ຄລາຣາ ໂຊຊາ Miss Grand International 2018 ຈະເດີນທາງມາລາວ ຄາດຮ່ວມງານປະກວດນາງງາມມື້ອື່ນນີ້

Miss Grand International ໄດ້ປະກາດເມື່ອຕອນບ່າຍຂອງມື້ນີ້ວ່າ ຄລາຣາ ໂຊຊາ ເຈົ້າຂອງມຸງກຸດເວທີດັ່ງກ່າວປະຈຳປີ 2018 ຈະເດີນທາງມາລາວໃນລະຫວ່າງວັນທີ 19-21 ກັນຍາ ນີ້ ຄາດເຂົ້າຮ່ວມງານຄັດເລືອກ Miss Grand Laos 2019 ເຊິ່ງຈະຈັດຂຶ້ນໃນມື້ອື່ນນີ້.
ຂະນະທີ່ການປະກວດ Miss Grand Laos 2019 ບໍ່ໄດ້ມີການປະກາດຮັບສະໝັກຜູ້ເຂົ້າປະກວດໂດຍກົງ ແຕ່ອີງຕາມຂໍ້ມູນຈາກຫຼາຍແຫ່ງ ງານຄັດເລືອກຈະມີຂຶ້ນໃນວັນທີ 19 ກັນຍາ ທີ່ໂຮງແຮມແລນມາກ ແມ່ຂອງ ຣິເວີໄຊ ນະຄອນຫຼວງວຽງຈັນ ເຊິ່ງເປັນວັນເວລາ ແລະ ສະຖານທີ່ດຽວກັນກັບງານ Miss World Laos 2019 ຈຶ່ງຄາດກັນວ່າຈະມີການຄັດເອົາຈາກຜູ້ເຂົ້າປະກວດເວທີດັ່ງກ່າວນີ້ເລີຍ.
ພ້ອມດຽວກັນນີ້ຜູ້ຖືລິຂະສິດຈັດການປະກວດຂອງທັງສອງເວທີ ກໍເປັນເຈົ້າຂອງດຽວກັນ ສະນັ້ນຄວາມເປັນໄປໄດ້ທີ່ຈະຄັດຈາກງານດຽວກັນເລີຍກໍມີສູງຫຼາຍ.
ການເດີນທາງມາລາວຂອງ ຄລາຣາ ໂຊຊາ ມີຂຶ້ນຫຼັງຈາກຮ່ວມເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອຸບົນຣາຊະທານີ ປະເທດໄທ.
ຂໍຂອບໃຈ
ພາບ : IG: missgrandinternational , Clara Sosa