Miss World Laos 2019 ພາຜູ້ເຂົ້າປະກວດເຮັດກິດຈະກຳເກັບໂຕທີ່ວັງວຽງ ກຽມຄວາມພ້ອມກ່ອນຮອດມື້ຕັດສິນ

ການເກັບໂຕຢ່າງເຂັ້ມຂຸ້ນຂອງສາວໆຜູ້ເຂົ້າປະກວດ Miss World Laos 2019 ໄດ້ເລີ່ມຂຶ້ນແລ້ວ ໂດຍທັງ 20 ສາວງາມໄດ້ເດີນທາງໄປທີ່ເມືອງວັງວຽງ ປາຍທາງທ່ອງທ່ຽວຊື່ດັງຂອງລາວແລ້ວ ຕັ້ງແຕ່ວັນທີ 25 ສິງຫາ 2019 ທີ່ຜ່ານມາ.
ໂດຍກິດຈະກຳທຳອິດເປັນການຖ່າຍແບບໃນຊຸດລອຍນໍ້າ ເຊິ່ງສະໜັບສະນຸນໂດຍ Oxymora ທີ່ໂຮງແຮມ Amari Vang Vieng ເຊິ່ງສາວໆໄດ້ອວດຮູບຮ່າງໃນຊຸດລອຍນໍ້າສີສົ້ມ, ສີແດງ, ສີບົວອ່ອນ ດ້ວຍໃບໜ້າທ່າທາງທີ່ສົດໃສ.
ຈາກນັ້ນກໍເປັນການຂີ່ສະລິງທ່ຽວຊົມທຳມະຊາດຂອງວັງວຽງ ທີ່ຖໍ້ານອນ ແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງເມືອງ.
ແລະ ຫຼ້າສຸດກໍເປັນການຂີ່ລົດບັກກີ້ແບບລຸຍໆ ເຊິ່ງລົດແບບນີ້ຖ້າຫາກໃຜໄດ້ໄປວັງວຽງມາກ່ອນ ຈະຮູ້ວ່າໄດ້ຮັບຄວາມນິຍົມໃນກຸ່ມນັກທ່ອງທ໋ຽວຫຼາຍ.
ທາງ muan.la ກໍມີພາບບັນຍາກາດຂອງການເຮັດກິດຈະກຳທັງໝົດຈາກກອງປະກວດມາໃຫ້ແຟນນາງງາມໄດ້ເບິ່ງໄດ້ຊົມກັນ.
ຂໍຂອບໃຈ
ພາບ : Miss World Laos ມີສເວີຣລາວ