ສະຖານທູດລາວເລັ່ງຊອກຫາພີ່ນ້ອງຂອງ 10 ຄົນທີ່ເສຍຊີວິດຢູ່ແຂວງສະແກ້ວ ປະເທດໄທ

ສະຖານທູດລາວປະຈຳປະເທດໄທ ກຳລັງເລັ່ງປະສານມາຍັງກະຊວງການຕ່າງປະເທດລາວ ເພື່ອເລັ່ງຕິດຕໍ່ຫາຍາດຕິພີ່ນ້ອງຂອງແຮງງານລາວທີ່ ເສຍຊີວິດ 10 ຄົນ ບາດເຈັບອີກ 4 ຄົນ ຈາກລົດຕູ້ເກີດອຸປະຕິເຫດ ຢູ່ແຂວງສະແກ້ວ, ປະເທດໄທ ໃນຕອນເຊົ້າ ວັນທີ 18 ສິງຫາ 2019 ທີ່ຜ່ານມາ.
ອີງຕາມ ສະຖານທູດລາວໄດ້ລາຍງານໃນມື້ນີ້ (19 ສິງຫາ 2019) ວ່າ: ທາງສະຖານທູດ ໄດ້ຮັບແຈ້ງເຫດຈາກເຈົ້າໜ້າທີ່ທ້ອງຖິ່ນ ທີ່ເກີດອຸປະຕິເຫດແລ້ວ ແລະ ຕອນນີ້ກຳລັງ ເລັ່ງຕິດຕໍ່ຫາຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຜູ້ບາດເຈັບຈາກອຸປະຕິເຫດດັ່ງກ່າວ ຜ່ານກະຊວງການຕ່າງປະເທດລາວ.
ສະຖານທູດຍັງໄດ້ລາຍງານຕື່ມອີກວ່າ ແຮງງານລາວຜູ້ເຄາະຮ້າຍແມ່ນມາຈາກ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ.
ຂໍຂອບໃຈ
ຂໍ້ມູນ : Vientiane Times