ອຸຕຸເຕືອນ ປະຊາຊົນທີ່ອາໄສຢູ່ລຽບນໍ້າເຊບັ້ງໄຟ-ເຊຈຳພອນ ໃຫ້ເຝົ້າຕິດຕາມລະດັບນໍ້າຢ່າງໃກ້ຊິດ

ພະຍາກອນອາກາດ ເວລາ 7:00 ໂມງ ຂອງວັນທີ 19 ສິງຫາ 2019 ລົມມໍລະສຸມຕາເວັນຕົກສ່ຽງໄດ້ມີກໍາລັງແຮງເພີ່ມຂຶ້ນ ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນເຂດພາກເໜືອ. ສ່ວນເຂດພາກກາງ ແລະ ພາກໃຕ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.
ສຳລັບ ລະດັບນໍ້າຢູ່ເຂດຂົວເຊບັ້ງໄຟ ແຂວງຄຳມ່ວນ, ໃນເວລາ 7:00 ໂມງ ຂອງວັນທີ 19 ສິງຫາ 2019 ແທກໄດ້ 17 ແມັດ 89 ຊັງຕີແມັດ ຊຶ່ງໄດ້ຂຶ້ນກາຍເຂດລະວັງໄພແລ້ວ (ເຂດລະວັງໄພ: 17 ແມັດ 50 ຊັງຕີແມັດ) ແລະ ທ່າອ່ຽງລະດັບນໍ້າເຊບັ້ງໄຟຍັງຈະສືບຕໍ່ຂຶ້ນສູງຕື່ມອີກ. ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທີ່ອາໄສຢູ່ລຽບຕາມ ນໍ້າເຊບັ້ງໄຟ ແລະ ເຂດນໍ້າເຊຈຳພອນ ໃຫ້ມີສະຕິເຝົ້າລະວັງສະພາບລະດັບນໍ້າ ແລະ ໃຫ້ເກັບມ້ຽນວັດຖຸສິ່ງຂອງພ້ອມສັດລ້ຽງໄປໄວ້ບ່ອນທີ່ປອດໄພ.
ຂໍຂອບໃຈ
ຂໍ້ມູນ : ກົມອຸຕຸນິຍົມ ແລະ ອຸທົກກະສາດ