“ອາລິນ ສຸລິພອນ” ໜຸ່ມຫຼວງພະບາງ ໜຶ່ງໃນຜູ້ເຂົ້າປະກວດ Mister International Laos 2019

ໂຄງການປະກວດ Mister International Laos 2019 ຖືວ່າເປັນອີກໜຶ່ງເວທີທີ່ໜ້າຈັບຕາ ເພາະຜູ້ເຂົ້າປະກວດໃນຮອບ 20 ຄົນສຸດທ້າຍ ກໍລ້ວນແລ້ວແຕ່ໄດ້ໜຸ່ມທີ່ມີໃບໜ້າອັນຫຼໍ່ເຫຼົ່າ ຫຸ່ນລຳ້ໆທັງນັ້ນ ໂດຍມື້ນີ້ ແອັດກໍ່ໄດ້ສຳພາດໜື່ງໃນຜູ້ເຂົ້າຮອບ 20 ຄົນສຸດທ້າຍ ຜູ້ເຂົ້າປະກວດໝາຍເລກ MR:01 ນັ້ນກໍ່ຄື ທ້າວອາລິນ ສຸລິພອນ ຊື່ຫຼິ້ນ ອາລິນ ໂຕດຳ ໜຸ່ມຫຼໍ່ໜ້າຫວານຈາກແຂວງຫຼວງພະບາງ ອາຍຸ 21 ປີ ສ່ວນສູງ 175 ຊັງຕີແມັດ ກຳລັງສຶກສາຢູ່ສະຖາບັນການທະນາຄານ.
ອາລິນ ມີຜົນງານຢ່າງຫຼວງຫຼາຍໃນວົງການບັນເທີງ ເຄີຍຮັບງານຖ່າຍໂຄສະນາ, ງານຖ່າຍເອັມວີເພງ, ງານເດີນແບບຕ່າງໆ ເຊິ່ງການເຂົ້າຮ່ວມ ໂຄງການປະກວດ Mister International Laos 2019 ໃນຄັ້ງນີ້ ອາລິນໄດ້ບອກວ່າ: ມີຄວາມຮູ້ສຶກດີໃຈ ແລະ ພູມໃຈທີ່ໄດ້ຮ່ວມການປະກວດໃນໂຄງການນີ້ ຈຸດປະສົ່ງແມ່ນຢາກເລີ່ມຫາປະສົບການ ສະແດງຄວາມສາມາດຂອງຕົນເອງໃຫ້ເຕັມທີ່ ແລະ ໃຫ້ດີທີ່ສຸດ ເພາະຕົນເອງກໍເປັນຄົນມັນໃນດ້ານການເດີນແບບ ແລະ ຢາກເຂົ້າໃນການບັນເທີງຢູ່ແລ້ວ ແນວໃດກໍຕາມກໍຝາກໃຫ້ທຸກຄົນຕິດຕາມ ແລະ ຮ່ວມເຊຍໜຸ່ມນ້ອຍນ້າຫວານຄົນນີ້ແດ່ເດີ ເຊິ່ງຜົນນຳການຕັດສິນມື້ປະກວດຮອບສຸດທ້າຍ ຈະໄດ້ຈັດຂຶ້ນໃນ ວັນທີ 5 ຕຸລາ 2019 ຢູ່ ໂຮງແຮມ Crowne Plaza Vientiane.