ຮູ້ແລ້ວບໍ່? ແຟນນາງງາມສາມາດຮ່ວມເຊຍຕິດຂອບເວທີ Miss World Laos 2019 ຮອບຕັດສິນໄດ້ເດີ້

ຮອບຕັດສິນການປະກວດເວທີ Miss World Laos 2019 ຈະມີຂຶ້ນໃນຄໍ່າຄືນວັນທີ 19 ກັນຍາ 2019 ນີ້ ເຊິ່ງໃນມື້ນັ້ນ ເຮົາຈະໄດ້ຮູ້ຜົນວ່າ ສາວງາມຜູ້ເຂົ້າປະກວດຄົນໃດໃນ 20 ຄົນຈະໄດ້ຄອງມຸງກຸດ ແລະ ເປັນຕົວແທນສາວລາວໄປປະກວດຕໍ່ທີ່ລອນດອນ ປະເທດອັງກິດໃນທ້າຍປີນີ້.
ຂ່າວດີ ແລະ ພິເສດສຸດໆສຳລັບການປະກວດໃນປີນີ້ກໍຄື ທາງກອງປະກວດໄດ້ເປີດໂອກາດໃຫ້ແຟນນາງງາມທຸກຄົນ ສາມາດໄປຮ່ວມສຳຜັດການປະກວດຮອບຕັດສິນກັນແບບສຸດພິເສດຕິດຂອບເວທີ ໂດຍໄດ້ເປີດຂາຍບັດເຂົ້າຊົມແລ້ວ ເຊິ່ງແບ່ງອອກເປັນຫຼາຍລາຄາໃຫ້ເລືອກກັນຕາມຕ້ອງການ ເຊັ່ນ:
- VVIP I ລາຄາ 1,450,000 ກີບ: ທ່ານຈະໄດ້ສຳຜັດບັນຍາກາດທີ່ຫຼູຫຼາທີ່ສຸດ, ການຍ່າງພົມແດງເຂົ້າງານ ພ້ອມທັງໄດ້ຮ່ວມສຳພາດ ແລະ ຖ່າຍຮູບຮ່ວມກັບ 20 ນາງສາວຢ່າງໃກ້ຊິດ ກ່ອນຂຶ້ນປະກວດ ແລະ ນັ່ງຈິບວາຍພ້ອມອາຫານວ່າງ.
- VVIP II ລາຄາ 870,000 ກີບ: ທ່ານຈະໄດ້ສຳຜັດ ບັນຍາກາດທີ່ຫຼູຫຼາທີ່ສຸດ ເຊັ່ນ: ຍ່າງພົມແດງເຂົ້າງານ, ຮ່ວມສຳພາດ ແລະ ຖ່າຍຮູບຮ່ວມກັບ 20 ນາງສາວຢ່າງໃກ້ຊິດກ່ອນຂຶ້ນປະກວດ.
- VIP ລາຄາ 290,000 ກີບ: ທ່ານຈະໄດ້ສຳຜັດບັນຍາກາດ ທີ່ຫຼູຫຼາທີ່ສຸດ ກັບການຍ່າງພົມແດງເຂົ້າງານ ເພື່ອຊົມການແຂ່ງຂັນ.
- REGULAR I ລາຄາ 145,000 ກີບ: ແຟນນາງງາມຫ້າມພາດ ທ່ານຈະໄດ້ສຳຜັດບັນຍາກາດການປະກວດ ອັນໜ້າປະທັບໃຈ ໃນການເບິ່ງ ແລະ ເຊຍຈາກກອງເຊຍສຸດປະທັບໃຈ.
- REGULAR II ລາຄາ 78,000 ກີບ: ແຟນນາງງາມຫ້າມພາດ ທ່ານຈະໄດ້ສຳຜັດບັນຍາກາດການປະກວດ ອັນໜ້າປະທັບໃຈໃນການເບິ່ງ ແລະ ເຊຍຈາກກອງເຊຍ.
ແຟນນາງງາມທີ່ສົນໃຈ ສາມາດຊື້ປີ້ເຂົ້າຊົມຮອບຕັດສິນໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຜ່ານທາງອິນບັອກເຟສບຸກທາງການຂອງກອງປະກວດເທົ່ານັ້ນ: https://www.facebook.com/missworldlaos2019/
ໂອກາດດີໆແບບນີ້ບໍ່ໄດ້ມີຕະຫຼອດ ພາດແລ້ວພາດເລີຍ ຢາກໄປສຳຜັດແບບໃກ້ຊິດຕ້ອງສັ່ງຊື້ດ່ວນເດີ້ກ່ອນທີ່ບ່ອນນັ່ງຈະເຕັມ!
ຂໍຂອບໃຈ
ຂໍ້ມູນ : Miss World Laos ມີສເວີຣລາວ