ເຮົາສາມາດຂັບໄລ່ຜູ້ທີ່ຖືກກ່າວຫາວ່າເປັນ "ປອບ" ພ້ອມທຳລາຍຊັບສິນຂອງເຂົາເຈົ້າ ໄດ້ ຫຼື ບໍ່?

"ຜູ້ນັ້ນເປັນປອບ ຕ້ອງໄລ່ອອກຈາກບ້ານໃຫ້ໄປຢູ່ບ່ອນອື່ນ", "ລາວເຮັດໃຫ້ຄົນໃນບ້ານນີ້ຕາຍ" ແລະ ຄຳເວົ້າອື່ນໆທີ່ເຮົາອາດເຄີຍໄດ້ຍິນໃນຮູບເງົາກ່ຽວກັບ "ຜີປອບ"ແລະ ນອກຈາກໃນຮູບເງົາແລ້ວ ຄຳເວົ້າແບບດຽວກັນກໍສາມາດເກີດຂຶ້ນໄດ້ໃນຊີວິດຈິງ.
ພ້ອມນັ້ນກໍຍັງມີການບັງຄັບ, ນິນທາໃສ່ຮ້າຍ, ທຳລາຍຊັບສິນເກີດຂຶ້ນນຳ ດັ່ງເລື່ອງລາວຫຼ້າສຸດທີ່ເກີດຂຶ້ນທີ່ແຂວງສະຫວັນນະເຂດເມື່ອບໍ່ດົນມານີ້.
ການຂັບໄລ່ຜູ້ທີ່ຖືກກ່າວຫາວ່າເປັນ "ປອບ" ເປັນເຫດການທີ່ໄດ້ຍິນກັນໃນບາງຄັ້ງ ແລະ ຖ້າຫາກຜູ້ຖືກກ່າວຫາຍັງບໍ່ຍອມອອກຈາກບ້ານນັ້ນໄປ ມັກຈະມີການຍົກລະດັບເປັນການທຳລາຍຊັບສິນເຊັ່ນ: ເຜົາເຮືອນ ເປັນຕົ້ນ ເພື່ອກົດດັນໃຫ້ຜູ້ນັ້ນອອກຈາກບ້ານໄປ.
ນີ້ບໍ່ແມ່ນເລື່ອງລາວໃນຮູບເງົາ ແຕ່ເປັນການເຊື່ອຢ່າງຂາດສະຕິໄຕ່ຕອງ ທັງເປັນການລະເມີດສິດ, ທຳລາຍກຽດສັກສີ ແລະ ທຳລາຍຊັບສິນຂອງຜູ້ອື່ນ ເຊິ່ງໃນໂລກແຫ່ງຄວາມເປັນຈິງ ມີກົດໝາຍຄຸ້ມຄອງ ແລະ ເອົາຜິດຜູ້ທີ່ກະທຳດັ່ງກ່າວໄດ້.
ການປະພຶດຕ່າງໆທີ່ກ່ຽວຂ້ອງກັບເລື່ອງລາວຂ້າງເທິງ ທີ່ປະມວນກົດໝາຍອາຍາກຳນົດໂທດໄວ້ປະກອບມີ:
- ມາດຕາ 205: ການນິນທາ ແລະ ໃສ່ຮ້າຍ ຄື ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ຫຼື ໃສ່ຮ້າຍປ້າຍສີຜູ້ອື່ນໂດຍບໍ່ມີມູນຄວາມຈິງ ດ້ວຍຮູບການຕ່າງໆ ມີໂທດຕັດອິສະລະພາບ 3 ເດືອນຫາ 1 ປີ ແລະ ປັບໃໝແຕ່ 1 ລ້ານ ຫາ 5 ລ້ານກີບ.
- ມາດຕາ 207: ການປ້ອຍດ່າ ຄື ໃຊ້ວາຈາ, ຂຽນ ຫຼື ກະທຳແນວຫຍາບຊ້າຕໍ່ຜູ້ອື່ນ ເພື່ອໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນຫາ 1 ປີ ແລະ ປັບໃໝແຕ່ 1 ລ້ານກີບຫາ 5 ລ້ານກີບ.
