ຟິນສຸດໆ! ເຖົ້າແກ່ນ້ອຍ ພາ SBFIVE ພົບປະແຟນຄລັບຊາວລາວເປັນຄັ້ງທຳອິດທີ່ນະຄອນຫຼວງວຽງຈັນ

ພາເບິ່ງບັນຍາກາດສຸດຟິນພາຍໃນງານພົບປະແຟນຄລັບເປັນຄັ້ງທຳອິດຂອງ 5 ໜຸ່ມວົງ SBFIVE ຈາກໄທ ເຊິ່ງຈັດຂຶ້ນທີ່ງານເທດສະການໄວໜຸ່ມ UYD 2019 ຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍອາທິດທີ່ຜ່ານມາ.
ງານນີ້ເກີດຂຶ້ນໄດ້ ຕ້ອງຂອບໃຈທາງ ເຖົ້າແກ່ນ້ອຍ ສາຫຼ່າຍທອດກອບຍອດນິຍົມ ເຊິ່ງພາເອົາ 5 ໜຸ່ມ: ບາສ, ຄິມມ່ອນ, ຄັອບເຕີ, ເຕ້ ແລະ ຕີ໋ ມາພົບກັບແຟນໆຊາວລາວ.
ການພົບປະດັ່ງກ່າວມີແຟນຄລັບທັງຊາວລາວ ແລະ ໄທເຂົ້າຮ່ວມເກືອບ 300 ຄົນ ເຮັດເອົາຫໍວັດທະນະທຳແຫ່ງຊາດ ເຊິ່ງເປັນສະຖານທີ່ຈັດງານອົບອວນໄປດ້ວຍບັນຍາກາດທີ່ຟົດຟື້ນດ້ວຍສຽງກຣີດຂອງແຟນໆ ເຊິ່ງດັງຂຶ້ນດ້ວຍຄວາມຟິນ.
ສ່ວນກິດຈະກຳພາຍໃນງານມີທັງການຮັບໂພສເຕີຈາກມືຂອງໜຸ່ມໆ, ປ້ອນສາຫຼ່າຍເຖົ້າແກ່ນ້ອຍໃຫ້ແຟນຄລັບ, ຈັບມືກັບ 5 ໜຸ່ມ ພ້ອມຖ່າຍຮູບແບບໃຫ້ຊິດ ແລະ ພິເສດສຸດກັບມິນິຄອນເສີດປິດທ້າຍ ສ້າງຄວາມມ່ວນຊື່ນໃຫ້ຜູ້ເຂົ້າຮ່ວມງານກັນຢ່າງຖ້ວນໜ້າ.
muan.la ຈຶ່ງເກັບເອົາພາບບັນຍາກາດສຸດຟິນພາຍໃນງານມາໃຫ້ຜູ້ອ່ານໄດ້ເບິ່ງກັນ.
ຂໍຂອບໃຈ
ພາບ : Taokaenoi Club