ລູກຫຼານຜູ້ປະສົບໄພສັນຄູກັ້ນນໍ້າຂອງເຂື່ອນແຕກພັງຢູ່ເມືອງສະໜາມໄຊ 44 ຄົນ ໄດ້ເຂົ້າຝຶກວິຊາຊີບ

ລູກຫຼານຜູ້ປະສົບໄພ ຈາກສັນຄູກັນນໍ້າ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກທີ່ເມືອງສະໜາມໄຊ ແຂວງອັດຕະປື ຈຳນວນ 44 ຄົນ ໄດ້ເຂົ້າຝຶກອົບຮົມໄລຍະສັ້ນ ຊັ້ນຕົ້ນ 3 ເດືອນ ຢູ່ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງ ອັດຕະປື ລວມມີ 2 ຫລັກສູດການຝຶກຄື: ຫຼັກສູດຕັດຫຍິບເສື້ອຜ້າ ຈຳນວນ 23 ຄົນ ແລະ ຫຼັກສູດສ້ອມແປງລົດ 21 ຄົນ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກບໍລິສັດ ຜູ້ພັດທະນານາໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ (PNPC-SK).
ການຈັດຕັ້ງການຮຽນຝຶກອົບຮົມໄລຍະສັ້ນ ແມ່ນໄດ້ເລີ່ມມາແຕ່ ວັນທີ 25 ກັນຍາ ຫາເດືອນທັນວາ 2019 ແລະ ໄດ້ຈັດພິທີເປີດຢ່າງເປັນທາງການ ໃນວັນທີ 27 ກັນຍາຜ່ານມາ.
ໂອກາດນີ້, ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ໄດ້ໂອ້ລົມຕໍ່ສຳມະນາກອນວ່າ: ການຝຶກຮຽນວິຊາຊີບ ແມ່ນການພັດທະນາຍົກລະດັບສີມືແຮງງານ ແລະ ການສົ່ງເສີມລູກຫລານຄອບຄົວຜູ້ທີ່ປະສົບໄພພິບັດນັ້ນ ໄດ້ຮັບການພັດທະນາ ແລະ ນຳໃຊ້ວິຊາທີ່ໄດ້ຜ່ານການຝຶກນີ້ ໄປນຳໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ດັ່ງນັ້ນ ສຳມະນາກອນທີ່ເຂົ້າຝຶກວິຊາຊີບໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ສຶກສາຮໍ່າຮຽນໃຫ້ສຳເລັດ ແລະ ປະຕິບັດລະບຽບຂອງໂຮງຮຽນ ແລະ ຍາດແຍ່ງເອົາຄວາມຮູ້ຈາກຄູອາຈານນັ້ນ ໃຫ້ໄດ້ຕາມຄວາມຕ້ອງການໃນລະດັບທີ່ແນ່ນອນ.
ຂໍຂອບໃຈ
ຂໍ້ມູນ : ສຳນັກຂ່າວສານປະເທດລາວ