16 ກິດຈະກຳກະຕຸ້ນພັດທະນາການເດັກ ເກມສຳລັບເດັກທີ່ພໍ່ແມ່ເຮັດເອງໄດ້ ບໍ່ຕ້ອງເສຍເງິນແພງ

1. ເກມໄຂ່ໜ້າຍິ້ມ
ເກມນີ້ເປັນເກມທີ່ຊ່ວຍໃຫ້ເດັກໄດ້ເຝິກທັກສະກ່ຽວກັບຄວາມຄິດການຈັບຄູ່ຮູບພາບ ໂດຍພໍ່ແມ່ສາມາດນຳແກັດເຈ້ຍມາແຕ້ມເປັນຮູບໜ່ວຍໄຂ່. ຈາກນັ້ນກໍແຕ້ມໜ້າຕ່າງໆລົງໄປ, ແລ້ວຕັດສ່ວນຕາກັບສ່ວນປາກແຍກອອກຈາກກັນ ແລ້ວໃຫ້ລູກຈັບຄູ່ພາບ ດັ່ງຮູບດ້ານລຸ່ມ.
2. ເກມຈັບຄູ່ຮູບແຕ້ມ
ເກມນີ້ເດັກນ້ອຍຈະໄດ້ເຝິກຈິນຕະນາການ ໂດຍທີ່ພໍ່ແມ່ອາດຈະເອົາຝາເຂົ້າໜົມໃສໆຫຼາຍໆອັນ ແລ້ວແຕ້ມອົງປະກອບຂອງພາບລົງໄປ ເຊັ່ນ ຕົ້ນໄມ້, ເຮືອນ, ຕາເວັນ. ຈາກນັ້ນກໍໃຫ້ແຕ້ມຮູບທີ່ມີທຸກອົງປະກອບລົງໄປ ແລ້ວໃຫ້ລູກໃຊ້ຝາເຂົ້າໜົມເພື່ອສ້າງຮູບຕາມທີ່ພໍ່ແມ່ແຕ້ມ ຕາມຕົວຢ່າງ.
3. ເກມຈັດລຽນຈອກ
ເກມນີ້ຈະຊ່ວຍໃຫ້ເດັກນ້ອຍໄດ້ເຂົ້າໃຈກ່ຽວກັບວັດຖຸຮູບຊົງຕ່າງໆ ແລະ ຍັງໄດ້ຮຽນຮູ້ເລື່ອງສີອີກດ້ວຍ. ເລີ່ມຈາກໃຫ້ພໍ່ແມ່ກຽມຈອກເຈ້ຍມາຫຼາຍໆຈອກ ອາດຈະໃຊ້ປະມານ 1 ແພັກ ແລ້ວໃຫ້ແຕ້ມຮູບຊົງຕ່າງໆລົງທີ່ກົ້ນຈອກ ເຊັ່ນ ຮູບສາມຫຼ່ຽມ, ຮູບວົງມົນ, ຮູບສີ່ຫຼ່ຽມ ເປັນຕົ້ນ ໂດຍໃຫ້ແຕ້ມຮູບຊົງລະປະມານ 3 ຈອກ ເພື່ອໃຫ້ເດັກນ້ອຍຈັດປະເພດຂອງຮູບຊົງທີ່ຄືກັນ ດັ່ງໃນຮູບ.
4. ເກມເຝິກຂຽນໂຕເລກ
ກິດຈະກຳທີ່ເຮັດໃຫ້ເດັກນ້ອຍໄດ້ເຝິກກ້າມຊີ້ນ ແລະ ຮຽນຮູ້ກ່ຽວກັບໂຕເລກ ໂດຍທີ່ພໍ່ແມ່ອາດຈະເອົາກ່ອງມາຕັດກົ້ນ ຈາກນັ້ນກໍຖອກຂີ້ຊາຍ ຫຼື ອາດຈະໃຊ້ເຂົ້າ, ນໍ້າຕານ ຫຼື ດິນກໍໄດ້ ແລ້ວໃຫ້ລູກເຝິກຂຽນໂຕເລກ ຕາມຕົວຢ່າງ.
