“ປູເປ້ ອາລິຍາ” ນັກເທັນນິສ ໄວ 14 ປີ ຖືກສະໂມສອນ SUCY EN BRIE ດຶງໂຕເຊັນສັນຍາ ທີ່ປະເທດຝຣັ່ງ

ພິທີເຊັນສັນຍາ ລະຫວ່າງ ສະໂມສອນ ເທັນນິສ SUCY EN BRIE ແລະ ນາງ ອາລິຍາ ວົງດາລາ ຫຼື “ປູເປ້” ນັກກີລາເທັນນິສດາວຮຸ່ງອາຍຸ 14 ປີ ໜຶ່ງດຽວຈາກສປປ ລາວ ໄດ້ມີຂຶ້ນເມື່ອວັນທີ 21 ກັນຍາ ຜ່ານມາ ທີ່ສະໂມສອນດັ່ງກ່າວ ນະຄອນຫຼວງປາຣີດ ປະເທດຝຣັ່ງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນທົງ ຈັນທະປະເສີດ ຮອງເອກອັກຄະລັດຖະທູດສປປ ລາວ ປະຈຳປະເທດຝຣັ່ງ ພ້ອມດ້ວຍພັນລະຍາ, ມີຜູ້ຕາງໜ້າສະໂມສອນ, ຄະນະນຳ, ຄູຝຶກ, ຜູ້ປົກຄອງນັກກີລາ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ພູເຂົາທອງ ພົມມະວົງ ຜູ້ປົກຄອງ ແລະ ຜູ້ຈັດການສ່ວນຕົວຂອງ ນາງ ອາລິຍາ ວົງດາລາ ເຜີຍຕໍ່ນັກຂ່າວສຶກສາ-ກີລາ ລາຍວັນ ເມື່ອວັນທີ 24 ກັນຍາ ຜ່ານມາວ່າ: “ປູເປ້” ໄດ້ຕົກລົງເຊັນສັນຍາເປັນນັກເທັນນິສຂອງສະໂມສອນ SUCY EN BRIE ໃນປະເທດຝຣັ່ງ ເປັນທີ່ຮຽບຮ້ອຍແລ້ວ ໂດຍເນື້ອໃນຂອງສັນຍາ ລະບຸວ່າ ທາງສະໂມສອນຈະຊ່ວຍເຫຼືອດ້ານຄ່າເດີນທາງໄປ-ກັບ ເພື່ອໃຫ້ “ປູເປ້” ມາຮ່ວມແຂ່ງຂັນລາຍການຕ່າງໆທີ່ປະເທດຝຣັ່ງ ລະຫວ່າງເດືອນເມສາ ຫາ ເດືອນກໍລະກົດ 2020 ແລະ ໃນລະຫວ່າງເດືອນກໍລະກົດ ຫາ ເດືອນສິງຫາ 2020 ແມ່ນເຂົ້າສູນຝຶກຊ້ອມໄປພ້ອມກັນ ໂດຍມີ ທ່ານ ໂຈນາທານ ຄູຝຶກມືອາຊີບຂອງສະໂມສອນເປັນຜູ້ຊ່ວຍແນະນຳ ແລະ ຝຶກແອບຕາມຫຼັກສູດນານາຊາດ. ສ່ວນເລື່ອງເງິນລາງວັນທີ່ໄດ້ຈາກການແຂ່ງຂັນທາງສະໂມສອນແມ່ນມອບໃຫ້ “ປູເປ້” ທັງໝົດ.
ທ່ານ ພູເຂົາທອງ ພົມມະວົງ ກ່າວອີກວ່າ: ສຳລັບ ປູເປ້ ກ່ອນໜ້ານີ້ ໄດ້ເດີນທາງມາຝຶກຊ້ອມ ແລະ ແຂ່ງຂັນລາຍການຕ່າງໆເຖິງ 6 ລາຍການ ຢູ່ປະເທດຝຣັ່ງ ລະຫວ່າງວັນທີ 18 ສິງຫາ ຫາ 23 ກັນຍາ 2019. ໃນນີ້ສາມາດຄວ້າແຊ້ມມາຄອງໄດ້ເຖິງ 3 ລາຍການ ຄື: ລາຍການ ໂປຣ ຄັບ (Tennis Pro Cup), ລາຍການ Tennis Club Tournament Loupian TC 34 ແລະ ລາຍການ TEYRAN TOURNOI OPEN 2019. ນອກນັ້ນ, ຍັງສາມາດຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫຼື ຮອບ 4 ສຸດທ້າຍໄດ້ອີກ 3 ລາຍການ ປະກອບມີ: ລາຍການ Montpelier ASPTT Tennis TOURNOI Open 2019, ລາຍການ Tournoi TC JACOU 2019 ແລະ ລາຍການ TMC les raquette de la dépêche 2019 ຈົນສ້າງຄວາມສົນໃຈໃຫ້ຫຼາຍສະໂມສອນໃນຝຣັ່ງ ແລະ ໃນທີ່ສຸດກໍຕັດສິນໃຈເຊັນສັນຍາກັບ ສະໂມສອນ SUCY EN BRIE ເປັນທີ່ຮຽບຮ້ອຍແລ້ວ.
ສໍາລັບ “ປູເປ້” ແມ່ນເປັນນັກກີລາເທັນນິສດາວຮຸ່ງ ຊຶ່ງຖືໄດ້ວ່າອາດຈະເປັນນັກກີລາເຍົາວະຊົນຄົນລາວ ທີ່ຈະມາເປັນຄວາມຫວັງຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃນອະນາຄົດ ໂດຍ “ປູເປ້” ເກີດເມື່ອວັນທີ 17 ກໍລະກົດ 2005 ທີ່ນະຄອນຫຼວງວຽງຈັນ ປັດຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນຊະນະພົນ ຊຶ່ງກາຍເປັນນັກເທັນນິສເຍົາວະຊົນຍິງດ່ຽວມື 1 ຂອງສປປ ລາວ ນັບຕັ້ງແຕ່ຮຸ່ນອາຍຸ 10, 12 ແລະ 14 ປີອີກດ້ວຍ. ສ່ວນອັນດັບໃນປະເທດໄທເປັນມື 1 ຮຸ່ນອາຍຸ 10 ປີ, ມື 13 ຮຸ່ນອາຍຸ 12 ປີ ແລະ ມື 112 ຮຸ່ນອາຍຸ 14 ປີ. ຂະນະທີ່ອັນດັບເຍົາວະຊົນໃນສະຫະພັນເທັນນິສອາຊຽນ ເປັນມື 306 ໃນຮຸ່ນອາຍຸ 14 ປີ ເພາະໃນລະດັບນີ້ແມ່ນຈະນັບຮຸ່ນອາຍຸ 14 ປີຂຶ້ນໄປ.
ຂໍຂອບໃຈ
ຂໍ້ມູນ : ສຶກສາ-ກີລາ