອງເຈົ້າສາວໄດ້ເປັນຢ່າງດີ.
ທັງນີ້ ເມື່ອເດືອນມິຖຸນາທີ່ຜ່ານມາ, ສາວສຸດາເອງກໍໄດ້ອັບເດດຄວາມຄືບໜ້າຂອງເຮືອນຫໍ ເຊິ່ງຜູ້ກ່ຽວບອກວ່າຄ່ອຍເປັນຄ່ອຍໄປ ໂດຍບໍ່ໄດ້ມີການບອກເຖິງກຳນົດເວລາທີ່ຈະສຳເລັດ ລວມທັງມື້ທີ່ຕົນເອງຈະແຕ່ງດອງກັບແຟນໜຸ່ມຊາວໄທນຳ.
ພ້ອມນີ້ ໃນໄວໆນີ້ສາວສຸດາກໍຍັງຈະມີຜົນງານທີ່ໜ້າຕິດຕາມອີກໜຶ່ງຜົນງານ ນັ້ນກໍຄື ການປາກົດໂຕໃນຖານະໜຶ່ງສາວສະມາຊິກຂອງ Six Princess ເຊິ່ງເປັນໂປຣເຈັກໃໝ່ຈາກ A-List ຄ້າຍທີ່ນາງສັງກັດຢູ່ນັ້ນເອງ.
ຂໍຂອບໃຈ
ພາບ : IG: souda_vanthongthip