ເຈນນີ້ Miss World Laos 2017 ເປີດຮັບບໍລິຈາກອາຫານແຫ້ງ ເພື່ອຊ່ວຍເຫຼືອພີ່ນ້ອງຜູ້ປະສົບໄພຢູ່ພາກໃຕ້

ສະພາບນໍ້າຖ້ວມຢູ່ 4 ແຂວງພາກໃຕ້ທະວີຄວາມຮຸນແຮງຂຶ້ນເລື້ອຍໆ ຫຼັງຈາກທີ່ຝົນຕົກຕິດຕໍ່ກັນບໍ່ຂາດສາຍຈາກອິດທິພົນຂອງພາຍຸ ສົ່ງຜົນເສຍຫາຍຕໍ່ບ້ານເຮືອນ ແລະ ຊັບສິນຂອງພໍ່ແມ່ພີ່ນ້ອງ ຮວມທັງກະທົບການດຳລົງຊີວິດປະຈຳວັນ. ເບື້ອງຕົ້ນກໍມີຫຼາຍໜ່ວຍງານເຂົ້າຊ່ວຍເຫຼືອຜູ້ປະສົບໄພ ແລະ ມີຜູ້ໃຈບຸນຈຳນວນຫຼາຍທີ່ຊ່ວຍເຫຼືອດ້ານທີ່ພັກ, ອາຫານ ແລະ ນໍ້າດື່ມ ທັງຈາກພາກລັດ ແລະ ເອກະຊົນ.
ເຊັ່ນດຽວກັນ ເຈນນີ້ - ຕົ້ນຄຳ ພົນຈັນເຮືອງ ນາງງາມເຈົ້າຂອງຕຳແໜ່ງ Miss World Laos 2017 ກໍໄດ້ອອກມາເຄື່ອນໄຫວຫຼັງຈາກຮັບຮູ້ຂ່າວໄພພິບັດດັ່ງກ່າວ ໂດຍໄດ້ປະຊາສຳພັນຜ່ານເຟສບຸກຂອງຕົນເອງ ເພື່ອເປີດຮັບບໍລິຈາກອາຫານແຫ້ງ ເພື່ອນຳເອົາໄປມອບໃຫ້ຜູ້ປະສົບໄພທາງພາກໃຕ້.
ເຈນນີ້ ກ່າວໃນໂພສເມື່ອຕອນບ່າຍຂອງມື້ນີ້ (4 ກັນຍາ) ວ່າ ຕົນເອງ ແລະ ທີມງານຈະອອກເດີນທາງຊ່ວຍພີ່ນ້ອງທາງພາກໃຕ້ ພ້ອມກັບລົດອອຟໂຣດຫຼາຍຄັນ ເຊິ່ງຖ້າທ່ານໃດມີຈິດກຸສົນຢາກຊ່ວຍເຫຼືອ ສາມາດນຳເອົາອາຫານແຫ້ງໄປຮ່ວມປະກອບສ່ວນໄດ້ທີ່ຫ້ອງການຂອງຕົ້ນຄຳ ໂມເດວລິງ ເຊິ່ງຕັ້ງຢູ່ທີ່ ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງຢູ່ໃກ້ກັບສຳນັກງານໃຫຍ່ບໍລິສັດອີທີແອລ ແລະ ໂຮງຮຽນນາໄຮ່ດຽວ. ພ້ອມນີ້ ເຈນນີ້ຍັງລະບຸຕື່ມອີກວ່າ ຂໍຫຼີກການຮັບເປັນເງິນ ແຕ່ຂໍເປັນອາຫານແຫ້ງຈະດີກວ່າ. ສາມາດຕິດຕໍ່ມອບເຄື່ອງບໍລິຈາກໄດ້ທີ່ເບີໂທ 02077667722.
ການເຄື່ອນໄຫວເພື່ອການກຸສົນຄັ້ງນີ້ບໍ່ແມ່ນຄັ້ງທຳອິດທີ່ ເຈນນີ້ ເຮັດ ເພາະໃນປີຜ່ານມາກໍໄດ້ລົງພື້ນທີ່ໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຄຳມ່ວນ ແລະ ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ກັບຜູ້ທີ່ຂາດແຄນເປັນແຕ່ລະໄລຍະຢູ່ຕະຫຼອດ.
ຂໍຂອບໃຈ
ຂໍ້ມູນ : Tonkham Phonchanheuang