- ມາດຕາ 218: ການບັງຄັບ ຄື ບັງຄັບໃຫ້ຜູ້ອື່ນດ້ວຍການໃຊ້ກຳລັງ ຫຼື ອາວຸດ ຫຼື ການນາບຂູ່ເພື່ອໃຫ້ກະທຳ ຫຼື ບໍ່ໃຫ້ກະທຳສິ່ງໃດສິ່ງໜຶ່ງ ແລະ ກໍ່ຄວາມເສຍຫາຍແກ່ບຸກຄົນໃດໜຶ່ງ ມີໂທດຕັດອິສະລະພາບ 3 ປີ ຫາ 5 ປີ ແລະ ປັບໃໝແຕ່ 5 ລ້ານ ຫາ 20 ລ້ານກີບ.
- ມາດຕາ 236: ການທຳລາຍ ຫຼື ການເຮັດໃຫ້ຊັບຂອງຜູ້ອື່ນເປ່ເພໂດຍເຈດຕະນາ ຄື ໄດ້ທຳລາຍ ຫຼື ເຮັດໃຫ້ຊັບຂອງຜູ້ອື່ນເປ່ເພໂດຍເຈດຕະນາ ດ້ວຍຮູບການໃດກໍຕາມ ມີໂທດຕັດອິດສະລະພາບແຕ່ 6 ເດືອນ ຫາ 3 ປີ ແລະ ປັບໃໝແຕ່ 3 ລ້ານ ຫາ 15 ລ້ານກີບ. ສ່ວນກໍລະນີທີ່ກໍ່ຄວາມເສຍຫາຍຫຼວງຫຼາຍ, ເປັນອັນຕະລາຍຕໍ່ຊີວິດ ແລະ ສຸຂະພາບ ຈະຖືກລົງໂທດຕັດອິດສະລະພາບ 3 ປີ ຫາ 10 ປີ ແລະ ປັບໃໝແຕ່ 5 ລ້ານ ຫາ 10 ລ້ານກີບ.
ພ້ອມນັ້ນ ຜູ້ທີ່ກະທຳແບບທີ່ກ່າວໄວ້ຂ້າງເທິງ ທີ່ສ້າງຄວາມເສຍຫາຍຕໍ່ຊັບສິນ, ຊີວິດ ແລະ ສຸຂະພາບຂອງຜູ້ອື່ນ ຍັງຈະຕ້ອງໄດ້ຮັບຜິດຊອບຄວາມເສຍຫາຍທາງແພ່ງຕາມຈຳນວນທີ່ເໝາະສົມອີກດ້ວຍ.
ຖ້າຖືກກ່າວຫາ ແລະ ມີຄົນກະທຳຕໍ່ເຮົາ ແລະ ຄອບຄົວ ຫຼື ຄົນໃກ້ຊິດດັ່ງທີ່ກ່າວມາຂ້າງເທິງ ຈະເຮັດແນວໃດ?
ສາມາດແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດທີ່ຢູ່ໃກ້ສຸດ ໂດຍນຳຂໍ້ມູນຫຼັກຖານຕ່າງໆແນບໄປນຳ ຖ້າຫາກຂໍ້ມູນຫຼັກຖານພຽງພໍ ສາມາດດຳເນີນຄະດີທາງກົດໝາຍກັບຜູ້ທີ່ກະທຳຜິດຂ້າງເທິງນັ້ນໄດ້ ຕາມຂັ້ນຕອນ.
ສຸດທ້າຍຂໍຝາກໄວ້ວ່າ "ຈົ່ງເຊື່ອຢ່າງມີສະຕິ ໄຕ່ຕອງໃຫ້ຮອບຄອບຕາມຫຼັກແຫ່ງເຫດ ແລະ ຜົນ"
(ພາບໜ້າປົກ: ຮ່າງຊົງເຊິ່ງເປັນຜູ້ນຳພາເຮັດພິທີໄລ່ປອບກຳລັງເຕະຄຸນ້ຳໃຫ້ນ້ຳໄຫຼຜ່ານພື້ນໄມ້ໄປຖືກຜູ້ທີ່ເຊື່ອວ່າເປັນປອບທີ່ຢູ່ເບື້ອງລຸ່ມ ຢູ່ທີ່ເມືອງໂຂງ ແຂວງຈຳປາສັກ / ພາບ: SCMP)
ຂໍຂອບໃຈ
ພາບ : SCMP