5. ເກມຈັດລຽນອາຫານ
ເປັນເກມທີ່ເຮັດໃຫ້ເດັກນ້ອຍໄດ້ເຝິກສະມາທິ, ເຝິກພັດທະນາການກ້າມຊີ້ນບໍລິເວນມື ແລະ ສາຍຕາໄດ້ ໂດຍພໍ່ແມ່ອາດຈະຊອກຫາໄມ້ຍາວໆ ປະມານ 2-3 ທ່ອນກໍໄດ້ ແລ້ວກໍເອົາດິນນໍ້າມັນມາເປັນຖານໃຫ້ສຽບ. ຈາກນັ້ນກໍເອົາຂອງກິນເດັກນ້ອຍເຊັ່ນ ເສັ້ນກະໂລນີຍັງຍໍ່ຕົ້ມສຸກ ຫຼື ລູກປັດ (ຕ້ອງລະວັງເຂົ້າຄໍ) ມາໃຫ້ເດັກນ້ອຍເຝິກຮ້ອຍ ຄ້າຍກັບການຮ້ອຍລູກປັກຕາມພາບ.
6. ເກມຈັບຄູ່ສີກັບໄມ້ກະແລ້ມ
ສຳລັບກິດຈະກຳນີ້ຈະເຮັດໃຫ້ເດັກນ້ອຍໄດ້ຮຽນຮູ້ກັບສີຢ່າງມ່ວນຊື່ນ ໂດຍທີ່ພໍ່ແມ່ອາດຈະເອົາໄມ້ກະແລ້ມຈຳນວນໜຶ່ງ ແລ້ວທາເປັນສີຕ່າງໆ. ຈາກນັ້ນໃຫ້ກຽມເຈ້ຍແລ້ວລະບາຍສີລົງໄປໃຫ້ມີຂະໜາດປະມານໄມ້ກະແລ້ມ ແລ້ວໃຫ້ເດັກນ້ອຍຈັບຄູ່ສີ.
7. ເກມສີຈາກໃບໄມ້
ກິດຈະກຳນີ້ເດັກນ້ອຍຈະໄດ້ຮຽນຮູ້ເລື່ອງສີ, ການໃຊ້ສີຈາກທຳມະຊາດ ແລະ ຄວາມຄິດສ້າງສັນ ໂດຍທີ່ພໍ່ແມ່ອາດຈະພາລູກໄປສຳຫຼວດສວນໜ້າເຮືອນ ເພື່ອເກັບໃບໄມ້ກັບດອກໄມ້ສີຕ່າງໆ ມາເຮັດເປັນສີຕາມທຳມະຊາດ ໂດຍທີ່ພໍ່ແມ່ອາດຈະແຕ້ມຮູບລຳຕົ້ນໄວ້ ແລະ ໃຫ້ລູກຕື່ມໃບ ຫຼື ດອກເອງ.
8. ນັບໂຕເລກ
ກິດຈະກຳຮຽນຮູ້ມ່ວນໆທີ່ຈະເຮັດໃຫ້ເດັກນ້ອຍຮຽນຮູ້ເລື່ອງໂຕເລກ ແລະ ການນັບເລກ ໂດຍພໍ່ແມ່ອາດຈະພາລູກໆໄປຍ່າງສຳຫຼວດຕົ້ນໄມ້, ດອກໄມ້ຕາມພື້ນທີ່ຕ່າງໆ ແລ້ວບອກວ່າໃຫ້ເດັດໃບໄມ້ມາ 1 ໃບ ມາວາງໄວ້ຊ່ອງໝາຍເລກ 1 ເພື່ອໃຫ້ເດັກນ້ອຍໄດ້ມ່ວນຊື່ນກັບທຳມະຊາດ.
9. ເກມຈັບຄູ່ຕົວເລກຫິນ
ເກມນີ້ຈະເຮັດໃຫ້ເດັກນ້ອຍໄດ້ຮຽນຮູ້ກ່ຽວກັບໂຕເລກ, ການນັບ ແລະ ວັດຖຸພື້ນຜິວຕ່າງໆ ໂດຍທີ່ພໍ່ແມ່ອາດຈະເອົາກ້ອນຫິນມາແຕ້ມຮູບ ແລະ ໃສ່ໂຕເລກ ຕັ້ງແຕ່ 0-9 ແລ້ວວາງໄວ້ໃນກ່ອງ, ແລ້ວໃຫ້ລູກຈັບຄູ່ໂຕເລກດັ່ງພາບ.
10. ຟອຍແຕ້ມຮູບໃບໄມ້
ກິດຈະກຳນີ້ ແນະນຳໃຫ້ພໍ່ແມ່ຍ່າງອອກໄປສວນໜ້າບ້ານ ເພື່ອເລືອກດອກໄມ້, ໃບໄມ້ມາຈຳນວນໜຶ່ງ ເພື່ອນຳມາເຮັດເປັນຟອຍແຕ້ມຮູບ ແລ້ວໃຫ້ກຽມສີນໍ້າກັບເຈ້ຍ ເພື່ອໃຫ້ລູກໄດ້ແຕ້ມຮູບລະບາຍສີຕາມຈິນຕະນາການ.
