ຮູ້ຈັກໃຫ້ຫຼາຍຂຶ້ນ "ຊ້າງ" ສັດປະຈຳຊາດຂອງລາວທີ່ໃກ້ສູນພັນ

"ຊ້າງ" ສັດທີ່ຂຶ້ນຊື່ວ່າເປັນ ສັດປະຈຳຊາດຂອງລາວ ເຊິ່ງທີຜ່່ານມາມີບົດບາດສຳຄັນຕໍ່ກັບເສດຖະກິດ-ສັງຄົມຂອງປະຊາຊົນໃນຫຼາຍເຂດ ເຊິ່ງຖືກໃຊ້ເຂົ້າໃນການເຮັດວຽກ, ໃນພິທີກຳທາງສາສະໜາ ແລະ ວັດທະນະທຳ ພ້ອມນັ້ນກໍເປັນແຫຼ່ງສ້າງລາຍຮັບຫຼັກຂອງປະຊາຊົນບາງກຸ່ມ.
ຂະນະດຽວກັນ ການຮຸກຮານພື້ນທີ່ອາໄສຂອງຊ້າງ ເຮັດໃຫ້ຈຳນວນຂອງສັດທີ່ໃຫຍ່ໂຕນີ້ຫຼຸດລົງຢ່າງໄວວາ ແລະ ປັດຈຸບັນ ຊ້າງ ແມ່ນຢູ່ໃນສະຖານະ "ໃກ້ສູນພັນ" (Endangered) ຕາມການຈຳແນກຂອງສະຫະພາບເພື່ອການອະນຸຮັກທຳມະຊາດ ຫຼື IUCN.
ຊ້າງທີ່ຢູ່ໃນ ສປປ ລາວ ແມ່ນເອີ້ນວ່າ ຊ້າງອາຊີ (Asian elephant) ມີຊື່ທາງວິທະຍາສາດວ່າ Elephas maximus ເປັນສັດລ້ຽງລູກດ້ວຍນໍ້ານົມອາໄສຢູ່ເທິງບົກທີ່ໃຫຍ່ທີ່ສຸດໃນອາຊີ ແລະ ມີຈຳນວນໜ້ອຍກວ່າຊ້າງອີກຊະນິດພັນໜຶ່ງຄື ຊ້າງອາຟຣິກາ ເຖິງ 10 ເທົ່າ. ໂຕຜູ້ບາງໂຕຈະມີງາ ແລະ ໂຕແມ່ຈະມີງານ້ອຍ ເຊິ່ງດົນໆຈະພົບເຫັນ. ພ້ອມນັ້ນຊ້າງຍັງເປັນສັດທີ່ມີປະສາດຮັບສຽງທີ່ດີ, ຫູດີ, ຕາດີ, ດັງດີ ແລະ ສາມາດລອຍນໍ້າໄດ້ເປັນຢ່າງດີ.
ຊ້າງອາຊີມີລຳໂຕສີເທົາເຂັ້ມ ແລະ ສີນໍ້າຕານ, ມີຮອຍສີບົວຢູ່ໜ້າຜາກ, ໃບຫູ, ກ້ອງງວງ ແລະ ເອິກ / ພາບ: Pixabay
ຊ້າງທີ່ໃຫຍ່ເຕັມໄວ ຈະມີຄວາມສູງປະມານ 220-255 ຊັງຕີແມັດ, ລຳໂຕຍາວ 550-640 ຊັງຕີແມັດ ແລະ ມີນໍ້າໜັກຫຼາຍກວ່າ 5,000 ກິໂລກຣາມ. ໃນແຕ່ລະມື້ ຊ້າງຕ້ອງກິນອາຫານສະເລ່ຍປະມານ 200-250 ກິໂລກຣາມ. ສາມາດປະສົມພັນໄດ້ເມື່ອມີອາຍຸ 15 ປີຂຶ້ນໄປ ແລະ ມີລູກໄດ້ພຽງ 5 ໂຕເທົ່ານັ້ນໃນຊົ່ວຊີວິດຂອງຊ້າງໂຕແມ່ 1 ໂຕ. ຂະນະທີ່ອາຍຸສະເລ່ຍຂອງຊ້າງ ແມ່ນຢູ່ທີ່ 60 ປີ.
