ຊະລາຕັນ ຍິງໃຫ້ ແມນຢູ ດັບຝັນ ເຊົາແຮມຕັນ 3-2 ຄວ້າແຊ໋ມ ອີເອັຟແອລ ຄັບ ເປັນສະໄໝທີ 5

ການແຂ່ງຂັນເຕະບານ ອີເອັຟແອລ ຄັບ ຫຼື ລີກຄັບ 2016-2017 ຂອງອັງກິດ ທີ່ສະໜາມເວມບລີ ກຸງລອນດອນ ແມນເຊັສເຕີ ຢູໄນເຕັດ ພົບ ເຊົາແຮມຕັນ ເຊິ່ງເປັນທີມຈາກພຣີເມຍລີກ ທັງຄູ່
ນາທີ 19 ແມນເຊັສເຕີ ຢູໄນເຕັດ ໄດ້ປະຕູຂຶ້ນນຳກ່ອນ ຈາກການຍິງຟຣີຄິກຂອງ ຊລາຕັນ ອິບຣາຮິໂມວິຊ ຍິງຂ້າມກຳແພງ ບານລອຍຜ່ານມື ເຟຣເຊີ ຟອສເຕີ ຜູ້ຮັກສາປະຕູເຊົາແຮມຕັນ ເຂົ້າໄປຢ່າງສວຍງາມ
ນາທີ 32 ເຊົາແຮມຕັນ ມີລຸ້ນຕີສະເໝີ ດູຊານ ທາດິຊ ຍິງດ້ວຍຊ້າຍທີ່ຖະໜັດ ບໍລິເວນຂອບເຂດໂທດ ແຕ່ ເດບິດ ເດ ເກອາ ລົ້ມຕົວປ້ອງກັນໄວ້ໄດ້
ນາທີ 38 ມາກອສ ໂຣໂຮ ຂຶ້ນມາທາງຊ້າຍ ກ່ອນຈ່າຍໃຫ້ ເຈສຊີ ລິນກາດ ຈັບໜຶ່ງຈັງຫວະໃນເຂດໂທດ ກ່ອນຍິງສຽບເສົາສອງໄປງ່າຍໆ ແມນ ຢູ ໜີຫ່າງເປັນ 2-0
ໄລຍະທົດບາດເຈັບ ເຊົາແຮມຕັນ ໄດ້ປະຕູໄລ່ມາ 1-2 ເຈມ ວອດ-ພຣາວ ສົ່ງຈາກດ້ານຂວາມາໜ້າປະຕູ ມາໂນໂລ ກັບເບຍດີນີ ແລ່ນມາແຕ່ບານລອດຂາ ເດ ເກອາ ເຂົ້າປະຕູໄປ
ໝົດເຄິ່ງເວລາທຳອິດ 45 ນາທີ ແມນຢູ ນຳ ເຊົາແຮມຕັນ 2-1
ເຂົ້າສູ່ເຄິ່ງເວລາທີ 2 ພຽງ 3 ນາທີ ເຊົາແຮມຕັນ ໄດ້ປະຕູຕີສະເໝີເປັນ 2-2 ກັບເບຍດິນີ ຍິງໃນເຂດໂທດດ້ວຍຊ້າຍ ບານສຽບມູມເຂົ້າປະຕູໄປ
ນາທີ 87 ແມນຢູ ໄດ້ປະຕູຂຶ້ນນຳ 3-2 ຈາກຈັງຫວະສວນກັບ ອິບຣາຮິໂມວິຊ ຍິງໂລ່ງໆເຂົ້າມາຈາກດ້ານຂວາ ໂດຍ ອັນເດ ເອເຣຣາ ບານກາຍໜ້າ ຟອສເຕີ ເຂົ້າຕາໜ່າງໄປ
ໝົດເວລາການແຂ່ງຂັນ ແມນຢູ ຊະນະ ເຊົາແຮມຕັນ ໄປຢ່າງສຸດມັນ 3-2 ຄວ້າແຊ໋ມອີເອັຟແອລ ຄັບ 2016-17 ໄປຄອງ ແລະ ເປັນສະໄໝທີ 5 ຂອງສະໂມສອນໃນລາຍການນີ້
ຂໍຂອບໃຈ
ຂໍ້ມູນ : Sanook!