ມິສຢູນິເວີສເດນມາກ ຮ່ວມຍິນດີກັບ "ເມ ວິຈິດຕາ" ຫຼັງໄດ້ມຸງກຸດ Miss Universe Laos

ກະແສຄວາມຍິນດີແຜ່ກະຈາຍໄປເປັນວົງກວ້າງໃນກຸ່ມແຟນນາງງາມລາວ ແລະ ຕ່າງປະເທດ ຫຼັງຈາກທີ່ "ເມ - ວິຈິດຕາ ພອນວິໄລ" ຄວ້າມຸງກຸດ ມິສຢູນິເວີສລາວ ຄົນຫຼ້າສຸດ ເມື່ອທ້າຍອາທິດທີ່ຜ່ານມາ.
ນອກຈາກນີ້ ຍັງມີນາງງາມຈາກຕ່າງປະເທດມາຮ່ວມສະແດງຄວາມຍິນດີກັບມິສຢູນິເວີສລາວຄົນໃໝ່ຂອງເຮົາທາງອິນສະຕາແກຣມ ເຊິ່ງສາວຄົນນັ້ນກໍຄື "Katja Stokholm" ນາງງາມເຈົ້າຂອງມຸງກຸດ Miss Universe Denmark (ເດນມາກ) 2019 ນັ້ນເອງ.
ສາວ Katja ສະແດງຄວາມເຫັນໃນຮູບພາບຢູ່ອິນສະຕາແກຣມຂອງ ເມ ວິຈິດຕາວ່າ "ຂໍສະແດງຄວາມຍິນດີກັບໄຊຊະນະຂອງເຈົ້າເດີຄົນງາມ. ຢາກພົບກັບເຈົ້າຢູ່ໃນການປະກວດ Miss Universe ແລ້ວ! ດ້ວຍຮັກຈາກເດນມາກ".
ແນ່ນອນວ່າ ທັງສອງຄົນນີ້ຈະໄດ້ພົບກັນຢ່າງແນ່ນອນໃນການປະກວດປີນີ້ເຊິ່ງຈະມີຂຶ້ນໃນທ້າຍປີ 2019 ແຕ່ສະຖານທີ່ຈັດການປະກວດຍັງບໍ່ທັນມີການເປີດເຜີຍຢ່າງເປັນທາງການເທື່ອ.
ຂໍຂອບໃຈ
ພາບ : vichitta1996 , katja.stokholm , Miss Universe Laos