ນີ້ແມ່ນ 5 ສາວທີ່ມາແຮງສຸດໃນການປະກວດ Miss Teen Laos 2019!

ເປີດການປະກວດມາໄດ້ໄລຍະໜຶ່ງແລ້ວສຳລັບເວທີ Miss Teen Laos 2019 ເຊິ່ງເປັນຄັ້ງທຳອິດທີ່ຈັດປະກວດໃນລາວ ເພື່ອຄົ້ນຫາໄວໜຸ່ມສາວທີ່ເໝາະສົມມາຄອງມຸງກຸດຕຳແໜ່ງດັ່ງກ່າວ.
ເຊິ່ງຫຼັງຈາກທີ່ເປີດໂຕ 20 ສາວຄົນທີ່ເຂົ້າຮອບສຸດທ້າຍ ທາງກອງປະກວດໄດ້ມີການເປີດເຜີຍໂສມໜ້າຂອງສາວໆທັງໝົດ ແລະ ກໍໄດ້ຮັບຄວາມສົນໃຈຈາກບັນດາແຟນນາງງາມເປັນຢ່າງສູງ.
ມື້ນີ້ທີມຂ່າວບັນເທີງ muan.la ຈຶ່ງໄດ້ຈັດອັນດັບ 5 ສາວທີ່ມາແຮງສຸດໃນການປະກວດໂດຍອີງໃສ່ຈຳນວນ like ແລະ share ຈາກຮູບຂອງຜູ້ເຂົ້າປະກວດໃນເຟສບຸກທາງການຂອງກອງປະກວດ.
ອັນດັບ 5 : MTL12 ສຸກສະຫວັນ ໂລຄາວັນ
ອັນດັບ 4 : MTL02 ໂສລະຍາ ຄອນດີ
ອັນດັບ 3: MTL01 ພຸດທະສອນ ພູນວິໄລ
ອັນດັບ 2: MTL03 ມະນີພອນ ອິນຄຳແສງ
ອັນດັບ 1: MTL18 ແຮ່ນນ້າ ໂລເຊັ່ນບູ້ມ
ອັນດັບພິເສດ: MTL05 ຈັນມາລາ ສອນສິງຄຳ (ຍ່າງງາມ ຍິ້ມງາມ ຖືກໃຈທີມຂ່າວບັນເທີງ Muan.la)
ຂໍຂອບໃຈ
ຂໍ້ມູນ : Miss Teen Laos