ຄວນຮູ້! ສາເຫດທີ່ເຮັດໃຫ້ “ໜ້າມັນ” ມີຫຍັງແດ່?

ກັບມາພົບກັນອີກຄັ້ງກັບເຄັດລັບຄວາມງາມຂອງຜິວໜ້າ ສຳລັບບົດຄວາມນີ້ທີ່ເຮົາຈັດມາໃຫ້ສຳຄັນຄົນທີ່ກຳລັງມີບັນຫາຜິວໜ້າມັນໂດຍສະເພາະ. ເຮົາເຂົ້າໃຈດີວ່າບັນຫາໜ້າມັນນີ້ເຮັດໃຫ້ຫຼາຍຄົນຂາດຄວາມໝັ້ນໃຈໃນໂຕເອງ ແລະ ຍັງເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເກີດບັນຫາສິວອັກເສບ ທີ່ເຮັດໃຫ້ເກີດຮອຍແປ້ວເທິງໃບໜ້າໄດ້ອີກດ້ວຍ. ບັນຫາໜ້າມັນນັ້ນມີສາເຫດຫຼັກມາຈາກຕ່ອມໄຂມັນເທິງໃບໜ້າເຮັດວຽກດີຜິດປົກກະຕິ ເຊິ່ງເກີດຂຶ້ນໄດ້ຈາກຫຼາຍປັດໄຈ. ການຈະເອົາຊະນະບັນຫາໜ້າມັນໄດ້ຢ່າງເດັດຂາດຈຶ່ງຕ້ອງແກ້ໄຂທີ່ຕົ້ນເຫດ ເຊິ່ງຈະມີຫຍັງແດ່ນັ້ນ ມື້ນີ້ພວກເຮົາໄດ້ຮວບຮວມມາໃຫ້ແລ້ວ.
1. ຄວາມເຄັ່ງຕຶງ
ຫຼາຍຄົນອາດຈະບໍ່ເຄີຍຮູ້ມາກ່ອນວ່າຄວາມເຄັ່ງຕຶງນັ້ນ ເປັນສາເຫດທີ່ເຮັດໃຫ້ໜ້າມັນ ທີ່ເປັນແບບນັ້ນກໍຍ້ອນວ່າທຸກຄັ້ງທີ່ເຮົາຮູ້ສຶກກັງວົນ ລະດັບຮໍໂມນໃນຮ່າງກາຍຂອງເຮົາຈະເກີດການປ່ຽນແປງ ເຊິ່ງຈະເຮັດໃຫ້ມີລະດັບຮໍໂມນແອນໂດຣເຈນຫຼາຍເກີນໄປ ເຊິ່ງຮໍໂມນນີ້ຈະໄປສັ່ງການໃຫ້ຕ່ອມໄຂມັນຜະລິດນໍ້າມັນອອກມາຫຼາຍ ເຮັດໃຫ້ຜິວໜ້າຂອງເຮົາມັນນັ້ນເອງ. ດັ່ງນັ້ນ, ຫາກໄລຍະນີ້ ໃຜທີ່ຮູ້ສຶກມີຄວາມເຄັ່ງຕຶງ ແລະ ໜ້າມັນເປັນພິເສດ ກໍຄວນຜ່ອນຄາຍລົງແດ່ເລັກໜ້ອຍ.
2. ການແຕ່ງໜ້າ ແລະ ລ້າງເຄື່ອງສຳອາງບໍ່ຖືກວິທີ
ການຄັນຄາຍຜິວໜ້າເປັນອີກໜຶ່ງສາເຫດທີ່ກະຕຸ້ນໃຫ້ຕ່ອມໄຂມັນເຮັດວຽກຜິດປົກກະຕິ. ສຳລັບຜູ້ຍິງເກືອບທຸກຄົນ ສາເຫດຫຼັກທີ່ກໍໃຫ້ເກີດການຄັນຄາຍເທິງຜິວໜ້າກໍຄືການໃຊ້ເຄື່ອງສຳອາງແຕ່ງໜ້າເກືອບທຸກມື້ ໂດຍບໍ່ເປີດໂອກາດໃຫ້ຜິວໜ້າໄດ້ຮັບການພັກຜ່ອນຟື້ນຟູໂຕເອງເລີຍ. ດ້ວຍເຫດນີ້ສາວໆທີ່ແຕ່ງໜ້າເຂັ້ມ ຫຼື ແຕ່ງໜ້າທຸກມື້ ຈຶ່ງມັກປະສົບກັບບັນຫາຜິວໜ້າມັນນັ້ນເອງ ແລະ ຖ້າຢາກຮັກສາບັນຫາໜ້າມັນໃຫ້ດີຂຶ້ນກໍຄວນຫຼຸດຜ່ອນການໃຊ້ເຄື່ອງສຳອາງລົງ.
