ເຜີຍພາບຄວາມຄືບໜ້າ ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ - ວັງວຽງ

ຊົມພາບຄວາມຄືບໜ້າຫຼ້າສຸດຂອງໂຄງການທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ຫຼັງຈາກດຳເນີນການກໍ່ສ້າງມາໄດ້ໄລຍະໜຶ່ງແລ້ວ.
ໂຄງການກໍ່ສ້າງທາງ ນະຄອນຫຼວງວຽງຈັນ - ວັງວຽງ ແມ່ນນອນໃນໂຄງການທາງດ່ວນລາວ-ຈີນ ທີ່ມີຈຸດເລີ່ມແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ແຂວງຫຼວງນ້ຳທາ ຊາຍແດນ ສປ ຈີນ ໂດຍຜ່ານ 4 ແຂວງ ຄື: ນະຄອນຫຼວງວຽງຈັນ (ນວ), ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ. ສະເພາະການກໍ່ສ້າງໄລຍະທຳອິດແມ່ນຈະສ້າງແຕ່ ນະຄອນຫຼວງວຽງຈັນ ຫາ ວັງວຽງ ແຂວງວຽງຈັນ ທີ່ມີຄວາມຍາວທັງໝົດ 113.5 ກິໂລແມັດ, ກວ້າງ 23 ແມັດ, ມີ 4 ຊ່ອງຈະລາຈອນ ແລະ ມີ 2 ແລວໄປ-ກັບ, ມູນຄ່າການກໍ່ສ້າງທັງໝົດປະມານ 1.3 ຕື້ໂດລາສະຫະລັດ.
ໂດຍມີຈຸດເລີ່ມຕົ້ນແຕ່ບ້ານສີເກີດເມືອງນາຊາຍທອງນະຄອນຫຼວງວຽງຈັນມີແລວທາງຄູ່ຂະໜານກັນກັບທາງເລກທີ 13 ເໜືອ ແລະ ໂຄງການທາງລົດໄຟລາວ-ຈີນ, ຕັດຜ່ານເຂດແມ່ນ້ຳ, ທົ່ວພຽງ, ທົ່ງນາ ແລະ ເຂດພູສູງຊັນ ຜ່ານບ້ານນາຊອນ, ບ້ານບົວ, ສະກ້າ, ໂພນໂຮງ, ໜອງໄຄ້, ລອດພູພະ, ຫີນເຫີບ, ວັງຄີ, ທ່າເຮືອ ແລະ ສຸດທີ່ຈຸດທິດຕາເວັນອອກຂອງວັງວຽງບ່ອນຈະເຊື່ອມຕໍ່ກັບໄລຍະຕໍ່ໄປຂອງເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ບໍ່ເຕັນກໍ່ຄືຈຸດເຊື່ອມຕໍ່ລະຫວ່າງວັງວຽງ-ຫຼວງພະບາງ. ສະເພາະການອອກແບບທາງໃຫ້ລົດແລ່ນ ແຕ່ນະຄອນຫຼວງວຽງຈັນ-ໂພນໂຮງແມ່ນມີຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ, ຕະຫຼອດເສັ້ນທາງຈະມີການກໍ່ສ້າງວົງວຽນເຊື່ອມຕໍ່ຂຶ້ນລົງທາງ ທັງໝົດ 7 ຈຸດຄື: ຈຸດບ້ານນາຊອນ; ບ້ານບົວ; ບ້ານສະກ້າ; ໂພນໂຮງ; ຫີນເຫີບ; ທ່າເຮືອ ແລະ ຈຸດວັງວຽງ.
ໂຄງການທາງດ່ວນດັ່ງກ່າວນີ້ ເປັນການລົງທຶນຂອງກຸ່ມບໍລິສັດກໍ່ສ້າງແຂວງຢຸນນານໃນຮູບແບບ (BOT) ຕາມແຜນການແມ່ນຈະລົງມືກໍ່ສ້າງໃນເດືອນພະຈິກ 2017 ຮອດປີ 2020 ໃຊ້ເວລາໃນການກໍ່ສ້າງ 3 ປີໃຫ້ສຳເລັດ. ທາງດ່ວນດັ່ງກ່າວຈະເຮັດໃຫ້ການເດີນທາງແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງເຫຼືອພຽງ 1.5 ຊົ່ວໂມງ ຈາກເດີມໃນປັດຈຸບັນຕ້ອງໃຊ້ເວລາ 3-4 ຊົ່ວໂມງ ຕະຫຼອດເສັ້ນທາງໄດ້ມີການອອກແບບກໍ່ສ້າງເຂດໃຫ້ບໍລິການ 2 ແຫ່ງ ແລະ ຈຸດພັກລົດ 2 ແຫ່ງພາຍໃນຈຸດບໍລິການແຕ່ລະຈຸດຈະປະກອບມີປ້ຳນ້ຳມັນ, ໂຮງແຮມ, ຮ້ານຄ້າ, ຮ້ານອາຫານ, ຮ້ານສ້ອມແປງລົດ ແລະ ຍັງມີສູນກາງການຄວບຄຸມຕິດຕາມ ແລະ ເຂດບໍາລຸງຮັກສາທາງ.