ເກີດໄຟໄໝ້ປ່າແອມະຊອນ ປະເທດບຣາຊິນ ຫຼາຍຈຸດ ສາມາດແນມເຫັນຄວັນໄຟໄດ້ຈາກນອກໂລກ

ຮູບພາບຫຼ້າສຸດຈາກດາວທຽມສະແດງໃຫ້ເຫັນຄວັນສີຂາວເໜືອປ່າແອມະຊອນ ເຊິ່ງຄວັນສີຂາວນີ້ບໍ່ແມ່ນກ້ອນເມກ ແຕ່ເປັນຄວັນຈາກໄຟໄໝ້ປ່າຫຼາຍຈຸດໃນເຂດປ່າຮ້ອນຊຸ່ມດັ່ງກ່າວໃນປະເທດບຣາຊິນ.
ໂດຍທົ່ວໄປແລ້ວ ປ່າຮ້ອນຊຸ່ມເປັນເຂດທີ່ຊຸ່ມຝົນ, ມີອາກາດຮ້ອນ ແຕ່ໃນປ່າແອມະຊອນໃນເດືອນກໍລະກົດ ຫາ ສິງຫາ ເປັນໄລຍະລະດູແລ້ງ ແລະ ຍັງເປັນລະດູໄຟໄໝ້ປ່າໃນພື້ນທີ່ດັ່ງກ່າວອີກດ້ວຍ. ສາເຫດຫຼັກທີ່ພາໃຫ້ເກີດໄຟໄໝ້ປ່າແມ່ນມາຈາກການປັບໜ້າດິນຂອງປະຊາຊົນເພື່ອກະກຽມເຮັດການປູກຝັງ ແລະ ລ້ຽງສັດ.
ໃນປີ 2019 ເປັນປີທີ່ເກີດໄຟໄໝ້ປ່າເປັນຈຳນວນຫຼາຍໃນພື້ນທີ່ປ່າແອມະຊອນ. ອົງການວິໄຈອະວະກາດແຫ່ງຊາດຂອງບຣາຊິນ ຫຼື INPE ໄດ້ເຜີຍແຜ່ຂໍ້ມູນທີ່ບົ່ງວ່າ ເກີດໄຟໄໝ້ປ່າແລ້ວຫຼາຍກວ່າ 74,000 ຄັ້ງແລ້ວໃນປີນີ້. ເຊິ່ງຈຳນວນດັ່ງກ່າວແມ່ນຫຼາຍທີ່ສຸດຕັ້ງແຕ່ເລີ່ມບັນທຶກມາຕັ້ງແຕ່ປີ 2013.
ທັງນີ້ ດາວທຽມສັງເກດການຂອງສະຫະພາບເອີຣົບ ສະແດງໃຫ້ເຫັນວ່າ ມີກຸ່ມຄວັນເໜືອປ່າແອມະຊອນເປັນຈຳນວນຫຼາຍ. ເມື່ອວັນທີ 14 ສິງຫາທີຜ່່ານມາ ເກີດມີຄວັນດຳເໜືອອານາບໍລິເວນຂອງປ່າດັ່ງກ່າວ.
ຂະນະທີ່ອົງການນາຊາ ກໍໄດ້ຕິດຕາມຈັບຕາສະຖານະການດັ່ງກ່າວນີ້ເຊັ່ນກັນ. ໃນວັນທີ 16 ສິງຫາ 2019 ການສັງເກດການຜ່ານດາວທຽມໄດ້ຊີ້ໃຫ້ເຫັນວ່າ ໄຟໄໝ້ປ່າໃນເຂດປ່າແອມະຊອນຂ້ອນຂ້າງຢູ່ຕໍ່າກວ່າລະດັບສະເລ່ຍເມື່ອທຽບໃສ່ 15 ປີກ່ອນ. ແຕ່ລະດັບໄຟໄໝ້ປ່າໄດ້ເລີ່ມເພີ່ມຂຶ້ນຢ່າງໄວວານັບຕັ້ງແຕ່ນັ້ນມາ.
ປັດຈຸບັນ ປ່າແອມະຊອນ ກຳລັງໄດ້ຮັບຜົນກະທົບຈາກຮອບດ້ານ ບໍ່ວ່າຈະເປັນການຫັນພື້ນທີ່ເພື່ອໃຊ້ໃນການປູກຝັງ, ລ້ຽງສັດ, ຕັດໄມ້ ແລະ ໄຟໄໝ້ປ່າ.