ຈີນຊ່ວຍເຫຼືອລົດຈັກ 100 ຄັນ ໃຫ້ແກ່ກອງບັນຊາການ ປກສ 5 ແຂວງພາກເໜືອ

ເມື່ອບໍ່ດົນມານີ້ ຢູ່ທີ່ດ່ານ ຕມ ສາກົນ ບໍ່ເຕ່ນ ແຂວງຫຼວງນໍ້າທາ ໄດ້ມີພິທີມອບ – ຮັບ ພາຫະນະປະເພດລົດຈັກຈຳນວນ 100 ຄັນ. ເຊີ່ງກອງບັນຊາການຕຳຫຼວດກິ່ງແຂວງ 12 ພັນນາ ແຂວງ ຢູນນານ ແຫ່ງ ສປ ຈີນ, ໄດ້ນໍາມາມອບໃຫ້ແກ່ ປກສ 5 ແຂວງພາກເໜືອ , ລົດຈັກທີ່ນໍາມາມອບແມ່ນຍີ່ຫໍ້ວູຢາງ ລວມມູນຄ່າ 1 ລ້ານຢວນ, ໃຫ້ກຽດກ່າວມອບໂດຍ ທ່ານ ເພີງ ຊຽວຕົງ ຮອງຫົວໜ້າ ກອງບັນຊາການຕຳຫຼວດກິ່ງແຂວງ 12 ພັນນາ ແຂວງ ຢູນນານ ແຫ່ງ ສປ ຈີນ, ກ່າວຮັບໂດຍທ່ານ ພັທ ເຊັງ ມອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແຫ່ງ ສປປ ລາວ ໂດຍຊ້ອງໜ້າພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍລາວ-ຈີນ.
ທ່ານ ເພີງ ຊຽວຕົງ ຮອງຫົວໜ້າກອງບັນຊາການຕຳຫຼວດກິ່ງແຂວງ 12 ປັນນາ ໄດ້ກ່າວວ່າ ການມອບ – ຮັບລົດຄັ້ງນີ້ ກໍ່ເພື່ອມອບລົດຈັກຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງເຈົ້າໜ້າທີ່ຕໍາຫຼວດອອກກວດກາລາດຕະເວນ, ທັງເປັນຂອງຂັວນ ມອບໃຫ້ກອງບັນຊາການ ປກສ ແຂວງ 5 ແຂວງ, ແຂວງລະ 20 ຄັນຄື: ແຂວງຫຼວງນໍ້າທາ, ແຂວງ ອຸດົມໄຊ, ແຂວງ ບໍ່ແກ້ວ, ແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ.
ໂອກາດດັ່ງກ່າວທ່ານ ພັທ ເຊັງ ມອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຕ່າງໜ້າໃຫ້ຄະນະກອງບັນຊາການ 5 ແຂວງພາກເໜືອທີ່ໄດ້ຮັບກນຊ່ວຍເຫຼືອໃນຄັ້ງນີ້ໄດ້ກ່າວສະແດງຄຳຂອບໃຈຕໍ່ ຮອງຫົວໜ້າກອງບັນຊາການຕຳຫຼວດກິ່ງແຂວງ 12 ປັນນາ ແຂວງ ຢູນນານ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ທີ່ໄດ້ນໍາເອົາພາຫະນະປະເພດລົດຈັກຈຳນວນ 100 ຄັນມາມອບໃຫ້, ພ້ອມທັງໃຫ້ສັນຍາວ່າຈະປົກປັກຮັກສາ ແລະ ນໍາໃຊ້ພາຫະນະຈຳນວນດັ່ງກ່າວໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.
ຂ່າວ: ຮທ ກອນຄຳ ແສນຫຼວງລາດ