11. ກິດຈະກຳພື້ນຜິວສຸດມ່ວນ
ເກມນີ້ບໍ່ຍາກເລີຍ ໃຫ້ພໍ່ແມ່ເອົາສິ່ງຂອງທີ່ລັກສະນະພື້ນຜິວທີ່ແຕກຕ່າງກັນມາເທົ່າທີ່ຈະຊອກຫາໄດ້ ເພື່ອໃຫ້ເດັກນ້ອຍໄດ້ສຳຜັດວັດຖຸທີ່ມີພື້ນຜິວແຕກຕ່າງກັນ.
12. ເກມຍ່າງຊົງໂຕ
ເກມນີ້ຈະຊ່ວຍໃຫ້ເດັກນ້ອຍໄດ້ເຝິກການຊົງໂຕ ແລະ ການຄິດ, ການວາງແຜນ ໂດຍພໍ່ມາອາດຈະເອົາຜ້າ ຫຼື ເຄື່ອງຫຼິ້ນ ຫຼື ເຈ້ຍມາວາງເປັນທາງຍ່າງ ຈາກນັ້ນໃຫ້ລູກຍ່າງຕາມທາງໄປເລື້ອຍໆ ເຊິ່ງຮູບແບບທາງຍ່າງສາມາດປັບປ່ຽນໄດ້.
13. ເກມວາງຫິນ
ສຳລັບເກມນີ້ ເດັກນ້ອຍຈະໄດ້ເຝິກການຄາດຄະເນ, ການເຂົ້າໃຈເລື່ອງຮູບຊົງຂອງຫິນ, ເຂົ້າໃຈຂະໜາດ ໂດຍພໍ່ແມ່ອາດຈະຊວນລູກໄປເກັບຫິນມາ ຈາກນັ້ນນຳຫິນທີ່ໄດ້ມາແຕ້ມເທິງເຈ້ຍ ແລ້ວໃຫ້ລູກຊອກຫາຫິນທີ່ມີຂະໜາດຕາມຮູບແຕ້ມມາວາງໄວ້.
14. ເກມບໍລູນຂອງຂ້ອຍ
ເກມນີ້ໃຫ້ພໍ່ແມ່ຊອກຫາກ່ອງມາ 1 ກ່ອງ ຈາກນັ້ນນຳມາສ້າງເປັນຮູບບໍລູນ, ແລ້ວໃຫ້ເຈາະຮູໂດຍມີຂະໜາດເທົ່າກັບສຳລີຜັນຫູ. ຈາກນັ້ນໃຫ້ທາສີທີ່ກ້ອນສຳລີເພື່ອໃຫ້ລູກນຳໄປໃສ່ຮູຕາມສີຂອງບໍລູນ ຕາມພາບ.
15. ເກມຕາກເຄື່ອງນັບເລກ
ເກມນີ້ອາດຈະຕ້ອງອາໄສສີມືຂອງພໍ່ແມ່ຈັກໜ່ອຍ ໂດຍທີ່ພໍ່ແມ່ຈຳລອງການແຕ້ມຮູບຜຽກຕາກເຄື່ອງ ແລະ ເສື້ອຜ້າຂຶ້ນມາ ໂດຍທີ່ໃຫ້ຫຍິບກະດຸມຕາມລຳດັບໂຕເລກ ເພື່ອໃຫ້ລູກໄດ້ເຝິກການນັບເລກ ແລະ ການຈັດລຽນລຳດັບເລກ.
16. ເກມໃຫ້ເດົາເບິ່ງວ່າແມ່ນຫຍັງ
ເປັນເກມເຝິກຄວາມຈຳ ແລະ ເກມທວາຍປິດສະໜາຂອງຮູບພາບ ໂດຍທີ່ພໍ່ແມ່ອາດຈະເອົາຮູບສັດທີ່ລູກຮູ້ຈັກ ແລະ ນຳເຈ້ຍມາປິດໄວ້ໃຫ້ເຫຼືອສະເພາະສ່ວນທີ່ສຳຄັນເຊັ່ນ ຂາ, ປາກ ຫຼື ປີກ ເພື່ອໃຫ້ເດັກນ້ອຍທວາຍວ່າສັດຊະນິດນັ້ນແມ່ນຫຍັງ.
ຂໍຂອບໃຈ
ຂໍ້ມູນ : Sanook , The asian parents