ລັດກຽມສ້າງຕັ້ງ "ກົມຕຳຫຼວດທາງລົດໄຟ" ເພື່ອເຄື່ອນໄຫວວຽກງານໃນຂະແໜງການລົດໄຟໃນໄລຍະໃໝ່

ກະຊວງປ້ອງກັນຄວາມສະຫງົບກຽມສ້າງຕັ້ງກົມຕຳຫຼວດທາງລົດໄຟ ອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ອີງຕາມກົດໝາຍວ່າດ້ວຍທາງລົດໄຟ.
ໜັງສືພິມປ້ອງກັນຄວາມສະຫງົບລາຍງານວ່າ ກອງປະຊຸມກະກຽມສ້າງຕັ້ງກົມຕຳຫຼວດທາງລົດໄຟດັ່ງກ່າວ ມີຂຶ້ນເມື່ອວັນທີ 19 ກັນຍາ 2019 ທີ່ຜ່ານມາ ໂດຍມີການເຂົ້າຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງກົມດັ່ງກ່າວ.
ທັງນີ້ ຄະນະຊີ້ນຳລວມມີໜ້າທີ່ໃນການຮັບຜິດຊອບວິຊາການ, ເກັບກຳຂໍ້ມູນ, ສ້າງບົດວິພາກ, ໂຄງຮ່າງການຈັດຕັ້ງ ແລະ ແຜນການດຳເນີນງານຄົ້ນຄວ້າສ້າງຕັ້ງກົມດັ່ງກ່າວຕາມລະບຽບການ ແລະ ຂັ້ນຕອນທີ່ຂັ້ນເທິງກຳນົດ, ພົວພັນແລກປ່ຽນບົດຮຽນກັບພາຍໃນ ແລະ ຕ່າງປະເທດຕາມການເຫັນດີຂອງຂັ້ນເທິງ, ນຳສະເໜີກະຊວງ ແລະ ຂັ້ນເທິງພິຈາລະນາຕົກລົງຮັບຮອງເປັນທາງການກ່ຽວກັບການສ້າງຕັ້ງກົມດັ່ງກ່າວ.
ພ້ອມນັ້ນ ໃນກອງປະຊຸມ ຄະນະຮັບຜິດຊອບສ້າງຕັ້ງກົມກໍໄດ້ມີການປະກອບຄວາມຄິດເຫັນໃສ່ແຜນການເຄື່ອນໄຫວຂອງຄະນະຄົ້ນຄວ້າສ້າງຕັ້ງກົມຕຳຫຼວດທາງລົດໄຟ ແລະ ມີການມອບໝາຍໜ້າທີ່-ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນໃນການເຄື່ອນໄຫວວຽກງານ ແລະ ຄົ້ນຄວ້າກ່ຽວກັບໂຄງປະກອບການຈັດຕັ້ງ, ເຄື່ອງໝາຍເຫຼົ່າວິຊາສະເພາະ, ເຄື່ອງແບບ ແລະ ຂຽນບົດວິພາກກ່ຽວກັບການສ້າງຕັ້ງກົມຕຳຫຼວດດັ່ງກ່າວ.
ຂະນະດຽວກັນ ມາຮອດປັດຈຸບັນ ການກໍ່ສ້າງທາງລົດໄຟລາວ-ຈີນແມ່ນສຳເລັດເກືອບ 80% ແລ້ວ ອີງຕາມການລາຍງານເມື່ອບໍ່ດົນມານີ້ ແລະ ເມື່ອກົມຕຳຫຼວດດັ່ງກ່າວສຳເລັດການສ້າງຕັ້ງ ແລະ ທາງລົດໄຟເປີດໃຊ້ໃນປີ 2021 ກໍຈະພ້ອມປະຕິບັດວຽກງານຕາມຄວາມຮຽກຮ້ອງຂອງສະພາບການໃນໄລຍະໃໝ່ຢ່າງທັນການ.
ຂໍຂອບໃຈ
ຂໍ້ມູນ : ປ້ອງກັນຄວາມສະຫງົບ