ໄດ້ເບິ່ງກັນແນ່ນອນ! "ດອກຈຳປາບານ" ນຳສະແດງໂດຍ "ຈັນດາລີ ສິດພະໄຊ" ເຂົ້າໂຮງ 19 ກັນຍານີ້

ເປີດເຜີຍອອກມາແລ້ວສຳລັບວັນເຂົ້າສາຍໃນໂຮງຮູບເງົາຢູ່ລາວ ສຳລັບຮູບເງົາຮ່ວມມືລາວ-ຈີນ ເລື່ອງ "ດອກຈຳປາບານ" ເຊິ່ງນຳສະແດງໂດຍ ໝໍແນ່ງ - ຈັນດາລີ ສິດພະໄຊ ແລະ ມາຈຶລົ້ວ (ນັກສະແດງຈີນ) ໂດຍເລີ່ມເຂົ້າສາຍຕັ້ງແຕ່ວັນທີ 19 ກັນຍາ 2019 ເປັນຕົ້ນໄປໃນໂຮງຮູບເງົາທົ່ວປະເທດ.
ສຳລັບຮູບເງົາເລື່ອງນີ້ ບໍ່ແມ່ນເລົ່າເຖິງພຽງແຕ່ຄວາມຮັກຂອງບ່າວສາວເທົ່ານັ້ນ ແຕ່ເປັນເລົ່າລື່ອງລາວຕັ້ງແຕ່ສະໄໝເກີດສົງຄາມ ໂດຍມີທະຫານຈີນເຂົ້າມາຊ່ວຍລາວ ແລ້ວເກີດຄວາມຮັກກັບແມ່ເຖົ້າຂອງນາງເອກ. ແຕ່ດ້ວຍເຫດສຸດວິໄສ ພໍ່ເຖົ້າເຊິ່ງເປັນທະຫານຈີນໄດ້ບອກໃຫ້ແມ່ເຖົ້າຖ້າຢູ່ກ້ອງຕົ້ນຈຳປາ ແມ່ເຖົ້າກໍ່ຖ້າແລ້ວຖ້າອີກ ແຕ່ຍ້ອນອຸບັດເຫດຈາກສົງຄາມ ໄດ້ເຮັດໃຫ້ພໍ່ເຖົ້າ ແລະ ແມ່ເຖົ້າພັດພາກຈາກກັນ ເຮັດໃຫ້ແມ່ນາງເອກຄຽດແຄ້ນໃຫ້ຄົນຈີນວ່າ ຄົນຈີນ ບໍ່ຮັກສາສັນຍາ. ຈົນມາຕົກມາສະໄໝຂອງ ລູກສາວ ຜູ້ເປັນນາງເອກ ທີ່ເປັນຜູ້ນຳທ່ຽວ ທີ່ຖືກໜຸ່ມຈີນຕົກຫຼຸມຮັກ ແຕ່ຊໍ້າພັດຖືກກີດກັນຈາກແມ່ ເພາະແມ່ຄຽດວ່າພໍ່ ບໍ່ກັບມາ ຄົນຈີນບໍ່ຮັກສາສັນຍາ ຢ້ານລູກສາວເສຍໃຈຄືກັບແມ່ເຖົ້າ.
ແຕ່ໃນທີ່ສຸດພະເອກ ຈີນ ກໍ່ຕາມຫາພໍເຖົ້າພົບ ໂດຍພໍ່ເຖົ້າກໍ່ຊອກຫາແມ່ເຖົ້າມາຕະຫຼອດແຕ່ຍ້ອນບາດເຈັບ ແລະ ບ້ານເກົ່າ ກາຍເປັນວັດ ເຮັດໃຫ້ ພໍ່ເຖົ້າມາຫາກໍ່ບໍ່ພົບ. ກ່ອນໝົດລົມຫາຍໃຈ ເພິ່ນຝາກກ່ອງອັນໜຶ່ງມາກັບພະເອກ ກ່ອງນັ້ນເຕັມໄປດ້ວຍດອກຈຳປາທີ່ແຫ່ວແຫ້ງ ເຊິ່ງພໍ່ເຖົ້າເກັບໄວ້ໃຫ້ແມ່ຜູ້ເປັນລູກສາວ ໃນທຸກວັນຄົບຮອບວັນເກີດລູກສາວ (ແມ່ນາງເອກ ). ເມື່ອພະເອກຊອກຮູ້ຄວາມຈິງ ຈຶ່ງນຳເອົາກະດູກ ແລະ ກ່ອງຂອງຂວັນໃຫ້ແມ່ ແມ່ຈິ່ງຮູ້ຄວາມຈິງ ແລະ ຮ້ອງໄຫ້ ແລະ ເລີ່ມເຫັນໃຈ ແລະ ອີ່ຕົນພະເອກ.
ຮູບເງົາເລື່ອງ ດອກຈຳປາບານ ສ່ວນໃຫຍ່ແມ່ນຖ່າຍຢູ່ລາວ ໂດຍມີການຖ່າຍຢູ່ຫຼາຍເມືອງເຊັ່ນ: ນະຄອນຫຼວງວຽງຈັນ, ວັງວຽງ, ຫຼວງພະບາງ ແລະ ບາງສ່ວນແມ່ນຖ່າຍຢູ່ໃນຈີນເຊັ່ນ ຄຸນໝິງ ແລະ ໄຕ້ຫວັນ.
ພິເສດກໍຄື ກ່ອນທີ່ຈະໄດ້ມາສາຍຢູ່ລາວນັ້ນ "ດອກຈຳປາບານ" ເປັນໜຶ່ງໃນຮູບເງົາຕ່າງປະເທດ 36 ເລື່ອງທີ່ໄດ້ຮັບອະນຸຍາດໃຫ້ສາຍໃນໂຮງຮູບເງົາຈີນໃນປີ 2019 ໂດຍໄດ້ເຂົ້າສາຍໃນໂຮງຮູບເງົາຂອງຈີນຕັ້ງແຕ່ເດືອນມັງກອນທີ່ຜ່ານມາ.
ຂໍຂອບໃຈ
ພາບ : ningnang_chandaly