ເຈົ້າຊາຍວິລລຽມ-ເຄັທ ພາໂອລົດ ແລະ ທິດາ ຂຶ້ນເຮືອບິນໄປສະກັອດແລນ ດ້ວຍສາຍການບິນຕົ້ນທຶນຕໍ່າ

ເຈົ້າຊາຍວິລລຽມ ທາຍາດລຳດັບທີ 2 ແຫ່ງຣາຊະວົງອັງກັດ ຖືກຖ່າຍພາບໃນຂະນະທີ່ກຳລັງຍ່າງອອກຈາກເຮືອບິນຕົ້ນທຶນຕໍ່າ ພ້ອມເຈົ້າຊາຍຈ໊ອດ ແລະ ເຈົ້າຍິງຊາລັອດ. ໃນຂະນະທີ່ ເຄັທ ມິດເດິລຕັນ ພັນລະຍາຂອງເຈົ້າຊາຍວິລລຽມ ກໍເດີນທາງມາພ້ອມກັນ ໂດຍອຸ້ມເຈົ້າຊາຍຫຼຸຍ ແລະ ມີເອື້ອຍລ້ຽງຍ່າງຕິດຕາມ.
ເດລີ ເມລ ສື່ດັງຈາກອັງກິດລາຍງານວ່າ ຄອບຄົວຣາຊະວົງຄອບຄົວນີ້ ນັ່ງເຮືອບິນສາຍການບິນຟລາຍບີ (FlyBe) ເວລາ 8.45 ໂມງ ເມື່ອວັນທີ 22 ສິງຫາ 2019 ຕາມເວລາທ້ອງຖິ່ນ ຈາກສະໜາມບິນນານາຊາດນໍຣິຊ ທາງພາກຕາເວັນອອກສ່ຽງໃຕ້ຂອງນະຄອນຫຼວງລອນດອນ ໄປຫາສະໜາມບິນແອເບີດີນ ທາງພາກຕາເວັນອອກສ່ຽງເໜືອຂອງສະກັອດແລນ.
ການເດີນທາງຄັ້ງນີ້ມີຂຶ້ນເພື່ອເຂົ້າເຝົ້າສົມເດັດພະຣາຊິນີນາດເອລິຊາເບັດທີ 2 ແລະ ເຈົ້າຊາຍຟິລິບ ຢູ່ທີ່ແບລເມີຣັລ ເຊິ່ງຢູ່ຫ່າງຈາກເມືອງແອເບີດີນ ທາງພາກຕາເວັນຕົກປະມານ 76 ກິໂລແມັດ.
ຊາວອັງກິດປຽບທຽບກັບເຈົ້າຊາຍແຮຣີ່-ເມແກນ
ເຖິງຢ່າງໃດກໍຕາມ ການເດີນທາງດ້ວຍເຮືອບິນຕົ້ນທຶນຕໍ່າຄັ້ງນີ້ ເກີດຂຶ້ນຫຼັງຈາກທີ່ເຈົ້າຊາຍແຮຣີ່ ນ້ອງຊາຍຂອງເຈົ້າຊາຍວິລລຽມ ແລະ ເມແກນ ເມເຄິລ ພັນລະຍາ ໄດ້ຮັບສຽງວິພາກວິຈານຈາກສັງຄົມໃນເລື່ອງຄວາມຟູມເຟືອຍ ຈາກການເດີນທາງດ້ວຍເຮືອບິນສ່ວນຕົວໄປ-ກັບລະຫວ່າງນະຄອນຫຼວງລອນດອນ ຂອງອັງກິດ ແລະ ເມືອງອິບິຊາ ປະເທດສະເປນ, ກ່ອນຈະບິນກັບໄປລອນດອນ ແລະ ເມືອງນີຊ ປະເທດຝຣັ່ງ ລວມ 4 ຖ້ຽວ ພາຍໃນເວລາ 11 ມື້ ເມື່ອບໍ່ດົນມານີ້.
ນອກຈາກນີ້, ຍັງຖືກສັງຄົມຕຳໜິວ່າມີສ່ວນເພີ່ມການປ່ອຍກາສເຮືອນແກ້ວ ທີ່ເຮັດໃຫ້ເກີດພາວະໂລກຮ້ອນ.
ການເດີນທາງໄປສະກັອດແລນຂອງເຈົ້າຊາຍວິລລຽມ, ພັນລະຍາ ແລະ ລູກໆ ຈຶ່ງຖືກປຽບທຽບກັບນ້ອງຊາຍ ຢ່າງຫຼີກລ່ຽງບໍ່ໄດ້.