ໂຊນີ້ ບອກ "ປະຕູໄດ້ປິດລົງແລ້ວ" ເປັນສັນຍານບອກວ່າ ຈະບໍ່ມີສະໄປເດີແມນໃນໂລກຂອງ Avengers ອີກຕໍ່ໄປ

ຂ່າວເລື່ອງການຍ້າຍກັບໄປສູ່ອ້ອມແຂນຂອງໂຊນີ້ (SONY) ຂອງຮູບເງົາຟອມຍັກ "ສະໄປເດີແມນ" (Spider-Man) ຫຼັງຈາກທີ່ມາຢູ່ກັບ ດິສນີ (Disney) ຜູ້ຖືລິຂະສິດໃນຕົວລະຄອນຂອງຮູບເງົາມາເວລເປັນຈຳນວນຫຼາຍ ຮວມທັງຮູບເງົາໃນຊຸດ Avengers ສ້າງຄວາມຮືຮາໃນກຸ່ມແຟນຄລັບຮູບເງົາຊູເປີຮີໂຣຂອງຄ້າຍດັ່ງກ່າວທົ່ວໂລກ ແລະ ຫວັງວ່າການເຈລະຈາຈະຈົບລົງດ້ວຍຄຳວ່າ ສະໄປດີ້ ຂອງພວກເຂົາຍັງຄົງຢູ່ກັບດິສນີ ແລະ ຢູ່ໃນໂລກຂອງ Avengers ຄືເກົ່າ.
ຂ່າວຮ້າຍກໍຄື ທາງໂຊນີ້ ໄດ້ອອກມາກ່າວວ່າ "ປະຕູໄດ້ປິດລົງແລ້ວ". ນັ້ນໝາຍຄວາມວ່າ ສະໄປເດີແມນ ຈະກັບສູ່ໂຊນີ້ຢ່າງແນ່ນອນ.
ໂທນີ້ ວິນຊີເຄວຣາ ຜູ້ອຳນວຍການ ແລະ ຊີອີໂອຂອງ ໂຊນີ້ ພິກເຈີ ກ່າວໃນກອງປະຊຸມການບັນເທີງ ແລະ ເຕັກໂນໂລຊີ ຂອງ Variety ວ່າ "ໃນຕອນນີ້ ປະຕຸໄດ້ປິດລົງແລ້ວ". ແຕ່ກໍກ່າວເພີ່ມທີ່ສະແດງໃຫ້ເຫັນສັນຍານທີ່ວ່າ ໃນອະນາຄົດອາດຈະມີການເຈລະຈາກັນອີກກໍເປັນໄດ້.
ທັງນີ້ ໃນອະນາຄົດອາດຈະໄດ້ເຫັນ ສະໄປເດີແມນ ໄປປາກົດໂຕໃນຮູບເງົາຊຸດ Venom ແລະ ຮູບເງົາເລື່ອງອື່ນໆ ທີ່ອີງໃສ່ເນື້ອເລື່ອງຂອງສະໄປເດີແມນທີ່ມີເຖິງ 5-6 ເລື່ອງ. ກໍຕ້ອງມາເບິ່ງນຳກັນວ່າ ໂຊນີຈະຈັດການກັບໂຕລະຄອນທີ່ກັບມາສູ່ກຳມືຂອງຕົນເອງອອກມາໃນຮູບແບບໃດ.
ຂໍຂອບໃຈ
ຂໍ້ມູນ : Comicbook