ໜຸ່ມໄວ 25 ປີ ລະເມີດກົດຈະລາຈອນເຮັດຄົນອື່ນເສຍຊີວິດ ສານຕັດສິນຈຳຄຸກ 2 ປີເຄິ່ງ ພ້ອມປັບໃໝ

ໃນວັນທີ 20 ສິງຫາ 2019 ທ້າວ ໂອເລ້ ( ຈຳເລີຍ ) ອາຍຸ 25 ປີ ຢູ່ບ້ານໄຮຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖືກຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຈຳຄຸກ 2 ປີ 6 ເດືອນ ປັບໃໝ 400,000 ກີບ ໃນສະຖານລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດ (ຄູ່ກໍລະນີ ເສຍຊີວິດ) ແຕ່ສານໃຫ້ຈຳເລີຍປະຕິບັດໂທດຕົວຈິງ 11 ເດືອນ ໂທດທີ່ເຫຼືອແມ່ນຝາກໄວ້ ແລະ ໃຊ້ແທນເງິນໃຫ້ ໂຈດທາງເເພ່ງ ຈຳນວນ 20,000,000 ກີບ.
ອີງຕາມຄຳຖະແຫຼງຂອງ ອົງການໄອຍະການ ປະຊາຊົນ ເລກທີ 27/ອຍກ.ນວ ແລະ ອີງຕາມ ສໍານວນຄະດີອາຍາຂັ້ນຕົ້ນ ເລກທີ 127/ອຍກ,ນວ ທີ່ຈົດບັດທຶກເຫດ ແລະ ຄຳຮັບສາລະພາບຂອງຈຳເລີຍ ໃນຂັ້ນເຈົ້າໜ້າທີ່ ນັບແຕ່ວັນທີ 5 ຕຸລາ 2018 ເປັນເວາລາ 10 ເດືອນ, ອົງການໄອຍະການ ຈຶ່ງສະຫຼຸບສຳນວນຄະດີດັ່ງກ່າວ ສົ່ງຟ້ອງຕໍ່ ຄະນະສານ ໂດຍຜ່ານການຄົ້ນຄວ້າບັນດາຂໍ້ມູນ, ຫຼັກຖານ, ເອກະສານຕ່າງໆ ທີ່ປະກອບເຂົ້າໃນສຳນວນຄະດີ ຢ່າງຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ: ໃນວັນທີ 3 ຕຸລາ 2018 ເວລາປະມານ 23:00 ໂມງ, ທ້າວ ໂອເລ້ ( ຈຳເລີຍ ) ໄດ້ຂັບຂີ່ລົດຈັກຮອນດ້າ ເວບຮ້ອຍ ບໍ່ຕິດປ້າຍທະບຽນ ມາແຕ່ເສັ້ນທາງບ້ານຄໍາສະຫວາດ ເມືອງໄຊເສດຖາ ດ້ວຍຄວາມໄວ 70 – 80 ກິໂລແມັດ/ຊົ່ວໂມງ, ໂດຍຈຸດປະສົງແມ່ນ ມຸ່ງໜ້າໄປທາງບ້ານໄຮຄໍາ ( ກັບເຮືອນ ). ພໍຂີ່ມາຮອດ ເຂດບ້ານນາສ້າງໃຜ່ ຈຶ່ງເກີດອຸບັດຕິເຫດຕໍາ ທ້າວ ເອັມຟ້າຊີ້ ອາຍຸປະມານ 30 ປີ ທີ່ຍ່າງຢູ່ແຄມທາງກໍ້າຂວາມື ເຊິ່ງຜູ້ກ່ຽວໄດ້ຍ່າງອອກມາຈາກຮ່ອມ 3 ບ້ານນາສ້າງໃຜ່ ຈຸດປະສົງເພື່ອຈະຍ່າງກັບເຮືອນ, ພາຍຫຼັງເກີດອຸບັດຕິເຫດ ຈຳເລີຍໄດ້ຮັບບາດເຈັບພໍສົມຄວນ; ສ່ວນ ທ້າວ ເອັມຟ້າຊີ້ ແມ່ນບາດເຈັບສາຫັດ ແລະ ໄດ້ເສຍຊີວິດ ໃນວັນທີ 11 ຕຸລາ 2018.
