ເປີດຄຳຖາມ-ຄຳຕອບຮອບ 3 ຄົນສຸດທ້າຍຂອງຜູ້ຊະນະເລີດ ແລະ ຮອງ Miss Teen Laos 2019

ໃນການປະກວດຮອບຕັດສິນຂອງ Miss Teen Laos 2019 ເມື່ອວັນອາທິດທີ 8 ສິງຫາ 2019 ທີ່ຜ່ານມາ, ສາວໆທີ່ຜ່ານເຂົ້າຮອບ 3 ຄົນສຸດທ້າຍຕ່າງກໍມາພ້ອມກັບຄວາມໝັ້ນໃຈ ຕອບຄຳຖາມຢ່າງແຂງຂັນ ເພື່ອເອົາຊະນະໃຈຄະນະກຳມະການ ແລະ ຄວ້າເອົາມຸງກຸດມິສທີນລາວມາຄອງ.
ມື້ນີ້ muan.la ຈະພາໄປເບິ່ງຄຳຖາມ ແລະ ຄຳຕອບຮອບ 3 ຄົນສຸດທ້າຍ ກ່ອນທີ່ຜູ້ເຂົ້າຮອບນີ້ຈະໄດ້ມຸງກຸດໄປຄອງ ແລະ ໄດ້ຕຳແໜ່ງຮອງຊະນະເລີດ.
ຄຳຖາມ: ນ້ອງຈະເອົາບົດຮຽນທີ່ຜ່ານມາໂຕໃດ ເພື່ອໃຊ້ໃນການດຳລົງຕຳແໜ່ງ Miss Teen Laos 2019 ຄົນທຳອິດ?
ໂສລະຍາ ຄອນດີ MTL02: "ກ່ອນອື່ນໝົດ ໂສຢາກບອກວ່າ Miss Teen Laos ຕ້ອງເປັນຄົນທີ່ກ້າທີ່ຈະຂ້າມຜ່ານຄວາມຢ້ານກົວ ເຊິ່ງໂສເອງກໍເປັນຜູ້ໜຶ່ງທີ່ຂ້າມຜ່ານຄຳນັ້ນມາແລ້ວ ເພາະວ່າຮູ້ຈັກຄວາມຜິດພາດຂອງຊີວິດຂອງໂສມາແຕ່ກ່ອນ. ແລະ ໂສພ້ອມທີ່ຈະປັບປຸງ ແລະ ເອົາມານຳໃຊ້ ຕອນທີ່ເປັນ Miss Teen Laos ຢູ່ ແລະ ໂສກໍເຊື່ອໝັ້ນໃນໂຕເອງຢ່າງສູງເລີຍວ່າ ໂສພ້ອມແລ້ວທີ່ຈະເປັນ Miss Teen Laos. ໂສພ້ອມທີ່ຈະຊ່ວຍເຫຼືອສັງຄົມ. ໂສພ້ອມທີ່ຈະປະຕິບັດທຸກໜ້າທີໃນໄລຍະ 1 ປີເຕັມ".
ມະຍຸລີ ຊູຕັນນຸວົງ MTL19: "ນ້ອງອາຍຸ 14 ປີ. ສົ້ນສູງນ້ອງກໍຍັງບໍ່ເຄີຍໃສ່. ແຕ່ນ້ອງຈະເອົາປະສົບການທຸກຢ່າງທີ່ນ້ອງເຄີຍເຈິມາ ມາໝຸນໃຊ້ໃນການເປັນ Miss Teen Laos ແລະ ນ້ອງຈະພ້ອມເອົາຄຳຕຳນິຕິຊົມຂອງບຸກຄົນ ຫຼື ຄະນະກຳມະການ ມາພັດທະນາຕົນເອງໃຫ້ດີຂຶ້ນກວ່າເກົ່າ ແລະ ນ້ອງກໍພ້ອມແລ້ວ, ນ້ອງພ້ອມທີ່ຈະເປັນ Miss Teen Laos 2019".
ແຮ່ນນ້າ ໂລເຊັ່ນບູ້ມ MTL18: "ສຳລັບນ້ອງເອງແລ້ວ ນ້ອງເປັນຜູ້ໜຶ່ງທີ່ຕັ້ງໃຈ ແລະ ແລະ ກ້າພໍ. ເວທີນີ້ເປີດໂອກາດໃຫ້ນ້ອງ ແລະ ນ້ອງຢາກຈະເຮັດໃຫ້ດີທີ່ສຸດ. ນ້ອງຢາກເປັນຕົວແທນຂອງບຸກຄົນທີ່ດ້ອຍໂອກາດ, ບຸກຄົນທີ່ພິການ, ບຸກຄົນທີ່ຕົກຮອບໄປ, ນ້ອງຢາກເປັນຕົວແທນໃຫ້ພວກເຂົາມາຢືນຢູ່ຈຸດນີ້. ນ້ອງຢາກເອົາບົດຮຽນທີ່ນ້ອງຮຽນມາ ທຸກຂໍ້ຜິດພາດທີ່ໄດ້ເຄີຍເຮັດມາ, ນ້ອງຈະປັບປຸງໂຕເອງ ແລະ ຈະເຮັດໃຫ້ດີທີ່ສຸດ ແລະ ນ້ອງຢາກເປັນ Miss Teen Laos".
ທັງໝົດນັ້ນຄືຄຳຖາມ ແລະ ຄຳຕອບຂອງທັງ 3 ສາວທີ່ຜ່ານເຂົ້າຮອດຮອບ 3 ຄົນສຸດທ້າຍ. ເຊິ່ງຈາກການໃຫ້ຄະແນນຂອງຄະນະກຳມະການຜົນກໍອອກມາວ່າ ໂສລະຍາຄອນດີ ເປັນຜູ້ຊະນະເລີດ ໄດ້ມຸງກຸດ Miss Teen ຄົນທຳອິດຂອງລາວໄປຄອງ, ສ່ວນ ມະຍຸລີ ຊູຕັນນຸວົງ ແລະ ແຮ່ນນ້າ ໂລເຊັ່ນບູ້ມ ໄດ້ຮອງຊະນະເລີດອັນດັບ 1 ແລະ ອັນດັບ 2.
ຂໍຂອບໃຈ
ພາບ : Miss TEEN LAOS