3. ລ້າງໜ້າຫຼາຍເກີນໄປ, ໃຊ້ໂຟມລ້າງໜ້າທີ່ມີລິດແຮງ
ສາວໆຫຼາຍຄົນຖືກສອນມາວ່າ ໃຜທີ່ໜ້າມັນກໍຕ້ອງລ້າງໜ້າຕະຫຼອດເພື່ອລ້າງຄວາມມັນເທິງໃບໜ້າອອກແມ່ນບໍ່ ແຕ່ໜ້າເສຍດາຍທີ່ເຮົາຢາກຈະບອກວ່າສິ່ງທີ່ໄດ້ຮັບຮູ້ມານັ້ນເປັນເລື່ອງທີ່ຜິດ. ກົງກັນຂ້າມ, ການລ້າງໜ້າຫຼາຍເກີນໄປ ຈະເປັນການກະຕຸ້ນໃຫ້ເກີດບັນຫາໜ້າມັນ ທີ່ເປັນແນວນັ້ນກໍຍ້ອນວ່າການລ້າງໜ້າຫຼາຍເກີນໄປຈະເປັນການລ້າງນໍ້າມັນ ແລະ ຄວາມຊຸ່ມຊື່ນຕາມທຳມະຊາດຂອງຜິວໜ້າອອກໄປນຳ ເຮັດໃຫ້ຜິວໜ້າຂອງເຮົາແຫ້ງ, ເມື່ອຜິວໜ້າແຫ້ງແລ້ວຮ່າງກາຍເຮົາຈະສັ່ງໃຫ້ຕ່ອມໄຂມັນຜະລິດນໍ້າມັນມາຊົດເຊີຍໃນປະລິມານທີ່ຫຼາຍກວ່າປົກກະຕິ. ຫຼັງຈາກລ້າງໜ້າບໍ່ພໍເທົ່າໃດ ໜ້າຂອງທ່ານກໍຈະກໍຈະກັບມາມັນຫຼາຍກວ່າເກົ່າອີກ. ແນວທາງການລ້າງໜ້າເພື່ອປ້ອງກັນໜ້າມັນທີ່ຖືກຕ້ອງກໍຄືລ້າງພຽງມື້ລະ 2 ຄັ້ງ ເຊົ້າ-ແລງ. ສ່ວນໃນລະຫວ່າງມື້ຖ້າຫາກໜ້າມັນກໍພຽງແຕ່ໃຊ້ເຈ້ຍເຊັດໜ້າເຊັດອອກ. ສ່ວນໂຟມລ້າງໜ້າທີ່ເລືອກໃຊ້ສຳລັບຄົນໜ້າມັນທັງຫຼາຍຄວນເລືອກໃຊ້ສູດທີ່ມີຄວາມອ່ອນໂຍນ.
4. ກິນແປ້ງ, ຂອງມັນ ແລະ ນໍ້າຕານຫຼາຍເກີນໄປ
ອາຫານການກິນມີສ່ວນກ່ຽວຂ້ອງກັບບັນຫາໜ້າມັນເຊັ່ນກັນ ເຊັ່ນເຮົາພົບວ່າຄົນທີ່ຂາດວິຕາມິນບີ 2 ຈະມີໂອກາດທີ່ຕ່ອມໄຂມັນຈະເຮັດວຽກຫຼາຍຜິດປົກກະຕິ ແລະ ທີ່ສຳຄັນແມ່ນນັກວິໄຈໄດ້ຄົ້ນພົບວ່າ ຄົນທີ່ກິນອາຫານຈຳພວກແປ້ງ, ນໍ້າຕານ ແລະ ໄຂມັນຫຼາຍເກີນໄປ ເກີດໄຂມັນສະສົມຕາມສ່ວນຕ່າງໆຂອງຮ່າງກາຍ ມີທ່າອ່ຽງທີ່ຮ່າງກາຍຈະຂັບໄຂມັນສ່ວນເກີນອອກມາທາງຕ່ອມໄຂມັນຫຼາຍຜິດປົກກະຕິອີກດ້ວຍ. ດັ່ງນັ້ນ, ສາວໆຄົນໃດທີ່ປະສົບກັບບັນຫາໜ້າມັນຢູ່ ກໍຄວນຫຼຸດຜ່ອນການກິນອາຫານຫວານ, ມັນ ແລະ ແປ້ງ.
