ຄະນະກຳມະການປ້ອງກັນ-ຄວບຄຸມໄພພິບັດແຫ່ງຊາດ ຫາລືເລັ່ງແກ້ໄຂໄພນໍ້າຖ້ວມ ຢູ່ແຂວງພາກກາງ-ໃຕ້

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສຸກເສີນຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ເພື່ອປືກສາຫາລືການແກ້ໄຂບັນຫາໄພນໍ້າຖ້ວມ ຢູ່ 6 ແຂວງ ຂຶ້ນວັນທີ 9 ກັນຍາ 2019 ທີ່ກະຊວງ ຮສສ ໂດຍເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ມີທ່ານຮອງລັດຖະມົນຕີ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະເພາະການປະຕິບັດໃຫ້ການຊ່ວຍເຫຼືອຂອງ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງຮສສ ໃນນາມປະທານ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໂດຍໄດ້ຮັບການມອບໝາຍຂອງຂັ້ນເທິງ ກໍ່ໄດ້ປະສານງານຢ່າງໃກ້ສິດກັບບັນດາແຂວງທີ່ຖືກກະທົບຈາກໄພພິບັດ ພ້ອມທັງໄດ້ປະຕິບັດໃຫ້ການຊ່ວຍເຫຼືອສຸກເສີນ ເປັນຕົ້ນ ໄດ້ສົມທົບກັບກອງທັບ ນໍາໃຊ້ລົດ ແລະ ຍົນ ເພື່ອຈັດສົ່ງພາຫະນະ, ອຸປະກອນ ແລະ ເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນ ໄປຊ່ວຍເຫຼືອປະຊາຊົນທີ່ຖືກກະທົບຢູ່ບັນດາແຂວງ ເຊັ່ນວ່າ ເຮືອກູ້ໄພ, ເຕັ້ນຄອບຄົວ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ ໄປໃຫ້ແຂວງ 6 ແຂວງດັ່ງກ່າວ.
ພ້ອມນັ້ນໃນເບື້ອງຕົ້ນ ລັດຖະບານ ຍັງໄດ້ມອບເງິນຊ່ວຍເຫຼືອສຸກເສີນໃຫ້ແກ່ບັນດາແຂວງ ມູນຄ່າ 165 ຕື້ກີບ ໃນນີ້ມອບໃຫ້ແຂວງຈຳປາສັກ 500 ລ້ານກີບ, ແຂວງເຊກອງ 100 ລ້ານກີບ, ແຂວງອັດຕະປື 100 ລ້ານກີບ, ແຂວງ ສາລະວັນ 600 ລ້ານ, ແຂວງຄຳມ່ວນ 50 ລ້ານ ແລະ ແຂວງສະຫວັນນະເຂດ 300 ລ້ານ. ພ້ອມໄດ້ຊ່ວຍເຫຼືອການນຳໃຊ້ລົດ 12 ລໍ້ ຂອງກະຊວງປ້ອງກັນປະເທດ 6 ຄັນ ຍົນ MA600 ເພື່ອຂົນເຄື່ອງໄປ 6 ແຂວງທີ່ໄດ້ຮັບຜົນກະທົບ. ສະເພາະການຊ່ວຍເຫຼືອບັນເທົາທຸກສຸກເສີນ ທາງດ້ານສາທາລະນະສຸກ ແມ່ນໄດ້ຕັ້ງຈຸດຜະລິດນໍ້າຢູ່ຊາຍແດນ ລະຫວ່າງ ບ້ານກົກໄຮ ເມືອງທ່າແຕງ ແລະເມືອງເລົ່າງາມ ແຂວງສາລະວັນ ເພື່ອຂົນສົ່ງນໍ້າໄປຊ່ວຍໂຮງໝໍແຂວງ ສາລະວັນ, ຈັດຕັ້ງຜະລິດນໍ້າ ຢູ່ເມືອງຄົງເຊໂດນ, ສົ່ງທີມແພດ ຈາກກະຊວງສາທາລານະສຸກ ລົງຊ່ວຍເຫຼືອແຂວງທີ່ຖືກຜົນກະທົບໜັກ ໂດຍສະເພາະລົງຊ່ວຍຢູ່ ແຂວງຈໍາປາສັກ ແລະ ສາລະວັນ. ພ້ອມນີ້ປະຊາຊົນ ຍັງມີຄວາມຕ້ອງການເຄື່ອງຊ່ວຍເຫຼືອທີ່ເປັນອັນຢ່າງຮີບດ່ວນ ທີ່ສັງຄົມສາມາດປະກອບສ່ວນຊ່ວຍເຫຼືອໄດ້ຕາມຈຸດຕ່າງໆຂອງສັງຄົມ ເປັນຕົ້ນ ເຄື່ອງອຸປະໂພກ-ບໍລິໂພກ ອາຫານ ນໍ້າດື່ມ ເຮືອ ແລະ ງົບປະມານຮັບໃຊ້ອື່ນໆ.
