“ທ້ອງບວມ” ສາເຫດທີ່ແທ້ຈິງມາຈາກພຶດຕິກຳການກິນອາຫານ

ອາການທ້ອງບວມ, ໜ້າບວມ ທີ່ເກີດຂຶ້ນຫຼັງຈາກກິນອາຫານ ອາດຈະມີສາເຫດມາຈາກ “ໂຊດຽມ” ທີ່ກິນເຂົ້າໄປຫຼາຍເກີນໄປ ເຊິ່ງສາມາດພົບເຫັນໄດ້ໃນເກືອ, ນໍ້າປາ, ຊັອດໝາກເລັ່ນ, ຊີອິວ, ແລະ ເຄື່ອງປຸງທີ່ມີລົດຊາດເຄັມອື່ນໆ ລວມເຖິງອາຫານ ແລະ ເຂົ້າໜົມທີ່ມີການປຸງແຕ່ງລົດຊາດ ເຊັ່ນເຂົ້າໜົມເຂົ້າຂຽບຕ່າງໆ ອີກດ້ວຍ.
ກິນອາຫານດີບໍ່ໄດ້ຊ່ວຍຫຍັງ ຖ້າຍັງເຄັມຢູ່
ການກິນອາຫານແບບ DASH ຫຍໍ້ມາຈາກ Dietary Approaches to Stop Hypertension–Sodium ເປັນວິທີການກິນອາຫານເພື່ອຫຼຸດຜ່ອນໂຊດຽມ ລວມເຖິງຄວາມດັນເລືອດໃນຮ່າງກາຍ ຄື ການກິນອາຫານທີ່ມີໃຍອາຫານສູງເຊັ່ນ ຜັກ, ໝາກໄມ້, ທັນຍະພືດ ຖົ່ວຕ່າງໆ ແຕ່ຈາກຜົນການວິໄຈພົບວ່າອາຫານທີ່ມີໃຍອາຫານສູງ ແລະ ໄຂມັນຕໍ່ານັ້ນ ຖ້າຫາກກິນໃນປະລິມານຫຼາຍ ອາດຈະເປັນການເພີ່ມຄວາມສ່ຽງເຮັດໃຫ້ເກີດອາການບວມໃນຮ່າງກາຍໄດ້ ໂດຍສະເພາະບໍລິເວນທ້ອງ. ອາຫານປະເພດນີ້ອາດຈະເພີ່ມຄວາມສ່ຽງທີ່ເຮັດໃຫ້ເກີດອາການບວມຫຼາຍເຖິງ 41% ເມື່ອທຽບກັບອາຫານທີ່ມີກາກໃຍຕໍ່າ. ນອກຈາກນີ້, ຜູ້ຊາຍຍັງມີຄວາມສ່ຽງເກີດອາການທ້ອງບວມຫຼາຍກວ່າຜູ້ຍິງອີກດ້ວຍ.
ເຖິງຢ່າງໃດກໍຕາມ ເມື່ອສືບໄປເຖິງຕົ້ນຕໍຂອງບັນຫາພົບວ່າ ການກິນອາຫານແບບ DASH ທີ່ບໍ່ໄດ້ຄວບຄຸມປະລິມານໂຊດຽມ (ກິນຜັກໝາກໄມ້ຫຼາຍ ແຕ່ກໍຍັງກິນອາຫານເຄັມ ໃສ່ເຄື່ອງປຸງຫຼາຍຢູ່) ເປັນສາເຫດທີ່ເຮັດໃຫ້ເກີດອາການບວມ. ດັ່ງນັ້ນ, ຕໍ່ໃຫ້ທ່ານກິນອາຫານທີ່ດີຕໍ່ສຸຂະພາບຫຼາຍປານໃດ ແຕ່ຫາກບໍ່ຈຳກັດປະລິມານໂຊດຽມທີ່ກິນເຂົ້າໄປໃນແຕ່ລະມື້ ທ່ານກໍຍັງເກີດອາການບວມຕາມຮ່າງກາຍໄດ້, ຊໍ້າບໍ່ໜຳຍັງສ່ຽງຕໍ່ພະຍາດອື່ນໆ ເຊັ່ນ ຄວາມດັນສູງ ແລະ ພະຍາດໝາກໄຂ່ຫຼັງ ອີກດ້ວຍ.
ດັ່ງນັ້ນ, ການເລືອກກິນອາຫານຄລີນ, ອາຫານທີ່ມີການປຸງແຕ່ງລົດຊາດໃຫ້ໜ້ອຍທີ່ສຸດ ຈຶ່ງເປັນທາງເລືອກຂອງອາຫານສຸຂະພາບທີ່ແທ້ຈິງ, ຫຼີກເວັ້ນເຄື່ອງປຸງ ແລ້ວຫັນມາໃຊ້ສະໝຸນໄພ ແລະ ເຄື່ອງເທດຕ່າງໆ ເພື່ອເພີ່ມກິ່ນ ແລະ ລົດຊາດ, ຫຼີກເວັ້ນອາຫານສຳເລັດຮູບທີ່ມັກຈະມີປະລິມານໂຊດຽມສູງ ແລ້ວຫັນມາປຸງອາຫານຈາກວັດຖຸດິບທີ່ສົດໃໝ່ທຸກມື້ຈະດີກວ່າ.
ຂໍຂອບໃຈ
ຂໍ້ມູນ : Sanook