ຍ້ອນຫຍັງ "ປ່າແອມະຊອນ" ຈຶ່ງເກີດໄຟໄໝ້ຢ່າງຮຸນແຮງ?

ໄຟໄໝ້ປ່າແອມະຊອນກຳລັງຢູ່ໃນລະດັບທີ່ຮຸນແຮງ ສ້າງຄວາມເສຍຫາຍໃຫ້ແກ່ປ່າເຂດຮ້ອນຊຸ່ມທີ່ໃຫຍ່ທີ່ສຸດຂອງໂລກ ພ້ອມນັ້ນຫຼັກຖານຄວາມເສຍຫາຍຍັງສາມາດແນມເຫັນໄດ້ຈາກນອກໂລກ.
USA Today ລາຍງານວ່າ ອົງການວິໄຈອະວະກາດເແຫ່ງຊາດບຣາຊິນກ່າວວ່າ ປີນີ້ເກີດເຫດໄຟໄໝ້ປ່າແອມະຊອນແລ້ວ 74,155 ຄັ້ງ ອີງຕາມຂໍ້ມູນຈາກດາວທຽມຈົນຮອດວັນອັງຄານທີ່ຜ່ານມາ ທຽບໃສ່ປີກ່ອນແມ່ນເພີ່ມຂຶ້ນ 84%.
ປ່າແອມະຊອນມີຊື່ເອີ້ນອີກຊື່ໜຶ່ງວ່າ "ປອດຂອງໂລກ" ເຊິ່ງເຮັດໜ້າທີ່ດູດຊັບເອົາກາສເຮືອນແກ້ວທີ່ອາດສົ່ງຜົນກະທົບດ້ານລົບຕໍ່ກັບດາວໂລກ. ນອກຈາກນັ້ນຍັງເປັນທີ່ຢູ່ອາໄສຂອງຄົນຊົນເຜົ່າຈຳນວນໜຶ່ງ ເຊິ່ງດຳລົງຊີວິດໂດຍອາໄສຊັບພະຍາກອນພາຍໃນປ່າເປັນຫຼັກ.
ແລ້ວເປັນຫຍັງຈຶ່ງເກີດໄຟໄໝ້ປ່າແອມະຊອນ?
ຜູ້ທີ່ຢາກປັບໜ້າດິນໃນປ່າແອມະຊອນເພື່ອຜົນປະໂຫຍດທາງທຸລະກິດ ກຳລັງຕັດຕົ້ນໄມ້ບາງສ່ວນຂອງປ່າລົງ ເຮັດໃຫ້ຕົ້ນໄມ້ດັ່ງກ່າວແຫ້ງຕາຍ ແລະ ຕິດໄຟຂຶ້ນມາ. ເມື່ອຕັດຕົ້ນໄມ້ອອກແລ້ວ ກໍຈະມີພື້ນທີ່ໃນການປູກຝັງ ແລະ ລ້ຽງສັດ.
ການເຄື່ອນໄຫວດັ່ງກ່າວນີ້ເປັນສິ່ງທີ່ຜິດກົດໝາຍ ແຕ່ກໍບໍ່ໄດ້ຮັບການຕິດຕາມກວດກາໂດຍລັດຖະບານບຣາຊິນ ອີງຕາມຄຳກ່າວຂອງ Nigel Sizer ຂອງຫົວໜ້າໂຄງການຂອງ ກຸ່ມພັນທະມິດເພື່ອປ່າຮ້ອນຊຸ່ມ.
ໄຟໄໝ້ປ່າໃນແອມະຊອນເປັນເລື່ອງປົກກະຕິ ຫຼື ບໍ່?
ປ່າແອມະຊອນເປັນເຂດທີ່ມີຄວາມຊຸ່ມຫຼາຍ ໄຟໄໝ້ປ່າວົງກວ້າງບໍ່ແມ່ນສິ່ງທີ່ເກີດຂຶ້ນເປັນປົກກະຕິໃນເຂດນີ້. Sizer ກ່າວວ່າ ຖ້າເປັນລະດູແລ້ງ ຖ້າຫາກດັງໄຟໃນພື້ນ ໄຟອາດລາມໄປໄດ້ໜ້ອຍໜຶ່ງແລ້ວກໍດັບ ແຕ່ຖ້າຫາກມີການຕັດໄມ້ທຳລາຍປ່າ ແລະ ເຮັດໃຫ້ຕົ້ນໄມ້ແຫ້ງຕາຍ ໄຟສາມາດລຸກລາມ ແລະ ສ້າງຄວາມເສຍຫາຍໄດ້ຫຼາຍກວ່າ.
