ພາຍໃນອາທິດດຽວ ຢູ່ນະຄອນຫຼວງວຽງຈັນ ມີນັກຂັບຂີ່ລະເມີດກົດຈະລາຈອນ 400 ກວ່າຄົນ

ບັນຫາການເກີດອຸບັດເຫດຕາມທ້ອງຖະໜົນ ຢູ່ນະຄອນຫຼວງວຽງຈັນ ໃນແຕ່ລະວັນເພີ່ມຂຶ້ນ ນັ້ນກໍຍ້ອນນັກຂັບຂີ່ສ່ວນຫຼາຍ ຍັງຝືນດື້ລະເມີດກົດລະບຽບຈະລາຈອນ ດ້ວຍຫຼາຍວິທີການ ເປັນຕົ້ນ ແມ່ນ: ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດໄວເກີນກໍານົດ, ແຊງບໍ່ຮັບປະກັນ; ຂັບຂີ່ລົດບໍ່ຖືກຊ່ອງທາງຈະລາຈອນ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ, ປ່ຽນທິດທາງການສັນຈອນກະທັນຫັນ, ບໍ່ປ່ອຍສິດ ແລະ ອື່ນໆ ເຊິ່ງບັນຫາເຫຼົ່ານີ້ແມ່ນບັນຫາຫຼັກທີ່ພາໃຫ້ເກີດອຸບັດເຫດຢູ່ຕາມທ້ອງຖະໜົນ. ພຽງອາທິດດຽວ (10-16 ກັນຍາ 2019) ຢູ່ ນວ ມີນັກຂັບຂີ່ລະເມີດກົດລະບຽບຈະລາຈອນ 400 ກວ່າຄົນ.
ໃນລະຫວ່າງວັນທີ 10-16 ກັນຍາ 2019 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ລົງກວດກາພາຫະນະ, ອອກອາທິດສັນຈອນ, ຈັບຄວາມໄວ, ກວດທາດເຫຼົ້າຢູ່ຕາມເສັ້ນທາງຕ່າງໆພາຍໃນນະຄອນຫຼວງວຽງຈັນ ພົບເຫັນນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ທັງໝົດ 416 ຄົນ. ໃນນັ້ນ, ສຶກສາອົບຮົມຜູ້ລະເມີດກົດລະບຽບກັບທີ່ໄດ້ 309 ຄົນ, ຂຽນໃບສັ່ງໃຫ້ 107 ຄົນ, ກັກເອກະສານຜູ້ລະເມີດ ໄດ້ 100 ໃບ ແລະ ກັກລົດໄດ້ ທັງໝົດ 7 ຄັນ.
ນອກຈາກນີ້, ຍັງມີນັກຂັບຂີ່ອີກຈໍານວນຫຼວງຫຼາຍ ທີ່ເຈົ້າໜ້າທີ່ບໍ່ສາມາດກວດພົບ ຍ້ອນວ່ານັກຂັບຂີ່ເຫຼົ່ານັ້ນຮູ້ດີຢູ່ແກ່ໃຈວ່າຕົນເອງລະເມີດກົດລະບຽບຈະລາຈອນ ແລ້ວຫາວິທີທາງລົບຫຼີກເຈົ້າໜ້າທີ່ ທີ່ປະຈໍາຢູ່ຕາມປ້ອມຕາມເສັ້ນທາງຕ່າງໆ. ບັນຫາການລະເມີດຂອງນັກຂັບຂີ່ທີ່ກ່າວມານີ້ ສ່ວນຫຼາຍມັກຈະພາໃຫ້ເກີດອຸບັດເຫດຕາມທ້ອງຖະໜົນ ເຊິ່ງສະແດງອອກໃນອາທິດດຽວທົ່ວນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ ທັງໝົດ 13 ຄັ້ງ, ພາຫະນະເປ່ເພ ທັງໝົດ 25 ຄັນ, ຄົນໄດ້ຮັບບາດເຈັບ 23 ຄົນ ແລະ ເສຍຊີວິດ 1 ຄົນ. ຕໍ່ກັບຜູ້ເສຍຊີວິດເຫດເກີດເມືອເວລາ 15:00 ໂມງ ຂອງວັນທີ 10 ກັນຍາ 2019 ເກີດເຫດລົດຈັກຕໍາລົດ ໃຫຍ່ຢູ່ຖະໜົນເລກທີ 11 ເຂດບ້ານໃໝ່ເຮັດໃຫ້ ນາງ ຈ່ອຍ ອາຍຸ 32 ປີ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ທີ່ເປັນຜູ້ຊ້ອນທ້າຍເສຍຊີວິດຄາທີ່; ຈາກອຸບັດຕິເຫດທີ່ເກີດຂຶ້ນສ້າງຜົນເສຍຫາຍເປັນເງິນ 228,000,000 ກີບ.
ຂໍຂອບໃຈ
ຂໍ້ມູນ : ຄວາມສະຫງົບລາຍວັນ