Miss World Laos 2019 ຄັດເລືອກສາວງາມ 20 ຄົນສຸດທ້າຍ ພ້ອມເປີດໂຕມຸງກຸດປະຈຳຕຳແໜ່ງ

Miss World Laos 2019 ຮອບຄັດເລືອກເອົາ 20 ຄົນສຸດທ້າຍ ໄດ້ມີຂຶ້ນໃນຕອນບ່າຍຂອງມື້ນີ້ (20 ສິງຫາ 2019) ທີ່ໂຮງແຮມແລນມາກ ແມ່ຂອງ ຣິເວີໄຊ ນະຄອນຫຼວງວຽງຈັນ ໂດຍມີສາວງາມຜູ້ສະໝັກທັງໝົດ 30 ຄົນມາສະແດງຄວາມໝັ້ນໃຈ ແລະ ຄວາມສາມາດຂອງຕົນເອງເພື່ອໃຫ້ຄະນະກຳມະການລົງຄະແນນເລືອກເຂົ້າຮອບຕໍ່ໄປ.
ອະງຸ່ນ ດວງປັນຍາ ໄວ 18 ປີ ໜຶ່ງໃນຜູ້ເຂົ້າຮ່ວມຄັດເລືອກ Miss World Laos 2019 / ພາບ: muan.la
ໃນ 30 ສາວທີ່ສະໝັກມາທັງໝົດນີ້ ມີທັງນັກຮຽນທີ່ຫາກໍຈົບຈາກຊັ້ນມັດທະຍົມ ອາຍຸແຕ່ 18 ປີ ໄປຈົນຮອດພະນັກງານທີ່ເຮັດວຽກໃນອົງການຈັດຕັ້ງສາກົນ ທີ່ບໍ່ວ່າໃຜກໍບໍ່ຍອມໃຜ ຈັດເຕັມສະແດງຄວາມສາມາດໃຫ້ກຳມະການເຫັນກັນຢ່າງເຕັມທີ່.
ຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍຈຳນວນໜຶ່ງ / ພາບ: muan.la
ຫຼັງຈາກທີ່ຄະນະກຳມະການໄດ້ຖາມຄຳຖາມທັງ 30 ສາວແລ້ວ ກໍໄດ້ເລືອກເອົາ 20 ຄົນເພື່ອຜ່ານເຂົ້າຮອບຕໍ່ໄປ ໂດຍໝາຍເລກທີ່ຜ່ານເຂົ້າຮອບຕໍ່ໄປປະກອບມີ: 006, 012, 008, 005, 016, 020, 002, 009, 007, 022, 010, 014, 004, 015, 017, 027, 018, 026, 001 ແລະ 024.
ຕິກນໍ້າ ກະດຸມເພັດ Miss World Laos 2018 ເຊີນມຸງກຸດປະຈຳຕຳແໜ່ງ Miss World Laos 2019 / ພາບ: muan.la
ຕໍ່ມາກໍມີການເປີດຕົວມຸງກຸດປະຈຳຕຳແໜ໋ງ Miss World Laos 2019 ໂດຍມີເຖິງ 3 ມຸງກຸດ ສຳລັບ ຜູ້ຊະນະເລີດ, ຮອງອັນດັບ 1 ແລະ ຮອງອັນດັບ 2.
ຫຼັງຈາກນີ້ ສາວງາມທັງ 20 ຄົນ ຈະໄດ້ເຂົ້າຮ່ວມກິດຈະກຳເກັບຕົວເພື່ອກຽມຄວາມພ້ອມ ກ່ອນທີ່ຈະມີການປະກວດຮອບຕັດສິນໃນຄໍ່າຄືນວັນທີ 15 ກັນຍາ 2019 ນີ້.