ຮູ້ຈັກປ່າ "Amazon" ເປັນຫຍັງປ່າດົງດິບແຫ່ງນີ້ຈຶ່ງມີຄວາມສຳຄັນຫຼາຍຕໍ່ກັບໂລກ?

ຫຼາຍຄົນອາດຈະຮູ້ແລ້ວວ່າ Amazon (ແອມະຊອນ) ປ່າດົງດິບທີ່ໃນປັດຈຸບັນກຳລັງກາຍເປັນປະເດັນຮ້ອນທົ່ວໂລກ ເນື່ອງຈາກໄດ້ຮັບຜົນກະທົບຈາກໄຟໄໝ້ປ່າເຊິ່ງເພີ່ມຫຼາຍຂຶ້ນໃນປີນີ້ ຈົນຫຼາຍໆປະເທດຕ້ອງໄດ້ອອກມາເຄື່ອນໄຫວ ເພື່ອຊ່ວຍເຫຼືອໃນການດັບໄຟ. ຫຼາຍຄົນກໍອາດສົງໄສວ່າເປັນຫຍັງທົ່ວໂລກຈຶ່ງໃຫ້ຄວາມສຳຄັນກັບປ່າແຫ່ງນີ້ຫຼາຍ? ເຊິ່ງມື້ນີ້ເຮົາຈະພາໄປຮູ້ຈັກປ່າຝົນຂະໜາດໃຫຍ່ແຫ່ງນີ້ກັນໃຫ້ຫຼາຍຂຶ້ນ.
Amazon ເປັນປ່າຝົນທີ່ປົກຫຸ້ມເນື້ອທີ່ກວ້າງເຖິງ 6.7 ລ້ານຕາກິໂລແມັດ ໃນປະເທດບຣາຊິນ, ໂບລິເວຍ, ໂຄລຳເບຍ, ເອກົວດໍ, ເຟຣນ ກາຍອານາ, ກາຍອານາ, ເປຣູ, ຊູຣິນາເມ ແລະ ເວເນຊູເອລາ. ພ້ອມນີ້ໃນປ່າແຫ່ງນີ້ຍັງມີບັນດາແມ່ນໍ້າຄົດຄ້ຽວຄວາມຍາວຮວມກວ່າ 6,500 ກິໂລແມັດ.
ປ່າແຫ່ງນີ້ກຳລັງຖືກຄຸກຄາມຈາກການເຮັດກະສິກຳປູກຝັງ ແລະ ລ້ຽງສັດຂະໜາດໃຫຍ່, ການພັດທະນາພື້ນຖານໂຄງລ່າງ ແລະ ຕົວເມືອງ, ການຕັດໄມ້ແບບບໍ່ຍືນຍົງ, ການຂຸດຄົ້ນບໍ່ແຮ່ ແລະ ການປ່ຽນແປງດິນຟ້າອາກາດ.
Amazon ເປັນທີ່ຢູ່ອາໄສຂອງສັດລ້ຽງລູກດ້ວຍນົມປະເພດ primate ທີ່ຫຼາຍທີ່ສຸດໃນໂລກ ແລະ ມີມົດຫຼາຍຊະນິດໃນຕົ້ນໄມ້ຕົ້ນດຽວ ເຊິ່ງໃນບາງປະເທດມີມົດບໍ່ຫຼາກຫຼາຍຊະນິດຄືກັບຢູ່ໃນປ່າແຫ່ງນີ້ດ້ວຍຊໍ້າ.
ເປັນຫຍັງປ່າ Amazon ຈຶ່ງມີຄວາມສຳຄັນຫຼາຍ?
ປ່າແອມະຊອນໃນອາເມລິກາໃຕ້ມີພື້ນທີ່ປ່າຝົນເຖິງ 1 ໃນ 3 ທີ່ເຫຼືອຢູ່ໃນໂລກ. ເຖິງວ່າປ່ານີ້ຈະປົກຫຸ້ມພື້ນທີ່ພຽງ 1% ຂອງເນື້ອທີ່ໜ້າໂລກ, ແຕ່ Amazon ເປັນທີ່ຢູ່ອາໄສຂອງຊີວະນານາພັນເຖິງ 10% ຂອງສາຍພັນທັງໝົດທີ່ມີຢູ່ໃນໂລກນີ້ ແລະ ອາດມີຫຼາຍກວ່ານີ້ ເຊິ່ງເຮົາຍັງບໍ່ທັນຄົ້ນພົບເທື່ອ.
WWF ຫຼື ກອງທຶນອະນຸຮັກທຳມະຊາດໂລກ ຊີ້ວ່າ ໂດຍທົ່ວໄປແລ້ວ ມີການຄົ້ນພົບຊະນິດພັນໃໝ່ໆຂອງພືດ ແລະ ສັດໃນ Amazon ໃນທຸກໆ 3 ມື້. ແນວໃດກໍຕາມ ເນື່ອງຈາກພື້ນທີ່ຈຳນວນຫຼາຍຂອງປ່າກຳລັງຖືກທຳລາຍຢ່າງວ່ອງໄວ ພວກເຮົາອາດຈະບໍ່ມີໂອກາດໄດ້ຮູ້ເຖິງຄວາມອຸດົມສົມບູນທັງໝົດທີ່ມັນມີຢູ່.
ສັດລ້ຽງລູກດ້ວຍນໍ້ານົມໃນກຸ່ມ primate ໃນປ່າແອມະຊອນ / ພາບ: Needpix
ນອກຈາກນີ້ ຄົນໃນທົ່ວໂລກ ຮວມທັງຄົນທ້ອງຖິ່ນ ດຳລົງຊີວິດໂດຍອາໄສປ່າແຫ່ງນີ້. Amazon ບໍ່ພຽງແຕ່ເປັນແຫຼ່ງສະໜອງອາຫານ, ນໍ້າ, ໄມ້ ແລະ ຢາຕ່າງໆ ແຕ່ຍັງຊ່ວຍປັບສະພາບອາກາດ ເຊິ່ງປະກອບສ່ວນຢ່າງສຳຄັນໃນລະດັບໂລກ ແລະ ພາກພື້ນຕໍ່ກັບການໝຸນວຽນຂອງຄາບອນ ແລະ ນໍ້າ.
ແນວໃດກໍຕາມ Amazon ກຳລັງຕົກຢູ່ພາຍໃຕ້ໄພຄຸກຄາມທີ່ຮຸນແຮງຢ່າງບໍ່ເຄີຍມີມາກ່ອນ. ການຕັດໄມ້ທຳລາຍປ່າ ແລະ ໄຟໄໝ້ປ່າ ເພີ່ມຂຶ້ນເລື້ອຍໆ ແລະ ພື້ນທີ່ສະຫງວນ ແລະ ດິນຂອງຊົນພື້ນເມືອງປະສົບບັນຫາຈາກການຄຸກຄາມຫຼາຍຂຶ້ນເລື້ອຍໆ.