ມາຮອດປະຈຸບັນກະຊວງ ຮສສ ໄດ້ລະດົມກໍາລັງຂອງອົງການຈັດຕັ້ງມະຫາຊົນ ຈັດແພັກເຄື່ອງ ແລະ ສົມທົບກັບກໍາລັງຂອງກອງທັບ ຈັດສົ່ງໄປເປັນແຕ່ລະໄລຍະ ອີງຕາມຄວາມຕ້ອງການຮີບດ່ວນຕົວຈິງຂອງແຕ່ລະທ້ອງຖິ່ນ ແລະ ໄດ້ອອກແຈ້ງການລະດົມບໍລິຈາກນໍາສັງຄົມຜ່ານສື່ມວນຊົນ ເຊິ່ງໄດ້ເລີ່ມປະຕິບັດແຕ່ວັນທີ 7 ກັນຍາ 2019 ເປັນຕົ້ນໄປ.
ໂອກາດນີ້ ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ໄດ້ລາຍງານໃຫ້ຮູ້ວ່າ: ເນື່ອງຈາກໄລຍະຜ່ານມາ ລາວໄດ້ຮັບອິດທິພົນຂອງລົມພະຍຸເຂດຮ້ອນໂພດູ ແລະ ພາຍຸດີເປຣຊັນໃນຊ່ວງທ້າຍເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ 2019 ເຮັດໃຫ້ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ 6 ແຂວງຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈຳປາສັກ, ແລະ ແຂວງເຊກອງ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 43 ເມືອງ 1,466 ບ້ານ 175,422 ຄອບຄົວ ແລະ ມີ 377,703 ຄົນຖືກກະທົບ ມີເສຍຊີວິດ 13 ຄົນ (ແຂວງສະຫວັນນະເຂດ 3 ຄົນ, ສາລະວັນ 2 ຄົນ, ອັດຕະປື 4 ຄົນ, ແລະ ຈໍາປາສັກ 5 ຄົນ) ສູນຫາຍ 1 ຄົນ ຢູ່ແຂວງຈໍາປາສັກ, ມີປະຊາຊົນຍົກຍ້າຍ 14,050 ກວ່າຄອບຄົວ, ສ້າງຄວາມເສຍຫາຍຕໍ່ບ້ານເຮືອນຂອງປະຊາຊົນ ແລະ ເນື້ອທີ່ນາຖືກນໍ້າຖ້ວມ 151,733 ກວ່າເຮັກຕາ, ສວນ 251 ເຮັກຕາ, ໜອງປາ 3,266 ໜອງ, ຊົນລະປະທານ 110 ແຫ່ງ, ອ່າງເກັບນໍ້າ 43 ແຫ່ງ, ຄອງເໝືອງ 64,025 ແມັດ, ເສັ້ນທາງຖືກນໍ້າຖ້ວມຫຼາຍກວ່າ 252 ກິໂລແມັດ, ຂົວ 12 ແຫ່ງ, ໂຮງຮຽນ 313 ແຫ່ງ, ໂຮງໝໍ ແລະ ສຸກສາລາ 15 ແຫ່ງ, ແລະ ສັດລ້ຽງຫຼາຍກວ່າ 330 ໂຕຖືກຍ້າຍໄປຢູ່ບ່ອນທີ່ປອດໄພ.