ປັນຈັກສີລັດລາວ ຄວ້າ 2 ຫຼຽນທອງ ໃນລາຍການຊີງແຊັມໂລກຫາດຊາຍ ຄັ້ງທີ 1 ທີ່ປະເທດໄທ

ທັບນັກກີລາມວຍປັນຈັກສີລັດທີມຊາດລາວ ເຂົ້າຮ່ວມແຂ່ງຂັນຊີງແຊັມໂລກມວຍປັນຈັກສີລັດ ຫາດຊາຍ ຄັ້ງທີ 1 ທີ່ແຂວງ ພູເກັດ ປະເທດໄທ ໂດຍໃນວັນທີ 2 ຕຸລາ 2019 ເປັນການແຂ່ງຂັນມື້ທໍາອິດ.
ທັບນັກກີລາປັນຈັກສີລັດລາວ ສາມາດຍາດໄດ້ 2 ຫຼຽນທອງ ປະເພດ ປະເພດຟ້ອນດ່ຽວ ແລະ ປະເພດຟ້ອນຄູ່ ຈາກ ທ້າວ ສຸກສະຫວັນ ຈັນທິລາດ ແລະ ສິບໂທ ທະນະພົນ ສິມພິລາວົງ.
ນອກນີ້ພວກເຮົາຍັງມີປະເພດຕໍ່ສູ້ ອີກ 4 ຮຸ່ນທີ່ຈະຊີງຫລຽນເງິນຕໍ່ໄປຄື: ຮຸ່ນ 50Kg ຍິງ ພົບກັບ ນັກກິລາຈາກປະເທດ ອິນເດຍ, 60 ກິໂລກຣາມຊາຍ ພົບກັບ ນັກກິລາຈາກ ປະເທດ ອິນເດຍ, 55 ກິໂລກຣາມຊາຍ ພົບກັບ ນັກກິລາຈາກປະເທດຫວຽດນາມ ແລະ 60 ກິໂລກຣາມຍິງ ພົບກັບ ນັກກິລາຈາກປະເທດ ສິງກະໂປ.
ຂໍຂອບໃຈ
ຂໍ້ມູນ : Thipphongphat Manivong