ຣັດເຊຍ ຄົ້ນພົບ “ເພັດຊ້ອນເພັດ” ອາຍຸກວ່າ 800 ລ້ານປີ ຄັ້ງທຳອິດຂອງໂລກ

ຊ່າງອັນຍະມະນີກຳລັງໃຊ້ຄີມຂະໜາດນ້ອຍຄີບເພັດເມັດໜຶ່ງ ເຊິ່ງມີເພັດອີກເມັດໜຶ່ງບັນຈຸຢູ່ພາຍໃນ ໂດຍເປັນການຄົ້ນພົບເພັດສອງຊັ້ນຄັ້ງທຳອິດຂອງໂລກທີ່ປະເທດລັດເຊຍ.
ເພັດເມັດນີ້ຖືກຄົ້ນພົບໂດຍກຳມະກອນຂອງບໍລິສັດບໍ່ແຮ່ ອັລໂຣຊາ (Alrosa) ໃນແຖບໄຊບີເຣຍ ປະເທດລັດເຊຍ ເມື່ອວັນສຸກທີ່ຜ່ານມາ (4 ຕຸລາ 2019) ຄາດວ່າເປັນເພັດທີ່ມີອາຍຸປະມານ 800 ລ້ານປີ ແລະ ເປັນການຄົ້ນພົບເພັດລັກສະນະນີ້ຄັ້ງທຳອິດໃນໂລກທີ່ໄດ້ຮັບການບັນທຶກ.
ເພັດສອງຊັ້ນນີ້ຖືກຄົ້ນພົບໂດຍກຳມະກອນລະຫວ່າງການຄັດແຍກຫິນທີ່ເມືອງຢາຄຸສ ເຊິ່ງຖືກນຳມາຈາກບໍ່ແຮ່ເຢີບາ ຢູ່ທີ່ສາທາລະນະລັດຊາຮາ ສະຫະພັນລັດເຊຍ.
ຜົນການກວດສອບຂອງນັກວິທະຍາສາດຊີ້ໃຫ້ເຫັນວ່າ “ເພັກມາໂຕຣຊະກາ” ຫຼື ຊື່ຫຼິ້ນຂອງຕຸກກະຕາແມ່ລູກດົກອັນມີຊື່ສຽງຂອງລັດເຊຍ ມີນໍ້າໜັກພຽງ 0.62 ກະລັດ (0.123 ກຼາມ) ໃນຂະນະທີ່ເພັດອີກເມັດໜຶ່ງທີ່ຢູ່ພາຍໃນມີນໍ້າໜັກພຽງ 0.02 ກະລັດ (0.004 ກຼາມ).
ຂໍຂອບໃຈ
ຂໍ້ມູນ : Xinhua Thai , Sanook