ຮູບເງົາລາວ "ບໍ່ມີວັນຈາກ" ເລີ່ມອອກສາຍໃນເທດສະການຮູບເງົາຢູ່ຕ່າງປະເທດ ເລີ່ມຕົ້ນທີ່ອິຕາລີ

ຮູບເງົາ "ບໍ່ມີວັນຈາກ" ຫຼື The Long Walk ຜົນງານການກຳກັບຂອງເຈົ້າແມ່ຮູບເງົາສະຫຍອງຂວັນຂອງລາວ ຢ່າງ ແມັດຕີ້ ໂດ ເລີ່ມເດີນສາຍເພື່ອປາກົດສູ່ສາຍຕາຂອງຊາວໂລກແລ້ວ ເລີ່ມຕົ້ນເປີດຈໍກັນທີ່ເທດສະການຮູບເງົາ Giornate degli AUTORI ທີ່ເມືອງເວນິສ ປະເທດອິຕາລີ.
ຮູບເງົາດັ່ງກ່າວນີ້ໄດ້ນັກສະແດງຄູ່ບຸນຂອງຜູ້ກຳກັບສາວ ແມັດຕີ້ ໂດ ນັ້ນກໍຄື "ຕັອດ ລີນ້າ" ຫຼື ວິລຸນາ ເພັດມະນີ ມາຮັບບົດນຳ ຮ່ວມກັບນັກສະແດງສີມືດີຂອງລາວອີກຫຼາຍທ່ານ.
ຕັອດ ລີນ້າ ໂພສຂໍ້ຄວາມໃນເຟສບຸກສ່ວນຕົວເມື່ອວັນທີ 8 ກັນຍາ ທີ່ຜ່ານມາກ່ຽວກັບການເປີດສາຍຮູບເງົາ ບໍ່ມີວັນຈາກ ທີ່ອິຕາລີ ວ່າ ບໍ່ຄິດວ່າຕົນເອງຈະມາຢືນຢູ່ທີ່ງານລະດັບແຖວໜ້າຂອງໂລກ ເພື່ອນຳສະເໜີຮູບເງົາທີ່ຕົນເອງຮ່ວມສະແດງ.
ແມັດຕີ້ ໂດ (ຊ້າຍ) ແລະ ຕັອດ ລີນ້າ (ຂວາ) ໃນງານເທດສະການຮູບເງົາ Giornate degli AUTORI ທີ່ປະເທດອິຕາລີ / ພາບ: Tot Lina
"ຈາກຮູບເງົາເກືອບສອງພັນເລື່ອງຈາກທົ່ວໂລກ ສົ່ງເຂົ້າເພື່ອຄັດເລືອກ, ໜຶ່ງໃນນັ້ນ ຮູບເງົາລາວ "ບໍ່ມີວັນຈາກ - THE LONG WALK" ໂດຍຜູ້ກຳກັບຍິງຂອງລາວ Mattie Do ກໍ່ໄດ້ຖືກຄັດເລືອກ ເພື່ອຈະສາຍໃນເທດສະການນີ້ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດຂອງຮູບເງົາລາວ ກໍ່ວ່າໄດ້", ຕັອດ ກ່າວ.
ນອກຈາກເທດສະການຮູບເງົາຢູ່ອິຕາລີແລ້ວ, ຮູບເງົາ ບໍ່ມີວັນຈາກ ຍັງມີແຜນທີ່ຈະເດີນທາງໄປສາຍໃນແຕ່ລະເທດສະການ ເຊັ່ນ: ໂຕຣອນໂຕ ປະເທດແຄນາດາ, ປູຊານ ປະເທດເກົາຫຼີໃຕ້, ໂຕກຽວ ປະເທດຍີ່ປຸ່ນ ແລະ ເທດສະການຮູບເງົາໃນປະເທດອື່ນໆອີກ.
ຮູບພາບຈາກຮູບເງົາ ບໍ່ມີວັນຈາກ / ພາບ: Tot Lina
ສຳລັບ "ບໍ່ມີວັນຈາກ" ເປັນຮູບເງົາແບບ Sci-Fi ເປັນເຫດການໃນອະນາຄົດໃນປີ 2065 ທີ່ແຝງໄປດ້ວຍເງື່ອນງຳ ອຳພາງຫຼາຍອັນ ແລະ ຕິດພັນກັບຄວາມເຊື່ອຂອງຄົນລາວໃນມຸມມອງຊາວຕ່າງຊາດ ເຮັດໃຫຕ່າງປະເທດຫຼາຍຄົນສົນໃຈໃນຫຼາຍໆຈຸດຂອງຮູບເງົາເລື່ອງນີ້ ເຊິ່ງ ຜູ້ກຳກັບ ແມັດຕີ້ ແລະ ຕັອດ ຕ່າງຫນ້າຄົນລາວກ່າວວ່າ ຮູ້ສຶກດີໃຈທີ່ສຸດ ແລະ ມັນເຕັມໄປດ້ວຍຄວາມຕື້ນຕັນ ທີ່ໄດ້ນຳສະເໜີຫຼາກຫຼາຍມຸມມອງ, ຄວາມເຊື່ອ, ການດຳລົງຊີວິດ ທີ່ຕິດພັນກັບວັດທະນະທຳ, ປະເພນີ ຂອງຄົນລາວ ໃນເວທີຮູບເງົາດັ່ງກ່າວນີ້.
ທັງນີ້ ຮູບເງົາເລື່ອງນີ້ຈະເຂົ້າສາຍໃນລາວພາຍໃນປີ 2020 ເຊິ່ງກຳນົດເວລາລະອຽດຕ້ອງລໍຖ້າປະກາດຢ່າງເປັນທາງການອີກຄັ້ງໜຶ່ງ.
ຂໍຂອບໃຈ
ພາບ : Tot Lina