ພ້ອມນີ້ ຕົ້ນໄມ້, ພືດ ແລະ ສັດຕ່າງໆໃນແອມະຊອນ ບໍ່ໄດ້ປັບໂຕເພື່ອໃຫ້ຄຸ້ນເຄີຍກັບໄຟໄໝ້ປ່າ ສະນັ້ນຈຶ່ງສາມາດຕາຍໄດ້ງ່າຍ. ພວກມັນແຕກຕ່າງຈາກສັດ ແລະ ພືດໃນປ່າເຂດອາເມລິກາເໜືອທີ່ປັບໂຕເຂົ້າກັບໄຟປ່າ ແລະ ສາມາດລອດຊີວິດໄດ້.
ແລ້ວໄຟໄໝ້ປ່າແອມະຊອນຈະສົ່ງຜົນກະທົບຕໍ່ຄົນແນວໃດ?
ປ່າແອມະຊອນເປັນໂຮງງານຜະລິດຝົນ, Adrian Forsyth ຜູ້ຮ່ວມກໍ່ຕັ້ງສະມາຄົມອະນຸຮັກແອມະຊອນ ກ່າວ ພ້ອມທັງອະທິບາຍກ່ຽວກັບບົດບາດຂອງປ່າແອມະຊອນຕໍ່ກັບຊີວິດຂອງຄົນ.
ທ່ານກ່າວວ່າ ປ່າແອມະຊອນຜະລິດຝົນທີ່ຊ່ວຍໃຫ້ເຮັດກະສິກຳປູກຝັງໄດ້ໃນທົ່ວທະວີບອາເມລິກາ ເຊິ່ງກະທົບຕໍ່ກັບການຜະລິດສະບຽງອາຫານພື້ນານ. ພ້ອມນັ້ນ, ຖ້າຫາກບໍ່ມີປ່າແອມະຊອນທີ່ຄອຍດູດຊັບເອົາກາສຄາບອນ ຄວາມອັນຕະລາຍຂອງວິກິດດ້ານສະພາບອາກາດຈະຍິ່ງທະວີຄວາມຮຸນແຮງຢ່າງຫຼີກໜີບໍ່ໄດ້.
ສ່ວນ Moira Birss ຜູ້ອຳນວຍການໂຄງການທາງດ້ານການເງິນທີ່ບໍ່ຫວັງຜົນຕອບແທນຢ່າງ Amazon Watch ກ່າວວ່າ ຊົນພື້ນເມືອງທີ່ອາໄສຢູ່ໃນປ່າ ຫຼື ໃກ້ກັບປ່າຈະປະເຊີນຜົນກະທົບໃນທັນທີ ບໍ່ວ່າຈະເປັນມົນລະພິດທາງອາກາດທີ່ທຸກຄົນໃຊ້ຫາຍໃຈ, ການດຳລົງຊີວິດປະຈຳວັນ ແລະ ອາດກະທົບຕໍ່ພື້ນທີ່ອາໄສ ແລະ ຫາກິນ.
ທ່ານນາງ Birss ກ່າວວ່າ ມີຄົນຈຳນວນຫຼາຍໄດ້ຕິດຕໍ່ຫາ Amazon Watch ເພື່ອສອບຖາມວ່າພວກເຂົາສາມາດຊ່ວຍຫຍັງໄດ້. ແນວໃດກໍຕາມນາງກ່າວວ່າ ນີ້ເປັນໜ້າທີ່ຂອງລັດຖະບານບຣາຊີິນທີ່ຕ້ອງຈັດການຕົ້ນຕໍທີ່ພາໃຫ້ເກີດໄຟໄໝ້ປ່າ. ຂະນະທີ່ Sizer ກ່າວວ່າ ວິທີທີ່ສາມາດຊ່ວຍໄດ້ແມ່ນ ສາມາດບໍລິຈາກໃຫ້ແກ່ກຸ່ມທີ່ເຄື່ອນໄຫວເພື່ອສິ່ງແວດລ້ອມໃນບຣາຊິນ.