5. ຮໍໂມນທີ່ປ່ຽນແປງ
ຄືທີ່ໄດ້ກ່າວໄປແລ້ວວ່າຮໍໂມນເປັນອີກໜຶ່ງໃນປັດໄຈສຳຄັນທີ່ເຮັດໃຫ້ຕ່ອມໄຂມັນເຮັດວຽກຫຼາຍຜິດປົກກະຕິ ໂດຍສະເພາະຮໍໂມນແອນໂດຣເຈນ ເຊິ່ງຮໍໂມນນີ້ຮ່າງກາຍຂອງເຮົາຈະຜະລິດອອກມາຫຼາຍໃນໄລຍະກ້າວເຂົ້າສູ່ໄວໜຸ່ມ ຈຶ່ງບໍ່ແປກໃຈເລີຍແມ່ນບໍ່ວ່າເປັນຫຍັງໄລຍະທີ່ເຮົາເປັນໄວໜຸ່ມຜິວໜ້າເຮົາຈຶ່ງມັນ ແລະ ມັກຈະມີບັນຫາສິວເກີດຂຶ້ນ. ນອກຈາກນີ້ ຮໍໂມນແອນໂດຣເຈນ ຍັງຖືກຜະລິດອອກມາຫຼາຍໃນຜູ້ຍິງຖືພາ ແລະ ໄລຍະທີ່ມີປະຈຳເດືອນ. ດັ່ງນັ້ນ ສາວໆທີ່ຖືພາ ຫຼື ມີປະຈຳເດືອນກໍຄວນຈະກຽມພ້ອມຮັບມືກັບບັນຫາໜ້າມັນໄວ້ພ້ອມ.
6. ກຳມະພັນ
ສຳລັບຂໍ້ສຸດທ້າຍນີ້ອາດຖືໄດ້ວ່າເປັນສາເຫດທີ່ບໍ່ສາມາດຫຼີກລ່ຽງໄດ້ ເພາະມັນເປັນເລື່ອງຂອງກຳມະພັນນັ້ນເອງ. ຄວາມຜິດປົກກະຕິຂອງຜິວໜ້າມັນ ເປັນລັກສະນະທີ່ສາມາດສົ່ງຕໍ່ທາງກຳມະພັນໄດ້. ດັ່ງນັ້ນ, ຖ້າຫາກໃຜທີ່ມີຄົນໃນຄອບຄົວ ຫຼື ມີຍາດພີ່ນ້ອງທີ່ມີບັນຫາຜິວໜ້າມັນກໍຈະມີໂອກາດສ່ຽງສູງທີ່ຈະມີຜິວໜ້າທີ່ມັນໄປນຳ ຫຼາຍກວ່າຄົນປົກກະຕິທົ່ວໄປທີ່ຍາດພີ່ນ້ອງບໍ່ມີບັນຫາຜິວໜ້າມັນ. ໃຜທີ່ຮູ້ໂຕແລ້ວກໍຄວນກຽມພ້ອມຮັບມືກັບບັນຫານີ້ໃຫ້ດີ ດ້ວຍແນວທາງທີ່ເຮົາໄດ້ແນະນຳໄປກ່ອນໜ້ານີ້.
ແລະນີ້ກໍຄື 6 ສາເຫດຂອງບັນຫາຜິວໜ້າມັນທີ່ເຮົາຢາກຈະບອກໃຫ້ໄດ້ຮັບຮູ້ກັນ. ຫວັງວ່າເມື່ອໄດ້ຮູ້ແນວນີ້ແລ້ວ ໃຜທີ່ກຳລັງມີບັນຫາໜ້າມັນຈະໄດ້ຫາທາງຫຼີກລ່ຽງຕົ້ນຕໍຂອງບັນຫາ ເພື່ອບັນຫາໜ້າມັນຈະບໍ່ມາລົບກວນໃຈທ່ານອີກ. ສຸດທ້າຍນີ້ ກໍຫວັງວ່າຄຳແນະນຳເຫຼົ່ານີ້ຈະມີປະໂຫຍດສຳລັບທຸກຄົນທີ່ມີຜິວໜ້າມັນກັນເດີ້.
ຂໍຂອບໃຈ
ຂໍ້ມູນ : Sanook