ຜ່ານການສອບສວນ ເເລະ ໄດ້ເກັບກໍາບັນດາຫຼັກຖານ ທີ່ເປັນຮ່ອງຮອຍການເກີດອຸບັດຕິເຫດແລ້ວ, ເຈົ້າໜ້າທີ່ ພະແນກຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ລົງຄໍາເຫັນ ຄວາມຮັບຜິດຊອບ ລະບຽບຈະລາຈອນ ຄືດັ່ງນີ້:ມາດຕາ 42: ບໍ່ມີປະກັນໄພລົດ ຕາມກົດໝາຍ ວ່າດ້ວຍ ການສັນຈອນທາງບົກ; ມາດຕາ 28.1: ເຈົ້າຂອງພາຫະນະ ຕ້ອງໄດ້ຂຶ້ນທະບຽນນໍາ ພະແນກຄຸ້ມຄອງລົດຂອງຕົນ ຫຼັງຈາກທີ່ໄດ້ຮັບລົດມາບໍ່ເກີນ 5 ມື້ ຕາມລະບຽບການສັນຈອນຕາມເສັ້ນທາງຫຼວງ; ມາດຕາ 18 ວັກ 2: ບໍ່ໃສ່ໝວກກັນກະທົບ ໃນເວລາຂັບຂີ່ລົດຈັກ ຕາມກົດໝາຍ ວ່າດ້ວຍ ການສັນຈອນທາງບົກ;ມາດຕາ 2.1: ບໍ່ມີໃບອະນຸຍາດຂັບຂີ່ຍານພາຫະນະ ຕາມລະບຽບການສັນຈອນຕາມເສັ້ນທາງຫຼວງ; ມາດຕາ 2.3: ດື່ມສິ່ງມຶນເມົາ ແລ້ວຂັບຂີ່ຍານພາຫະນະ ຕາມລະບຽບການສັນຈອນຕາມເສັ້ນທາງຫຼວງ; ມາດຕາ 9.6: ຜູ້ຂັບຂີ່ ໃຊ້ຄວາມໄວເກີນກໍານົດ ໂດຍອີງໃສ່ເງື່ອນໄຂ ແລະ ຂໍ້ຫຍຸ້ງຍາກຂອງເສັ້ນທາງ, ດິນ – ຟ້າອາກາດ ຕາມລະບຽບການສັນຈອນຕາມເສັ້ນທາງຫຼວງ; ມາດຕາ 86: ລະເມີດກົດຈະລາຈອນ ທີ່ພາໃຫ້ເກີດອຸບັດຕິເຫດ ເຊິ່ງຜິດຕໍ່ ກົດໝາຍອາຍາ ແຫ່ງ ສປປ ລາວ.
ການກະທຳຂອງຈຳເລີຍ ໃນຄັ້ງນີ້ ແມ່ນມີຂໍ້ມູນຫຼັກຖານໜັກແໜ້ນ ແລະ ພຽງພໍ ທີ່ຢັ້ງຢືນວ່າ: ຈໍາເລີຍ ແມ່ນມີຄວາມຜິດ ໃນສະຖານ ລະເມີດກົດຈະລາຈອນ ທີ່ພາໃຫ້ເກີດອຸບັດຕິເຫດ ທີ່ແຕະຕ້ອງເຖິງຊີວິດ ແລະ ສຸຂະພາບຂອງບຸກຄົນອື່ນ, ເຮັດໃຫ້ສັງຄົມ ບໍ່ມີຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ດ້ວຍຄວາມປະໝາດ-ເລີນເລີ່; ເຊິ່ງຖວືວ່າເປັນ ການລະເມີດກົດລະບຽບການສັນຈອນ ພາໃຫ້ເກີດອຸບັດຕິເຫດ ດ້ວຍການດື່ມສິ່ງມຶນເມົາ ແລ້ວຂັບຂີ່ຍານພາຫະນະ ແລະ ການໃຊ້ຄວາມໄວເກີນກໍານົດ ຕາມແຜນວາດ ການຊັນນະສູດ ແລະ ວັດແທກ ສະຖານທີ່ເກີດເຫດ.ພາຍຫຼັງເກີດອຸບັດຕິເຫດ ເຮັດໃຫ້ ທ້າວ ເອັມຟ້າຊີ້ ເສຍຊີວິດ ເຊິ່ງການກະທໍາດັ່ງກ່າວ ຈໍາເລີຍ ກໍໄດ້ໃຫ້ການຮັບສາລະພາບ ຕາມບົດບັນທຶກຄໍາໃຫ້ການ, ເຊິ່ງເຫັນວ່າ: ການກະທໍາຂອງ ຈຳເລີຍ ເປັນການກະທຳຜິດ ດ້ວຍຄວາມບໍ່ລະມັດລະວັງ ເນື່ອງດ້ວຍວ່າ ຈໍາເລີຍ ຂັບຂີ່ຍານພາຫະນະ ດ້ວຍຄວາມປະໝາດ ແລະ ຂາດສະຕິ ໃນການຂັບຂີ່ ຈຶ່ງພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ ທ້າວ ເອັມຟ້າຊີ້ ເສຍຊີວິດ.ນອກຈາກນີ້, ຜົນເສຍຫາຍທີ່ເກີດຂຶ້ນ ໃນຄັ້ງນີ້, ຄູ່ກໍລະນີ ໄດ້ໄກ່ເກ່ຍກັນຢູ່ຂັ້ນບ້ານ ຈໍານວນ 2 ຄັ້ງ ຕາມບົດບັນທຶກ ສະບັບລົງວັນທີ 12 ຕຸລາ 2018 ແລະ 18 ຕຸລາ 2018 ແຕ່ບໍ່ສາມາດຕົກລົງກັນໄດ້; ສະນັ້ນ, ຄະນະສານ ຈຶ່ງລົງໂທດຕັດອິດສະຫຼະພາບ ຈຳເລີຍ 2 ປີ 6 ເດືອນ ແລະ ປັບໃໝ 400.000 ກີບ, ແຕ່ດ້ວຍການກະທຳ ຂອງ ຈຳເລີຍ ເປັນການກະທຳຄັ້ງທຳອິດ ຄະນະສານ ຈຶ່ງໃຫ້ ຈຳເລີຍ ປະຕິບັດໂທດ 11 ເດືອນ ແລະ ໃຊ້ແທນໃຫ້ ໂຈດທາງແພ່ງ ຈຳນວນ 20,000,000 ກີບ.
ຂໍຂອບໃຈ
ຂໍ້ມູນ : ປ້ອງກັນຄວາມສະຫງົບ