ອັດຕະປື ລົງຊຸກຍູ້ຜູ້ໃຊ້ພາຫະນະເສຍຄ່າທໍານຽມທາງຜ່ານໂດຍຜ່ານລະບົບທະນາຄານ

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕໍາຫລວດຈາລະຈອນ ປກສ ແຂວງ ຮ່ວມກັບສ່ວຍສາອາກອນ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນໄດ້ລົງເປີດຂະບວນການຊຸກຍູ້ຜູ້ໃຊ້ພາຫະນະເສຍຄ່າທໍານຽມທາງຜ່ານໂດຍຜ່ານລະບົບທະນາຄານ ຢູ່ຈຸດປ້ອມຈະລາຈອນ (ນາພອກ), ເສັ້ນທາງຫລວງແຫ່ງຊາດ 18B. ເຊິ່ງຖືວ່າເປັນປີທຳອິດ ເພື່ອປຸກລະດົມ, ກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ບັນດາຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າ ໄດ້ມາເສຍຄ່າທໍານຽມທາງຜ່ານລະບົບທະນາຄານຢ່າງຖືກຕ້ອງຕາມກຳນົດເວລາ ໃນການລົງຊຸກຍູ້ເທື່ອນີ້ ສາມາດເລືອກເສຍຊຳລະໄດ້ 05 ຊ່ອງທາງ ຄື: ແອັບພຣີເຄເຊີນມືຖ ື(Mobile Application), ຕູ້ເອທີເອັມ(ATM), ເຄົາເຕີທະນາຄານ(Counter), ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ (BCOME) ແລະ ຕູ້ອັດຕະໂນມັດ (Kiosk).
ໃນນັ້ນ ຕາມແຜນການເຄື່ອນໄຫວລົງຊຸກຍູ້ຈຸດທີ່ເຄື່ຶອນໄຫວກວດລົດເສຍຄ່າທຳນຽມທົ່ວແຂວງ ມີ ທັງໝົດຈຳນວນ 08 ຈຸດ, ໃນນັ້ນ: ຂັ້ນແຂວງ ມີ 3 ຈຸດ ແລະ 5 ຈຸດ ຢູ່ບັນດາ 5 ຕົວເມືອງ.
ເວົ້າລວມແລ້ວໃນໄລຍະ 8 ເດືອນຂອງປີ 2019 ນີ້ ການເກັບລາຍຮັບຄ່າທຳນຽມທາງ ປະຕິບັດໄດ້ 500 ລ້ານກວ່າກີບ, ເທົ່າກັບ 70,71 % ຂອງແຜນການປີ, ເມື່ອທຽບໃສ່ຂໍ້ມູນພາຫະນະຕົວຈິງທີ່ພະແນກ ຍທຂ ສະໜອງໃຫ້ເຫັນວ່າຍັງຕໍ່າ ດັ່ງນັ້ນ, ການລົງຈັດການຊຸກຍູ້ ຜ່ານມາ ພຽງເວລາ 2 ວັນເທົ່ານັ້ນ ສາມາດຈັດເກັບລາຍຮັບໄດ້ 37 ລ້ານກວ່າກີບ ແລະ ສັງເກດເຫັນໄດ້ວ່າບຸກຄົນ,ນິຕິບຸກຄົນ ແລະ ການຈັດຕັ້ງ ມີຄວາມຕື່ນຕົວໃນການແຈ້ງ ແລະ ຊຳລະຄ່າທຳນຽມທາງ ຫລາຍຂຶ້ນ ຈັງໃດກະຂໍຮຽກຮ້ອງມາຍັງບຸກຄົນ,ນິຕິບຸກຄົນ ແລະການຈັດຕັ້ງ ຕະຫລອດຮອດປະຊາຊົນບັນດາເຜົ່າ ທີ່ນຳໃຊ້ຍານພາຫະນະພາຍໃນແຂວງອັດຕະປື ຈົ່ງໃຫ້ຮີບຮ້ອນໄປແຈ້ງເສຍຄ່າທຳນຽມທາງ ຕາມຊ່ອງທາງ ແລະ ຈຸດຕ່າງໆ ທີ່ໄດ້ເວົ້າຜ່ານມານັ້ນຕາມລະບຽບການ.