ສະຫວັນນະເຂດຕ້ອງການງົບປະມານຫຼາຍກວ່າ 138 ຕື້ກີບ ເພື່ອຟື້ນຟູຫຼັງຖືກນໍ້າຖ້ວມໜັກ

ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການຕ້ານໄພພິບັດຂັ້ນແຂວງ ໄດ້ໃຫ້ສຳພາດກ່ຽວກັບຜົນເສຍຫາຍຈາກໄພພິບັດນໍ້າຖ້ວມໄລຍະເດືອນທີ່ຜ່ານມາ ມີນໍ້າຖ້ວມເຮືອນປະຊາຊົນຈຳນວນ 11 ເມືອງ, ທີ່ຢູ່ອາໄສປະຊາຊົນຖືກຖ້ວມຈຳນວນ 174 ບ້ານ ມີຜູ້ໄດ້ຮັບຜົນກະທົບທັງໝົດ 17,159 ຄອບຄົວ ມີພົນລະເມືອງມັງໝົດ 103,184 ຄົນ, ຍິງ 51,970 ຄົນ ແລະ ບ້ານທີ່ມີການອົບພະຍົບຄົນໄປຢູ່ບ່ອນສະຖານທີ່ປອດໄພ ຢູ່ສູນພັກຊົ່ວຄາວຕາມຄະນະກຳມະການຕ້ານໄພພິບັດຈັດໃຫ້ຫຼືເຮືອນພີ່ນ້ອງຈຳນວນ 113 ບ້ານມີຈຳນວນ 10,446 ຄອບຄົວ, ມີຈຳນວນຜົນ 60,733ຄົນ, ຍິງ 29,951 ຄົນ ໃນນັ້ນມີຄົນເສຍຊີວິດ 4 ຄົນ.
ເຊິ່ງແຜນການຟື້ນຟູພື້ນຖານໂຄ່ງລ່າງຕ່າງໆລວມທັງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນປະຈຸບັນຕ້ອງການທຶນຮີບດ່ວນຫຼາຍກວ່າ 138 ຕື້ກີບ ລວມທັງກະເສດກະສິກຳ, ຊົນລະປະທານ, ແຜນຊື້ແນວພັນພືດປະມານ 400-500 ໂຕນ ເຂົ້າທີ່ມີຢູ່ພາຍໃນແຂວງຈະເກັບກ່ຽວຕື່ມປະມານ 100 ໂຕນ.
ນອກນັ້ນກໍ່ຍັງຕ້ອງການງົບປະມານຟື້ນຟູເສັ້ນທາງ ແລະ ຂົວເພື່ອແກ້ໄຂສຸກເສີນຈຳນວນ 58 ເສັ້ນຂົວ 9 ແຫ່ງເປັນເງິນ 75 ຕື້ 700 ລ້ານກີບ, ຕ້ອງການເຂົ້າສານຊ່ວຍເຫຼືອປະຊາຊົນຈຳນວນ 4,952,832 ໂຕນ, ງົບປະມານເພື່ອຟື້ນຟູສ້ອມແປງຊົນລະປະທານ, ແນວພັນ ແລະ ປັດໄຈການຜະລິດເພື່ອຮັບໃຊ້ໃນລະດູແລ້ງລວມງົບປະມານທີ່ຈຳເປັນຕ້ອງໃຊ້ 48 ຕື້ 500 ລ້ານກີບ, ຕ້ອງການງົບປະມານໃສ່ວຽກປ້ອງກັນພະຍາດ 1 ຕື້ 511 ລ້ານກີບ, ຄວາມຕ້ອງການງົບປະມານສ້ອມແປງໝໍ້ໄຟ, ຕາຂ່າຍແຮງກາງ ແຮງຕໍ່າລວມມູນຄ່າ 496 ລ້ານກີບ, ງົບປະມານໃນການສ້ອມແປງອາຄານຮຽນ ວັດຖຸ ແລະ ອຸປະກອນການຮຽນ-ການສອນລວມມູນຄ່າ 2 ຕື້ 62 ລ້ານກວ່າກີບ.
ນອກນີ້ກໍ່ຍັງມີງົບປະມານຈຳນວນໜຶ່ງເພື່ອຊ່ວຍເຫຼືອສົງເຄາະປະຊາຊົນ ທີ່ເຮືອນຊານເປ້ເພ ຄື: ບ້ານບົວໄຂ ມ້າງເຮືອນອອກ 4 ຫຼັງ, ໂຮງສີເຂົ້າ 1 ໂຮງ ແລະ ເຮືອນມີຄວາມສ່ຽງ 47 ຫຼັງ.
ຂໍຂອບໃຈ
ຂໍ້ມູນ : ວິທະຍຸແຂວງສະຫວັນນະເຂດ