ເຮັດແນວໃດຈຶ່ງຈະລອດ ຖ້າວ່າຕ້ອງຂັບລົດລຸຍນໍ້າ ເວລານໍ້າຖ້ວມຫົນທາງ?

ພາຍຸຝົນຖະຫຼົ່ມເມືອງຫຼວງເທື່ອໃດ ຕ້ອງທຳໃຈລ່ວງໜ້າເອົາໄວ້ໄດ້ເລີຍວ່າຈະຕ້ອງປະເຊີນໜ້າທັງບັນຫາລົດຕິດ ແລະ ນ້ຳຖ້ວມ ເຊິ່ງເປັນສິ່ງທີ່ຫຼີກໜີບໍ່ໄດ້. ຢ່າງໃດກໍດີ ສິ່ງທີ່ຄົນໃຊ້ລົດພໍຈະຫຼີກໄດ້ ຄືວິທີການເອົາໂຕລອດເມື່ອຕ້ອງຂັບລົດຜ່ານເສັ້ນທາງນ້ຳຖ້ວມ. ຈະມີວິທີການໃດແດ່ Tonkit360 ຮວບຮວມມາຝາກກັນ.
ທັງນີ້ ສິ່ງທີ່ຕ້ອງສັງເກດເປັນລຳດັບທຳອິດຄື ລະດັບນ້ຳ ສຳລັບລົດທົ່ວໄປ ຄວນສັງເກດຈາກລົດຄັນໜ້າ ຫຼື ຄັນທີ່ຢູ່ອ້ອມຂ້າງ ວ່າລະດັບນ້ຳສູງສໍ່າໃດ. ຫາກເກີນເຄິ່ງລໍ້ ຫຼື ເກີນ 30 ຊັງຕີແມັດ ຖືເປັນຄວາມສ່ຽງໃນລະດັບສູງ. ບໍ່ຄວນຂັບຜ່ານເປັນຢ່າງຍິ່ງ ແຕ່ຫາກນ້ຳຢູ່ໃນລະດັບບໍ່ເກີນ 30 ຊັງຕີແມັດ ແລະ ຈຳເປັນຕ້ອງລຸຍຕໍ່ ກໍຄວນປະຕິບັດດັ່ງນີ້.
ປິດແອ
ສິ່ງທຳອິດເມື່ອເຖິງເສັ້ນທາງນ້ຳຖ້ວມ ຄືປິດເຄື່ອງປັບອາກາດໝົດລະບົບ ແລະ ຫຼຸດແວ່ນຂ້າງລົດຂອງເຮົາເລັກນ້ອຍ ເພື່ອໃຫ້ມີອາກາດສຳລັບຫາຍໃຈ ໂດຍເຫດຜົນທີ່ຕ້ອງປິດແອໝົດລະບົບ (ລະບົບຄອມເພຣດເຊີ ແລະ ພັດລົມແອ) ເນື່ອງຈາກກໍລະນີນ້ຳສູງຂຶ້ນມາເຖິງຫ້ອງເຄື່ອງ ຫາກພັດລົມແອຍັງເຮັດວຽກ ອາດຈະມີການພັດເອົານ້ຳເຂົ້າລະບົບເຄື່ອງຈັກໄດ້ ຮວມທັງເປັນການຕັດການເຮັດວຽກຂອງລະບົບໄຟຟ້າເພື່ອຄວາມປອດໄພອີກດ້ວຍ.
ຫຼຸດຜ່ອນຄວາມໄວ
ແນ່ນອນວ່າ ເມື່ອນ້ຳຖ້ວມລົດທຸກຄັນຕ້ອງຫຼຸດຜ່ອນຄວາມໄວໂດຍອັດຕະໂນມັດຢູ່ແລ້ວ ເຊິ່ງຖືເປັນສິ່ງທີ່ຖືກຕ້ອງ ໂດຍນອກຈາກຈະສົ່ງຜົນດີີຕໍ່ລົດຂອງທ່ານແລ້ວ ຍັງເປັນການຊ່ວຍເຫຼືອເພື່ອນຮ່ວມທາງ ຫຼື ລົດຄັນອື່ນທີ່ຂັບໃນເສັ້ນທາງດຽວກັນ ຫຼື ອີກຟາກຝັ່ງຖະໜົນອີກດ້ວຍ. ເນື່ອງຈາກຫາກເຮົາເຮັດຄວາມໄວສູງ ກໍຈະເຮັດໃຫ້ຄື້ນນ້ຳທີ່ເຄື່ອນຕົວມາປະທະກັນຈະແຮງຂຶ້ນໄປນຳ ເຊິ່ງຈະສົ່ງຜົນໃຫ້ລະດັບນ້ຳສູງຂຶ້ນ ແລະ ມີຄວາມສ່ຽງທີ່ນ້ຳຈະເຂົ້າຫ້ອງເຄື່ອງໄດ້.