ປັດຈຸບັນ ໃນທົ່ວທະວີບອາຊີ ມີຊ້າງເຫຼືອພຽງແຕ່ປະມານ 25,600 - 32,750 ໂຕ. ສ່ວນໃນລາວ ຄາດວ່າມີຈຳນວນປະຊາກອນຊ້າງເຫຼືອພຽງແຕ່ 500-1,000 ໂຕເທົ່ານັ້ນ ອີງຕາມຂໍ້ມູນຈາກກອງທຶນອະນຸຮັກທຳມະຊາດປະຈຳ ສປປ ລາວ. ນີ້ເປັນຈຳນວນທີ່ນ້ອຍຫຼາຍ ແລະ ຍັງສ່ຽງທີ່ຈະຫຼຸດຈຳນວນລົງອີກ ເນື່ອງຈາກການສູນເສຍແຫຼ່ງທີ່ຢູ່ອາໄສຈາກການຕັດໄມ້ທຳລາຍປ່າ ແລະ ການເຮັດກະສິກຳຂອງມະນຸດ.
ຊ້າງໂຕຜູ້ທີ່ມີງາມັກຕົກເປັນເປົ້າຂອງນາຍພານເຖື່ອນ ເພາະງາຊ້າງທີ່ຖືກຕັດໄປຂາຍນັ້ນ ແມ່ນມີລາຄາສູງຫຼາຍ / ພາບ: Pixabay
ຊ້າງເປັນສັດທີ່ຕ້ອງການພື້ນທີ່ຢູ່ອາໄສທີ່ກວ້າງຂວາງ ແລະ ມີອາຫານທີ່ຫຼວງຫຼາຍ. ການຍາດແຍ່ງທີ່ຢູ່ອາໄສທີ່ເພີ່ມຂຶ້ນ ເຮັດໃຫ້ເກີດຂໍ້ພິພາດກັບຄົນ ເຊິ່ງອາດເຮັດໃຫ້ເກີດການຕອບໂຕ້ ຈົນເຖິງຂັ້ນຊ້າງເສຍຊີວິດໄດ້.
ພ້ອມນັ້ນ ປະຊາກອນຊ້າງທີ່ຢູ່ກະແຈກກະຈາຍ ກໍເຮັດໃຫ້ຊ້າງມີນິໄສບໍ່ຢາກຢູ່ເປັນຝູງ ແລະ ສ່ຽງເຮັດໃຫ້ຊ້າງເຊິ່ງມີອາຍຸນ້ອຍຕາຍລົງກ່ອນຈະຮອດໄວປະສົມພັນ ເຊິ່ງນີ້ສົ່ງຜົນກະທົບໂດຍກົງຕໍ່ກັບຈຳນວນຂອງປະຊາກອນຊ້າງ.
ນອກນັ້ນ ກໍຍັງມີໄພອື່ນໆທີ່ສົ່ງຜົນຕໍ່ຈຳນວນຊ້າງໃນທຳມະຊາດ ເປັນຕົ້ນກໍແມ່ນການລ່າເອົາງາ ແລະ ໜັງຊ້າງເຊິ່ງມີລາຄາສູງຫຼາຍໃນທ້ອງຕະຫຼາດຄ້າຊິ້ນສ່ວນສັດ ເຊິ່ງວ່າພຶດຕິກຳເຫຼົ່ານີ້ເປັນສິ່ງທີ່ຜິດກົດໝາຍຂອງລາວ ແລະ ສາກົນອີກດ້ວຍ.
ຈາກບັນຫາດັ່ງກ່າວຂ້າງເທິງ ເຮັດໃຫ້ມີໂຄງການອະນຸຮັກສັດສາຍພັນນີ້ຂຶ້ນ ຍົກຕົວຢ່າງໂຄງການເດັ່ນໆກໍຄື ໂຄງການອະນຸຮັກຊ້າງໃນເຂດປ່າສະຫງວນແຫ່ງຊາດນໍ້າປຸຍຂອງລາວ ເຊິ່ງເປັນໂຄງການທີ່ດຳເນີນໂດຍກອງທຶນອະນຸຮັກທຳມະຊາດ ຮ່ວມກັບລັດຖະບານລາວ ແລະ ຊຸມຊົນທ້ອງຖິ່ນ ເພື່ອປົກປັກຮັກສາຊະນິດພັນທີ່ສຳຄັນ ແລະ ເພີ່ມຈຳນວນຊ້າງປ່າໃຫ້ຫຼາຍຂຶ້ນ. ເຊິ່ງໃນປ່າສະຫງວນແຫ່ງຊາດນໍ້າປຸຍທີ່ມີເນື້ອທີ່ 1,912 ຕາກິໂລແມັດນີ້ ມີຊ້າງປ່າອາໄສຢູ່ປະມານ 50-100 ໂຕ.
ອ່ານຂໍ້ມູນກ່ຽວກັບໂຄງການດັ່ງກ່າວໄດ້ທີ່ນີ້ http://www.wwf.org.la/projects/nam_poui/