Muan! Vote: ມາໂຫວດກັນ! ເຈົ້າຄິດວ່າໃຜຈະໄດ້ເປັນ Miss World Laos 2019?

ເປີດເຜີຍໂສມໜ້າຂອງສາວໆຜູ້ເຂົ້າປະກວດ Miss World Laos 2019 ອອກມາທັງ 20 ຄົນແລ້ວ ເພື່ອເລີ່ມດຳເນີນກິດຈະກຳເກັບໂຕກຽມຄວາມພ້ອມກ່ອນປະກວດ ເພື່ອຊີງມຸງກຸດ ແລະ ເປັນຕົວແທນສາວລາວໄປປະກວດຕໍ່ຢູ່ອັງກິດ.
Muan! Vote ຈຶ່ງຖືໂອກາດເປີດໂຫວດຢ່າງເປັນທາງການເພື່ອຊອກຫາ Miss Popular Vote by Muan.la ເຊິ່ງຈະໄດ້ຮັບລາງວັນມູນຄ່າ 3,000,000 ກີບຈາກ muan.la ແລະ LOCA. ເລື່ອນລົງດ້ານລຸ່ມແລ້ວເລືອກນາງສາວ ຈາກນັ້ນກົດ "ໂຫວດ". ສາມາດໂຫວດໄດ້ຈົນຮອດວັນທີ 18 ກັນຍາ 2019 ນີ້ເວລາ 18:00 ໂມງ ໂດຍສາມາດໂຫວດໄດ້ມື້ລະ 1 ຄັ້ງ.
ສຳລັບຮອບຕັດສິນ Miss World Laos 2019 ໃນວັນທີ 19 ກັນຍາ 2019, ແຟນນາງງາມສາມາດໄປຮ່ວມສຳຜັດການປະກວດແບບສຸດພິເສດຕິດຂອບເວທີ ໂດຍທາງກອງປະກວດໄດ້ເປີດຂາຍບັດເຂົ້າຊົມແລ້ວ ເຊິ່ງແບ່ງອອກເປັນຫຼາຍລາຄາໃຫ້ເລືອກກັນຕາມຕ້ອງການ ເຊັ່ນ:
- VVIP I ລາຄາ 1,450,000 ກີບ: ທ່ານຈະໄດ້ສຳຜັດບັນຍາກາດທີ່ຫຼູຫຼາທີ່ສຸດ, ການຍ່າງພົມແດງເຂົ້າງານ ພ້ອມທັງໄດ້ຮ່ວມສຳພາດ ແລະ ຖ່າຍຮູບຮ່ວມກັບ 20 ນາງສາວຢ່າງໃກ້ຊິດ ກ່ອນຂຶ້ນປະກວດ ແລະ ນັ່ງຈິບວາຍພ້ອມອາຫານວ່າງ.
- VVIP II ລາຄາ 870,000 ກີບ: ທ່ານຈະໄດ້ສຳຜັດ ບັນຍາກາດທີ່ຫຼູຫຼາທີ່ສຸດ ເຊັ່ນ: ຍ່າງພົມແດງເຂົ້າງານ, ຮ່ວມສຳພາດ ແລະ ຖ່າຍຮູບຮ່ວມກັບ 20 ນາງສາວຢ່າງໃກ້ຊິດກ່ອນຂຶ້ນປະກວດ.
- VIP ລາຄາ 290,000 ກີບ: ທ່ານຈະໄດ້ສຳຜັດບັນຍາກາດ ທີ່ຫຼູຫຼາທີ່ສຸດ ກັບການຍ່າງພົມແດງເຂົ້າງານ ເພື່ອຊົມການແຂ່ງຂັນ.
- REGULAR I ລາຄາ 145,000 ກີບ: ແຟນນາງງາມຫ້າມພາດ ທ່ານຈະໄດ້ສຳຜັດບັນຍາກາດການປະກວດ ອັນໜ້າປະທັບໃຈ ໃນການເບິ່ງ ແລະ ເຊຍຈາກກອງເຊຍສຸດປະທັບໃຈ.
- REGULAR II ລາຄາ 78,000 ກີບ: ແຟນນາງງາມຫ້າມພາດ ທ່ານຈະໄດ້ສຳຜັດບັນຍາກາດການປະກວດ ອັນໜ້າປະທັບໃຈໃນການເບິ່ງ ແລະ ເຊຍຈາກກອງເຊຍ.
ແຟນນາງງາມທີ່ສົນໃຈ ສາມາດຊື້ປີ້ເຂົ້າຊົມຮອບຕັດສິນໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຜ່ານທາງອິນບັອກເຟສບຸກທາງການຂອງກອງປະກວດເທົ່ານັ້ນທີ່: https://www.facebook.com/missworldlaos2019/
ຂໍຂອບໃຈ