ບຣາຊິນສັນຍາ "ຫ້າມປະຊາຊົນເຜົາປ່າເຄຼຍພື້ນທີ່" ເພື່ອປ້ອງກັນໄຟໄໝ້ປ່າແອມະຊອນ

ເມື່ອວັນຈັນທີ່ຜ່ານມາ (26 ສິງຫາ 2019) ເທເຣຊາ ຄຣິສຕິນາ ດິອາສ ລັດຖະມົນຕີກະຊວງກະສິກຳຂອງບຣາຊິນກ່າວວ່າ ລັດຖະບານຈະພະຍາຍາມຫ້າມປາມບໍ່ໃຫ້ປະຊາຊົນໃຊ້ໄຟເພື່ອເປີດພື້ນບ່ອນເຮັດວຽກກະສິກຳ ແລະ ລ້ຽງສັດ ທ່າມກາງໄຟປ່າທີ່ຍັງເຜົາໄໝ້ທຳລາຍຜືນປ່າແອມະຊອນ.
“ກະຊວງກະສິກຳຈະເລີ່ມການໂຄສະນາປຸກລະດົມອີກຄັ້ງ ເພື່ອໃຫ້ປະຊາຊົນໃຊ້ວິທີອື່ນໃນການເຄຼຍພື້ນທີ່ການກະສິກຳແທນການໃຊ້ໄຟ”, ດິອາສ ກ່າວກັບສື່ໃນງານກິດຈະກຳທີ່ເມືອງເຊົາເປົາລູ. “ແຕ່ການຈະເຮັດແບບນັ້ນໄດ້ ເຮົາຕ້ອງຝຶກອົບຮົມ ແລະ ໃຫ້ຄວາມຊ່ວຍເຫຼືອທາງເຕັກນິກກັບພວກເຂົາ ແລະ ພວກເຂົາ (ແຮງງານໃນຂົງເຂດການກະສິກຳ) ຈຳເປັນຕ້ອງມີຄວາມໜ້າເຊື່ອຖືໃນການເຄຼຍພື້ນທີ່ດ້ວຍວິທີການທີ່ມີເຫດຜົນຫຼາຍກວ່າເກົ່າ”.
ການໃຊ້ໄຟ້ເຄຼຍພື້ນທີ່ກະສິກຳ ມັກກະທຳໂດຍກະສິກອນທີ່ຕ້ອງການພື້ນທີ່ບໍ່ຫຼາຍ. “ແຕ່ໃນໄລຍະຍາມແລ້ງ ການກະທຳນີ້ອາດກໍ່ບັນຫາໄດ້”, ດິອາສ ກ່າວ.
ທັງນີ້ ປະຊາຄົມລະຫວ່າງປະເທດໄດ້ກົດດັນບຣາຊິນໃຫ້ອະນຸຮັກປ່າແອມະຊອນ ເຊິ່ງເປັນປ່າເຂດຮ້ອນຊຸ່ມຂະໜາດໃຫຍ່ ແລະ ເປັນປອດຂອງໂລກໃຫ້ດີກວ່າປັດຈຸບັນ ຫຼັງໄຟປ່າທີ່ເກີດຂຶ້ນຫຼາຍເທື່ອໃນປີນີ້ໄດ້ເຜົາທຳລາຍພື້ນທີ່ປ່າເປັນວົງກວ້າງ.
ອີກຢ່າງໜຶ່ງ ບຣາຊິນເປັນເຈົ້າຂອງພື້ນທີ່ປ່າແອມະຊອນ 60% ເຊິ່ງຄອບຄຸມພື້ນທີ່ປະມານ 5.5 ລ້ານຕາກິໂລແມັດໃນທະວີບອາເມລິກາໃຕ້ ໂດຍສະຖາບັນວິໄຈອະວະກາດແຫ່ງຊາດບຣາຊິນລະບຸວ່າໃນໄລຍະ 8 ເດືອນທີ່ຜ່ານມາເກີດເຫດໄຟປ່າແລ້ວ 71,497 ເທື່ອ ສູງຂຶ້ນຫຼາຍຈາກໂຕເລກສະຖິຕິເມື່ອປີກ່ອນທີ່ 39,194 ເທື່ອ.
ຂໍຂອບໃຈ
ຂໍ້ມູນ : China Xinhua News