ບຸນຊ່ວງເຮືອ ທີ່ນະຄອນຫຼວງພະບາງເມືອງມໍລະດົກໂລກ ປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ງານບຸນຊ່ວງເຮືອປະເພນີ ປະຈຳປີ 2019 ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເມືອງມໍລະດົກໂລກ ໃນປີນີ້ ຈັດຂຶ້ນດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ຍິ່ງໃຫຍ່ກວ່າທຸກໆປີຜ່ານມາ ເພື່ອເປັນການສືບທອດ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກອັນດັ່ງເດີມ. ພິເສດແມ່ນເພື່ອເປັນການສົ່ງເສີມການທ່ອງທ່ຽວລາວ-ຈີນ ໂດຍໃນປີນີ້ ມີເຮືອເຂົ້າຮ່ວມຊີງໄຊທັງໝົດ 31 ລຳ ທີ່ມາຈາກບັນດາບ້ານໃນນະຄອນຫຼວງພະບາງ, ເມືອງເມືອງອ້ອມຂ້າງ, ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ.
ພິທີເປີດການແຂ່ງຂັນຊ່ວງເຮືອຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 29 ສິງຫາ ຜ່ານມາ ທີ່ທ່ານໍ້າຄານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາຊາງ ລາວລີ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ທ່ານ ສົມສະຫວາດ ເລັ່ງສະຫວັນດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ ພົງສະຫວັດ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງພະບາງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ, ແຂກທີ່ຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຄະນະນຳ, ຄູຝຶກ ແລະ ທັບນັກສີພາຍ ຕະຫຼອດຮອດມວນຊົນຊາວນະຄອນຫຼວງພະບາງ ຮ່ວມຊົມຮ່ວມເຊຍຢ່າງຄຶກຄື້ນ.
ໂອກາດນີ້, ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນຫຼວງພະບາງ ແຂວງຫຼວງພະບາງ ກ່າວເປີດການແຂ່ງຂັນວ່າ: ເປັນປະຈຳທຸກໆປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນຈັດໃຫ້ມີການຊ່ວງເຮືອປະເພນີ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ, ອັນເປັນປາງບຸນໜຶ່ງທີ່ໄດ້ສືບທອດກັນມາແຕ່ດຶກດຳບັນ ແລະ ຍັງຄົງຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກອັນດັ່ງເດີມ. ພິເສດ ປີນີ້ ໄດ້ຈັດໃຫ້ເປັນກິດຈະກຳສົ່ງເສີມການທ່ອງທ່ຽວລາວ-ຈີນ ເນື່ອງໃນໂອກາດ ປີທ່ອງທ່ຽວລາວ-ຈີນ 2019 ອີກດ້ວຍ.
ທ່ານເຈົ້ານະຄອນຫຼວງພະບາງ ກ່າວອີກວ່າ: ບຸນຊ່ວງເຮືອໃນປີນີ້ ຄະນະພັກ-ອົງການປົກຄອງເມືອງ ໄດ້ມີການເສີມຂະຫຍາຍໃຫ້ກວ້າງຂວາງ ໂດຍໄດ້ອະນຸຍາດໃຫ້ເຮືອຊ່ວງຈາກທ້ອງຖິ່ນອື່ນ ເຂົ້າຮ່ວມມາແຂ່ງຂັນ ແຕ່ຕ້ອງປະຕິບັດຕາມກົດລະບຽບການ ທີ່ຄະນະກຳມະການຈັດການແຂ່ງຂັນວາງໄວ້. ໃນນັ້ນ ມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ, ພິເສດແມ່ນມີເຮືອຊ່ວງຈາກນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ ເຂົ້າຮ່ວມແຂ່ງຂັນທັງໝົດ 31 ລໍາ, ແບ່ງອອກເປັນ 2 ສາຍຄື: ສາຍ ກ ມີ ເຮືອພະແນກ ຖວທ ແຂວງ (ໃຊ້ສີພາຍບ້ານພັນຫຼວງ), ເຮືອຮ້ານຂາຍລົດ-ບ້ານດອນແຊ້ມ, ເຮືອພະແນກສາທາລະນະສຸກແຂວງ (ບ້ານອາໂພ), ເຮືອບ້ານດອນຫົງຟ້າ, ເຮືອລາວແກ໊ສ-ບ້ານສັງຄະໂລກ2, ເຮືອບ້ານປາກເຊືອງ, ເຮືອບ້ານປາກຫຼວງ-ຮ້ານໂລອອນອິນເຕີເນັດ, ເຮືອວັດໃໝ່ສຸວັນນະພູມຮາຣາມ-ບ້ານປ່າຂາມ, ເຮືອສະໜາມບິນສາກົນຫຼວງພະບາງ-ບ້ານຫາດຮ່ຽນ, ເຮືອບ້ານສາມສ້າງເມືອງຂາຍ-ຮ້ານເກດປ້າຍ (ບ້ານນາວຽງຄຳ), ເຮືອບ້ານຄົກມັນ, ເຮືອເມືອງປາກອູ-ບ້ານຊ່າງໄຫ, ເຮືອຮ່ວມມືລາວ-ຈີນ ບ້ານຊຽງລ້ອມ, ເຮືອຊາວໜຸ່ມກຸ່ມຊຽງທອງ ແລະ ເຮືອເມືອງໂພນໄຊ.ສ່ວນ ສາຍ ຂ ມີ ເຮືອແຂວງໄຊຍະບູລີ, ເຮືອນາວາປາກຕານ-ບ້ານໂພນສະອາດ, ເຮືອນະຄອນຫຼວງວຽງຈັນ (ຣີສອດປາກນໍ້າຄານ), ເຮືອວັດຊຽງທອງ1, ເຮືອພະແນກສຶກສາທິການ ແລະ ກີລາແຂວງ (ສີພາຍບ້ານນູນສະຫວາດ), ເຮືອບ້ານຖິ່ນຊົມ, ເຮືອເມືອງນໍ້າບາກ, ເຮືອບໍລິສັດຮຸ່ງວິໄລ (ບ້ານຫາດຮ່ຽນ), ເຮືອສະຖາບັນການເງິນຈໍາປາລາວ (ບ້ານຄອຍ), ເຮືອລາວແກ໊ສ-ບ້ານສັງຄະໂລກ1, ເຮືອວັດຊຽງທອງ2, ເຮືອເມືອງຊຽງເງິນ, ເຮືອບ້ານສະເລື່ອນ, ເຮືອຊາວໜຸ່ມຈານເໜືອ (ເມືອງຈອມເພັດ), ເຮືອກຸ່ມທຸລະກິດຊ້າງເພັດ ແລະ ເຮືອທະນາຄານ (ນາວາຜານາກ). ໂດຍຈະແຂ່ງຂັນໃນຮູບແບບ ເສຍສອງຄັ້ງແລ້ວຄັດດອອກ ພ້ອມທັງຈັດອັນດັບທີ. ສ່ວນເຮືອທີ່ເສຍຄັ້ງໜຶ່ງ ແມ່ນສາມາດຊີງຂຶ້ນໄປເຖີງຮອບຊີງຊະນະເລີດ.
(ອາພຸດເດດ ບຸບຜາ)