"ໜອງປາຝາດອນແດງ" ຖ້າໄດ້ໄປຢາມເມືອງຈຳພອນ ຕ້ອງແວ່ທ່ຽວຊົມຈັກຄັ້ງ!

ໜອງປາຝາດອນແດງ ຕັ້ງຢູ່ບ້ານດອນແດງ ເືອງຈຳພອນ ແຂວງຈຳປາສັກ ຢູ່ຫ່າງຈາກຕົວເມືອງຈຳພອນໄປທາງທິດໃຕ້ບໍ່ໄກ. ໜອງແຫ່ງນີ້ ມີປາຝາເປັນຈຳນວນຫຼາຍ ເຊິ່ງໄດ້ຮັບການອະນຸຮັກ ແລະ ເຄົາລົບບູຊາຈາກປະຊາຊົນທ້ອງຖິ່ນ ເປັນອີກແຫຼ່ງທ່ອງທ່ຽວໜຶ່ງທີ່ໜ້າແວ່ຊົມຈັກຄັ້ງຖ້າຫາກໄດ້ຜ່ານກາຍໄປທາງນັ້ນ.
ອີງຕາມຄວາມເປັນມາ, ປະຊາຊົນທ້ອງຖິ່ນເຊື່ອກັນວ່າ ປາຝາທີ່ອາໄສຢູ່ໃນໜອງແຫ່ງນີ້ແມ່ນເປັນສັດສັກສິດ ບໍ່ມີໃຜແຕະຕ້ອງໄດ້ ແລະ ຖ້າຫາກມີໃຜມາສ້າງອັນຕະລາຍ ຫຼື ທຳລາຍປາຝາໃນໜອງ ກໍຈະມີອັນເປັນໄປ ຫຼື ເຈັບເປັນລົ້ມຕາຍ.
ປາຝາໃນໜອງນີ້ລຶ້ງເຄີຍຄົນເປັນຢ່າງດີ ໂດຍຈະມີຄຳເອີ້ນໃຫ້ປາຝາລອຍຂຶ້ນມາເໜືອໜ້ານໍ້າວ່າ "ຄວາຍຕູ້ເອີຍ ຂຶ້ນມາກິນເຂົ້າເດີ ອະໆ".
ໜອງແຫ່ງນີ້ມີເນື້ອທີ່ 300 ຕາແມັດ ມີປາຝາທັງນ້ອຍ ແລະ ໃຫຍ່ປະມານ 400-500 ໂຕ ໂດຍໂຕທີ່ໃຫຍ່ສຸດແມ່ນຈະມີຂະໜາດເທົ່າກັບແຜ່ນກະດົ້ງ ແລະ ໜັກເຖິງ 50 ກິໂລກຣາມ.
ພ້ອມນັ້ນ ຜູ້ທີ່ມາທ່ຽວຊົມຍັງສາມາດຍ່າງເຂົ້າໄປຮອດກາງໜອງ ຜ່ານຂົວໄມ້ ເຊິ່ງກາງໜອງຈະມີສາລາ ເຊິ່ງມີພະພຸດທະຮູບປະດິດສະຖານຢູ່.
ໜອງປາຝາດອນແດງ ເປີດໃຫ້ເຂົ້າທຸກມື້ ຄົນລາວເສຍຄ່າປີ້ເຂົ້າຊົມ 3,000 ກີບ ແລະ ຄົນຕ່າງປະເທດແມ່ນ 5,000 ກີບ.