ໃສ່ເກຍ N ຫຼື P ດີ ເວລາຈອດລົດຕິດໄຟແດງເປັນເວລາດົນ?

ທຸກມື້ນີ້ລະບົບເກຍໃນລົດເກືອບຮ້ອຍເປີເຊັນປ່ຽນເປັນເກຍອັດຕະໂນມັດເກືອບໝົດແລ້ວ ຊຶ່ງບໍລິເວນເກຍກໍຈະມີຕົວອັກສອນຕ່າງໆ ທີ່ບົ່ງບອກສະຖານະວ່າລົດຍົນຂອງທ່ານກຳລັງແລ່ນ ຫຼື ຈອດຢູ່. ແຕ່ຫຼາຍຄົນກໍຍັງຕັ້ງຄຳຖາມວ່າ ເວລາທີ່ຕິດໄຟແດງຜູ້ຂັບຂີ່ຄວນໃສ່ເກຍ N ຫຼື ເກຍ P ກັນແທ້?
ເພາະບໍ່ວ່າຈະເປັນເກຍ N ຫຼື P ຕ່າງກໍເຮັດໜ້າທີ່ຄ້າຍເກຍວ່າງຂອງລະບົບເກຍທຳມະດາ ໃຊ້ເມື່ອລົດຈອດຢູ່ເສີຍໆ ບໍ່ເຄື່ອນໄປຂ້າງໜ້າ ຫຼື ຖອຍຫຼັງ ເຊິ່ງຄຳຕອບຈາກຄຳຖາມຂ້າງຕົ້ນກໍຄື ຜູ້ຂັບຂີ່ຄວນໃສ່ເກຍ N ໃນຂະນະທີ່ກຳລັງລໍສັນຍານໄຟຂຽວນັ້ນເອງ.
ແນ່ນອນວ່າ ເມື່ອໄຟແດງກາຍເປັນໄຟຂຽວ ການເຄື່ອນເກຍໄປສູ່ຕົວອັກສອນ D ຈາກ N ນັ້ນເຮັດໄດ້ງ່າຍດາຍກວ່າການເລື່ອນຈາກຕົວ P ລົງມາ. ພ້ອມນັ້ນ ເກຍ P ນັ້ນເໝາະກັບການໃຊ້ຕໍ່ເມື່ອຜູ້ຂັບຂີ່ຈອດລົດແລະ ດັບເຄື່ອງຈັກແລ້ວ ເພາະຈະມີການລັອກສະຫຼັກເກຍຊຶ່ງຈະເຮັດໃຫ້ບໍ່ສາມາດຍູ້ລົດໄດ້. ໃນລົດບາງຮຸ່ນ ເມື່ອເຈົ້າຍູ້ຄັນເກຍໄປສູ່ຕົວ P, ປະຕູກໍຈະປົດລັອກອັດຕະໂນມດ ເຊິ່ງອາດຈະເກີດອັນຕະລາຍຕໍ່ຜູ້ຂັບຂີ່ໄດ້.
ທັງນີ້ ຫາກເຈົ້າຈອດລົດດັບເຄື່ອງຈັກ ພ້ອມດັນເກຍໄປສູ່ຕຳແໜ່ງຕົວ P ແລ້ວ ກໍຄວນດຶງເບຣກມືຮ່ວມນຳເພື່ອຄວາມປອດໄພສູງສຸດ ໂດຍສະເພາະເມື່ອເຈົ້າຈອດລົດບໍລິເວນທາງຊັນ ຮວມທັງຫາກຈຳເປັນຕ້ອງຈອດຊ້ອນຄັນ ກໍບໍ່ຄວນໃສ່ເກຍ P ເປັນຢ່າງຍິ່ງ.
ຂໍຂອບໃຈ
ຂໍ້ມູນ : sanook!