ທີມແພດກອງທັບຈີນ ເດີນທາງໄປຊ່ວຍເຫຼືອອຸບັດເຫດລົດເມນັກທ່ອງທ່ຽວຈີນຕົກຂົວ ຢູ່ຫຼວງພະບາງ

ວັນທີ 20 ສິງຫາ 2019 ທີມງານການແພດກອງທັບປົດປ່ອຍປະຊາຊົນຈີນທີ່ກຳລັງຢູ່ ສປປ ລາວ ແລະ ຮ່ວມການຝຶກຊ້ອມຫັດແອບຮ່ວມທາງການແພດເພື່ອມະນຸດສະທຳ “ຂະບວນລົດໄຟສັນຕິພາບ 2019” ໄດ້ຂີ່ຍົນເຮຣິຄັອບເຕີເດີນທາງໄປຫຼວງພະບາງ ເພື່ອເຂົ້າຮ່ວມການກອບກູ້ຊ່ວຍເຫຼືອອຸບັດຕິເຫດທາງລົດທີ່ຮ້າຍແຮງ.
ສຳລັບທີມງານການແພດດັ່ງກ່າວ ປະກອບມີທ່ານໝໍໃນຫຼາຍຂະແໜງການ ເຊັ່ນ: ພະແນກຜ່າຕັດຫົວໃຈ, ພະແນກຫຼອດເລືອດຫົວໃຈ, ພະຍາດລະບົບທາງເດີນຫາຍໃຈຮ້າຍແຮງ, ພະແນກກະດູກ, ພະແນກຜ່າຕັດ ແລະ ພະແນກປະສາດ ເຊິ່ງເປັນຂະແໜງການທີ່ຈຳເປັນອັນຮີບດ່ວນໃນການກອບກູ້ຄັ້ງນີ້.
ໃນນັ້ນ, ເວລາ 16:30 ຂອງວັນທີ 19 ສິງຫາ ທີ່ຜ່ານມາ, ລົດບັດທ່ອງທ່ອງທີ່ບັນທຸກຊາວຈີນ 44 ຄົນ ແລະ ຄົນລາວ 2 ຄົນ ໄດ້ເກີດອຸບັດຕິເຫດຢ່າງຮ້າຍແຮງໃນຈຸດຫ່າງຈາກນະຄອນຫຼວງພະບາງປະມານ 40 ກິໂລແມັດ, ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ, ບາດເຈັບ 31 ຄົນ, ໃນນັ້ນມີ 2 ຄົນບາດເຈັບໜັກ ປັດຈຸບັນຍັງບໍ່ທັນພົ້ນຂີດອັນຕະລາຍ.
ພາຍຫຼັງເກີດເຫດດັ່ງກ່າວແລ້ວ, ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ສະຖານກົງສຸນຈີນ ປະຈຳຫຼວງພະບາງໄດ້ເຂົ້າໄປໃຫ້ການຊ່ວຍເຫຼືອສຸກເສີນ. ທ່ານ ລີຈື້ກົ່ງ ກົງສຸນໃຫຍ່ຈີນປະຈຳນະຄອນຫຼວງພະບາງ ໄດ້ນຳພາທີມງານຮັບມືສຸກເສີນເດີນທາງໄປສະຖານທີ່ເກີດເຫດທັນທີ ໂດຍປະສານງານກັບທະຫານຕຳຫຼວດຝ່າຍລາວ ແລະ ກຳລັງຊ່ວຍເຫຼືອທ້ອງຖິ່ນດຳເນີນງານຢ່າງຮີບດ່ວນ.
ປັດຈຸບັນ, ສາເຫດຂອງການເກີດອຸບັດເຫດຍັງຢູ່ໃນໄລຍະການສືບສວນສອບສວນ ພ້ອມກັບວຽກງານຊ່ວຍເຫຼືອທີ່ພວມດຳເນີນໄປຢ່າງເຄັ່ງຮ້ອນ.
>> ເກີດເຫດລົດເມນັກທ່ອງທ່ຽວຈີນຕົກຂົວຢູ່ຫຼວງພະບາງ ເສຍຊີວິດກວ່າ 10 ຄົນ
ຂໍຂອບໃຈ
ຂໍ້ມູນ : CRI