ນາງງາມຈິດອາສາ: ໄທດຶງໂຕ ເກຣສ MTW2019 ຮ່ວມໂຄງການສ້າງຈິດອາສາເປັນຜູ້ຟັງທີ່ດີ ຫຼຸດການຂ້າໂຕຕາຍ

ດັ່ງທີ່ຮູ້ກັນແລ້ວວ່າ ເວທີປະກວດ Miss World ເປັນເວທີທີ່ຕ້ອງການນາງງາມທີ່ມີຈິດອາສາ ຕາມຄຳຂວັນ Beauty with A Purpose ຫຼື ທີ່ກອງປະກວດຂອງລາວແປເປັນພາສາລາວວ່າ "ງາມຢ່າງມີຄຸນຄ່າ ສູ່ສາຍຕາທີ່ສຳຜັດໄດ້" ສະນັ້ນຜູ້ທີ່ຈະມາຂຶ້ນເວທີດັ່ງກ່າວນີ້ ຕາມສະເປັກແລ້ວກໍຕ້ອງເປັນຜູ້ທີ່ເຄີຍຜ່ານວຽກງານຊ່ວຍເຫຼືອສັງຄົມ ຫຼື ມີຄວາມສົນໃຈດ້ານນີ້ເປັນພິເສດ.
ດັ່ງສາວງາມ Miss Thailand World 2019 "ນະຣິນທອນ ຊະດາພັດທະຣະວໍຣະໂຊດ" ຫຼື ເກຣສ ເຊິ່ງຈະເປັນຕົວແທນປະເທດໄທໄປປະກວດລະດັບໂລກໃນທ້າຍປີນີ້ທີ່ລອນດອນ ປະເທດອັງກິດ ເຊິ່ງສາວຄົນນີ້ເປັນອີກໜຶ່ງຄົນທີ່ໜ້າຕິດຕາມເພາະຫຼ້າສຸດຫາກໍເປີດໂຕໂຄງການ Let Me Hear You ເພື່ອປຸກລະດົມໃຫ້ຄົນໃນສັງຄົມເປັນຜູ້ຟັງທີ່ດີ ເພື່ອຊ່ວຍຫຼຸດຜ່ອນການຂ້າຕົວຕາຍ.
ໂຄງການດັ່ງກ່າວເກີດຂຶ້ນໂດຍສືບເນື່ອງມາຈາກ ເກຣສ ໄດ້ຖືກດຶງໂຕໃຫ້ໄປເປັນທູດສຸຂະພາບຈິດ ຂອງກົມສຸຂະພາບຈິດ ກະຊວງສາທາລະນະສຸກຂອງໄທ ເນື່ອງຈາກເຫັນວ່າສາວຄົນນີ້ເຄີຍເຄື່ອນໄຫວວຽກງານຈິດອາສາກ່ຽວກັບສຸຂະພາບຈິດມາກ່ອນແລ້ວ.
ທັງນີ້ ເກຣສ ໃນຖານະນັກສຶກສາສາຂາຈິດຕະວິທະຍາ ຄະນະສິລະປະສາດ ມະຫາວິທະຍາໄລທຳມະສາດ ມີປະສົບການເປັນອາສາສະໝັກນັກຈິດຕະວິທະຍາປຶກສາຊ່ວຍໜ່ວຍງານຂອງມະຫາວິທະຍາໄລ ທີ່ເອີ້ນວ່າ TCAPS Center (Thammasat Counselling and Psychological) ເຊິ່ງເຮັດວຽກດ້ານສຸຂະພາບຈິດ ແລະ ໄດ້ສົ່ງໂຄງການນີ້ເຂົ້າປະກວດ ພ້ອມໄດ້ຮັບລາງວັນຊະນະເລີດມາຄອງ.
ໂຄງການ Let Me Hear You ຈະເປັນໂຄງການໃນໄລຍະຍາວ ໂດຍມີຄວາມເຊື່ອໝັ້ນວ່າ ຈະເປັນໂຄງການທີ່ຊ່ວຍເຫຼືອສຸຂະພາບຈິດຂອງຄົນໄທໃຫ້ດີຂຶ້ນ. ພ້ອມນີ້ແນ່ນອນວ່າ ປະສົບການຈາກໂຄງການດັ່ງກ່າວນີ້ ເກຣສຈະນຳເອົາໄປປະຊາສຳພັນໃຫ້ທົ່ວໂລກໄດ້ຮັບຮູ້ນເວທີ Miss World 2019 ໃນເດືອນທັນວານີ້.
ນີ້ຖືວ່າເປັນອີກໂຈດໜຶ່ງທີ່ຫຼາຍໆປະເທດກວ່າ 100 ປະເທດທົ່ວໂລກທີ່ຈະສົ່ງນາງງາມເຂົ້າຮ່ວມປະກວດທ້າຍປີນີ້ຕ້ອງຄິດໜັກກັນສົມຄວນ ວ່ານາງງາມຂອງຕົນເອງນອກຈາກງາມພາຍນອກແລ້ວ ຈິດອາສາຈາກພາຍໃນຕ້ອງນຳໜ້າມາກ່ອນນັ້ນຈະດຶງຈຸດໃດອອກມາແຂ່ງກັນ.