ຮັກສາຮອບເຄື່ອງຈັກໃຫ້ຄົງທີ່
ການພະຍາຍາມເລັ່ງເຄື່ອງ ດ້ວຍຄວາມເຂົ້າໃຈທີ່ວ່າ ຈະເປັນການໄລ່ນ້ຳອອກໄປຈາກທໍ່ຄວັນເສຍ ຖືເປັນຄວາມຄິດທີ່ຜິດຢ່າງຮຸນແຮງ ເພາະການເລັ່ງເຄື່ອງຈັກໃນຮອບສູງລະດັບ 3-4 ພັນຮອບຕໍ່ນາທີ ຈະເຮັດໃຫ້ເຄື່ອງຈັກມີຄວາມຮ້ອນສູງ ແລະ ພັດລົມລະບາຍຄວາມຮ້ອນກໍຈະເຮັດວຽກ ອາດພັດນ້ຳເຂົ້າຫ້ອງເຄື່ອງໄດ້ ເຊິ່ງຈະສົ່ງຜົນເສຍຄ້າຍໆກັບການເປີດແອນັ້ນເອງ.
ເວັ້ນໄລຍະຫ່າງຈາກຄັນໜ້າ
ແນວໃດກໍຕ້ອງປະເຊີນໜ້າກັບລົດຕິດແບບຫຼີກເວັ້ນບໍ່ໄດ້ ສະນັ້ນການຂັບຈີ້ຄັນໜ້າ ເພື່ອຫຼຸດຊ່ອງຫວ່າງ ບໍ່ໄດ້ເຮັດໃຫ້ເຮົາເຖິງທີ່ໝາຍໄດ້ໄວຂຶ້ນແຕ່ຢ່າງໃດ. ຫາກແຕ່ຈະມີຄວາມສ່ຽງທີ່ເພີ່ມຫຼາຍຂຶ້ນ ໂດຍສະເພາະລະບົບເບຣກທີ່ເມື່ອເຮົາຂັບລົດລຸຍນ້ຳ ຊຸດເບຣກຈະແຊ່ນ້ຳຢູ່ຕະຫຼອດເວລາ ເຮັດໃຫ້ມີຄວາມສ່ຽງທີ່ຈະຕ້ອງໃຊ້ໄລຍະະເບຣກຫຼາຍກວ່າທາງແຫ້ງປົກກະຕິ ຮວມທັງບໍ່ຄວນຢຽບເບຣກເລື້ອຍໆ ຫາກບໍ່ຈຳເປັນ ໂດຍຫາກຮູ້ວ່າຕ້ອງຫຼຸດຜ່ອນຄວາມໄວ ຄວນເວັ້ນຊ່ອງຫວ່າງຈາກຄັນໜ້າໃຫ້ຫຼາຍຂຶ້ນ ແລະໃຊ້ວິທີຫຼຸດຜ່ອນຄວາມໄວຈາກການຖອນຄັນເລັ່ງແທນ.
ຢ້ຳເບຣກເມື່ອພົ້ນເສັ້ນທາງ
ຫາກທ່ານເຮັດທັງ 4 ວິທີການຂັ້ນຕົ້ນ ແລະຂັບພົ້ນເສັ້ນທາງນ້ຳຖ້ວມແລ້ວ ຢ່າຄິດວ່າລອດແລ້ວ ເພາະຢ່າລືມວ່າ ຊຸດເບຣກຂອງທ່ານຍັງຊຸ່ມນ້ຳ ຮວມທັງອາດຈະມີເຂົ້າໄປໃນບາງສ່ວງຂອງອຸປະກອນເຄື່ອງຈັກ. ສະນັ້ນເພື່ອພົ້ນເສັ້ນທາງນ້ຳຖ້ວມແລ້ວ ຄວນຢຸດລົດ ແລະ ຢ້ຳເບຣກເພື່ອຮີດນ້ຳອອກໃຫ້ຫຼາຍທີ່ສຸດ ຮວມທັງບໍ່ຄວນດັບເຄື່ອງທັນທີເມື່ອເຖິງຈຸດໝາຍ ແຕ່ຄວນຈະຕິດເຄື່ອງຈັກຖິ້ມໄວ້ອີກປະມານ 10-20 ນາທີ ເພື່ອໄລ່ຄວາມຊຸ່ມໃນລະບົບອອກໃຫ້ໝົດ ແລະ ຫາກເຫັນຄວັນພົ່ນອອກມາຈາກທໍ່ຄວັນເສຍກໍບໍ່ຕ້ອງຕົກໃຈ ເພາະມັນຄືອາຍນ້ຳທີ່ລະເຫີຍອອກມານັ້ນເອງ.
ຂໍຂອບໃຈ
ຂໍ້ມູນ : tonkit via sanook!